ສົ່ງກໍາລັງໃຈໃຫ້ “ໂຕມີວ ພັດທະນາ ຄິດາພອນ“ ໃນຮອບຊຸດປະຈໍາຊາດແລງມື້ນີ້

339

ກໍາລັງໃຈຄືສິ່ງທີ່ສໍາຄັນ ສົ່ງແຮງເຊຍ ແລະ ກໍາລັງໃຈໃຫ້ໂຕມິວ ພັດທະນາ ຄິດາພອນ Miss grand Lao 2020 ໃນການປະກວດເວທີ Miss grand International ທີ່ປະເທດໄທ ໃນການແຂ່ງຂັນຮອບຊຸດປະຈໍາຊາດ ສາມາດຕິດຕາມໄລສົດເພື່ອສົ່ງກໍາລັງໃຈໃຫ້ໂຕມິວໄດ້ຜ່ານທາງ ເພຈ Miss grand International ແລະ ຊ່ອງທາງຢູທູບ Grand TV  ເວລາ 19:00 ນາທີ ຂອງມື້ນີ້(24 ມີນາ 2021).

May be an image of 1 person

 

ຊຸດປະຈໍາຊາດ ທີ່ໂຕມິວຈະໃຊ້ສວມໃສ່ໃນຮອບຊຸດປະຈໍາຊາດ ແມ່ນເປັນຜົນງານການອອກແບບຂອງ ຄໍາພີ ອະລັງການ ເຊິ່ງເປັນຜູ້ຢູ່ເບື້ອງຫຼັງການອອກແບບໃຫ້ກັບນາງງາມລາວມາຫຼາຍເວທີແລ້ວ ແລະ ຊຸດທີ່ໂຕມິວຈະໃຊ້ສວມໃສ່ໃນເວທີ   Miss grand International  ໃນມື້ນີ້ກໍຄືຊຸດ ‘’ປາກັດລາວ’’ ໂດຍຊຸດດັ່ງກ່າວແມ່ນເປັນຮູບຊົງຂອງປາກັດ ແລະ ມີລວດລາຍຂອງທຸງລາວປະກອບຢູ່ນຳ ເບິ່ງແລ້ວມີຄວາມງົດງາມຄູ່ຄວາມເປັນລາວ.

May be an image of 1 person

ຝາກທຸກຄົນຊ່ວຍເຊຍ ແລະ ສົ່ງກໍາລັງໃຈໃຫ້ນາງງາມລາວ ໃນເວທີສາກົນໃນຄັ້ງນີ້ດ້ວຍ ຂໍໃຫ້ໂຕມີວສູ້ໆ ເຮັດໃຫ້ເຕັມທີ່ ສຸດຄວາມສາມາດ ຊາວລາວສົ່ງກໍາລັງໃຈໃຫ້ເຕັມທີ່ ແລະ  ນໍາຄວາມພາກພູມໃຈມາໃຫ້ປະເທດລາວຂອງເຮົາ.

May be an image of 1 person

ຊ່ວຍສົ່ງແຮງເຊຍແຮງໃຈໃຫຫ້ນ້ອງຫຼາຍໆເດີ້ ໂຕມີວ ພັດທະນາ ຄິດາພອນ Miss Grand Lao 2020May be an image of 1 person