5 ປີ ຕໍ່ໜ້າ ໄອຍະການປະຊາຊົນ ຈະຕ້ອງສູ້ຊົນປະຕິບັດ 6 ແຜນງານ, 25 ໂຄງການ, 94 ກິດຈະກໍາ

613

ວັນທີ 24 ມີນາ 2021 ເປັນວາລະການດຳເນີນກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ IX ເປັນມື້ທີ 3 ໂດຍການເປັນປະທານຂອງທ່ານ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ພ້ອມມີຄະນະ ແລະ ບັນດາສະມາຊິກສະພາແຫ່ງຊາດ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານວ່າ: ສຳລັບແຜນພັດທະນາວຽກງານໄອຍະການປະຊາຊົນ ໃນ 5 ປີຕໍ່ໜ້າ (2021-2025) ຈະຕ້ອງສູ້ຊົນປະຕິບັດ 6 ແຜນງານ, 25 ໂຄງການ, 94 ກິດຈະກໍາ ຄືດັ່ງນີ້:


1. ແຜນງານຍົກສູງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍ ມີ 7 ໂຄງການ ເຊັ່ນ ໂຄງການຕິດຕາມກວດກາທົ່ວໄປ; ໂຄງການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ; ໂຄງການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ; ໂຄງການຕິດຕາມກວດກາການປະຕິບັດກົດໝາຍໃນການປະຕິບັດຄໍາຕັດສິນຂອງສານ; ໂຄງການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ; ໂຄງການສ້າງ ແລະ ປັບປຸງນິຕິກໍາ; ໂຄງການປັບປຸງລະບົບຂໍ້ມູນ-ຂ່າວສານ.
2. ແຜນງານພັດທະນາບຸກຄະລາກອນ ມີ 4 ໂຄງການ ເຊັ່ນ ໂຄງການສຶກສາອົບຮົມການເມືອງ-ແນວຄິດ; ໂຄງການພັດທະນາດ້ານວຽກງານວິຊາສະເພາະ; ໂຄງການພັດທະນາຍົກລະດັບດ້ານພາສາຕ່າງປະເທດ ແລະ ເຕັກນິກ, ເຕັກໂນໂລຢີ; ໂຄງການຍົກລະດັບຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ.


3. ແຜນງານພັດທະນາລະບົບການຈັດຕັ້ງ ມີ 1 ໂຄງການ ເຊັ່ນ ໂຄງການປັບປຸງບູລະນະກົງຈັກການຈັດຕັ້ງ.
4. ແຜນງານພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງ ແລະ ງົບປະມານ ມີ 5 ໂຄງການ ເຊັ່ນ ໂຄງການ ການວາງແຜນ ແລະ ປະຕິບັດແຜນພັດທະນາແຕ່ລະໄລຍະ; ໂຄງການປົກປັກຮັກສາ, ນໍາໃຊ້ ແລະ ສ້ອມແປງຫ້ອງການ; ໂຄງການປຸກສ້າງຫ້ອງການອົງການໄອຍະການປະຊາຊົນ; ໂຄງການສ້າງແຜນງົບປະມານ ແລະ ຄຸ້ມຄອງລາຍຮັບ-ລາຍຈ່າຍ 5 ປີ ແລະ ປະຈໍາແຕ່ລະປີ; ໂຄງການສະໜອງ ແລະ ຄຸ້ມຄອງພາຫະນະ, ອຸປະກອນຮັບໃຊ້.
5. ແຜນງານຮ່ວມມືກັບຕ່າງປະເທດ ມີ 6 ໂຄງການ ເຊັ່ນ ໂຄງການຄົ້ນຄວ້າສົນທິສັນຍາ; ໂຄງການຮ່ວມມືຍຸຕິທໍາ; ໂຄງການຮ່ວມມືກັບອົງການໄອຍະການປະຊາຊົນ ສສ ຫວຽດນາມ; ໂຄງການຮ່ວມມືກັບອົງການໄອຍະການປະຊາຊົນ ສປ ຈີນ; ໂຄງການຮ່ວມມືກັບອົງການໄອຍະການບັນດາປະເທດອາຊຽນ ແລະ ປະເທດອື່ນໆ; ໂຄງການຮ່ວມມືກັບອົງການຈັດຕັ້ງສາກົນ.
6. ແຜນງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ມີ 2 ໂຄງການ ເຊັ່ນ ໂຄງການຍົກສູງຄຸນນະພາບ ວຽກງານກວດກາ; ໂຄງການກວດກາການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນຂັ້ນລຸ່ມ ແລະ ຕ້ານການສໍ້ລາດບັງຫຼວງ.


ສ່ວນມາດຕະການຈັດຕັ້ງປະຕິບັດ
1. ອົງການໄອຍະການປະຊາຊົນແຕ່ລະຂັ້ນ, ຕ້ອງຄົ້ນຄວ້າເຊື່ອມຊຶມຢ່າງເລິກເຊິ່ງ ແລະ ຈັດຕັ້ງຜັນຂະຫຍາຍ ເປັນແຜນການ, ແຜນງານ ແລະ ໂຄງການລະອຽດແຕ່ລະປີ ແລະ ຊີ້ນໍາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງໃນແຕ່ລະ ເດືອນ ແຕ່ລະປີ;
2. ເພີ່ມທະວີການຊີ້ນໍາ-ນໍາພາຂອງຄະນະພັກຂັ້ນຕ່າງໆ ໃນການຕິດຕາມກວດກາ, ຊຸກຍູ້ໃຫ້ເປັນລະບົບ ແລະ ແທດເຖິງ, ພ້ອມນັ້ນກໍເສີມຂະຫຍາຍຄວາມເປັນແບບຢ່າງນໍາໜ້າ, ການເຮັດແທ້ທໍາຈິງ ຂອງສະມາຊິກພັກໃຫ້ສູງຂຶ້ນ;
3. ປັບປຸງກົນໄກປະສານງານໃຫ້ກົມກຽວ, ໂລ່ງລ່ຽນ ລະຫວ່າງ ສາຍຕັ້ງ-ສາຍຂວາງ ແລະ ພາກສ່ວນກ່ຽວຂ້ອງ, ອໍານວຍຄວາມສະດວກໃຫ້ປະຊາຊົນບັນດາເຜົ່າ ສາມາດເຂົ້າເຖິງຂະບວນການຍຸຕິທໍາໄດ້ສະດວກ, ຖືກຕ້ອງ, ໂລ່ງລ່ຽນ, ໂປ່ງໃສ ແລະ ມີຄວາມຍຸຕິທໍາ;
4. ຍາດແຍ່ງການຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ-ນະຄອນຫຼວງ ກໍຄືການ ກວດກາຂອງປະຊາຊົນ ຕໍ່ການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນທຸກຂັ້ນ;
5. ຮັບປະກັນການຕອບສະໜອງທາງດ້ານງົບປະມານ, ພາຫະນະ, ອຸປະກອນອັນຈໍາເປັນ ເພື່ອຈັດຕັ້ງປະຕິບັດທິດທາງແຜນການວາງອອກໄດ້ຮັບຜົນສໍາເລັດ.