ຫົວໜ້າອົງການແມັກປະຈຳລາວ ເຂົ້າພົບປະຮອງເຈົ້າແຂວງຊຽງຂວາງ

195

ທ່ານ ນາງ ຣີແບັກກາ ແອນນີ ເລດເວີນ ( Rebecca Anne Letven ) ຫົວໜ້າອົງການແມັກ ປະຈຳ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງ ຂວາງ ພ້ອມດ້ວຍຄະນະ ໃນວັນທີ 22 ມີນາ 2021 ທີ່ຫ້ອງວ່າການແຂວງ.

ທ່ານຮອງເຈົ້າແຂວງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ, ການເກັບກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກອອກຈາກເນື້ອທີ່ຕ່າງໆ ເປັນຕົ້ນແມ່ນເນື້ອທີ່ທຳການຜະລິດຂອງປະຊາຊົນ ເຮັດໃຫ້ການດຳລົງຊີວີດມີຄວາມປອດໄພຂຶ້ນ ປະຊາຊົນໄດ້ຮູ້ເຖິງຜົນຮ້າຍຂອງລະເບີດບໍ່ທັນແຕກ ເຮັດໃຫ້ອຸບັດເຫດທີ່ເກີດຈາກລະເບີດຫຼຸດຜ່ອນລົງເລື້ອຍໆ.

อาจเป็นรูปภาพของ 2 คน และผู้คนกำลังนั่ง

อาจเป็นรูปภาพของ 8 คน, ผู้คนกำลังยืน และผู้คนกำลังนั่ง

ໂອກາດນີ້, ທ່ານຫົວໜ້າອົງການແມັກ ປະຈຳລາວ ກໍໄດ້ແນະນຳຕົວການປະຕິບັດວຽກງານເກັບກູ້ ແລະ ທຳລາຍລະເບີດມາໄດ້ຫຼາຍປີໃນຫຼາຍປະເທດມາແລ້ວ ໂອກາດທີ່ມາຮັບໜ້າທີ່ໃໝ່ນີ້ ຈະສືບຕໍ່ຮັກສາ ຄວາມສຳພັນ, ຮ່ວມມືກັບອຳນາດການປົກຄອງແຂວງ, ຂະແໜງການທີ່ກ່ຽວຂ້ອງ, ປະຊາຊົນ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານໂປ່ງໃສ, ສືບຕໍ່ຂົນຂວາຍຜູ້ໃຫ້ທຶນ ເພື່ອນຳເອົາທຶນຮອນມາເກັບກູ້ ແລະ ທຳລາຍລະເບີດນັບມື້ໃຫ້ໝົດໄປເລື້ອຍໆ.

[ ຂ່າວ: ບຸນມີ ແສງທຸມມີ ]