ການດໍາເນີນທຸລະກິດຍຸກໃໝ່ໂຮມກຸ່ມກ້ອນ ເປັນສໍາຄັນ ເພື່ອສ້າງກໍາລັງແຮງແຂ່ງຂັນກັບສາກົນ

188

ເຮັດທຸລະກິດຖ້າເຮັດຜູ້ດຽວຄົງໄປໄດ້ບໍ່ໄກ ແຕ່ຖ້າຢາກໄປໄກ ແລະ ໝັ້ນຄົງ ຕ້ອງເຮັດເປັນໝູ່ຄະນະ ຫຼື ກຸ່ມກ້ອນ ຈຶ່ງສາມາດມີກໍາລັງແຮງ, ມີທຶນພຽງພໍ; ການນໍາສະເໜີແກ້ໄຂບັນຫາໃດໜຶ່ງກໍສາມາດສະເໜີເປັນລວມໝູ່.

ໃນພິທີປະກາດສ້າງຕັ້ງ ສຄອ ເມືອງນາຊາຍທອງ ທ່ານ ຈັນທອນ ສິດທິໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ເນັ້ນໃຫ້ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດເມືອງນາຊາຍທອງ ເຕົ້າໂຮມຄວາມສາມັກຄີຂອງຜູ້ປະກອບການທຸລະກິດພາຍໃນເມືອງໃຫ້ເປັນໜຶ່ງດຽວ ມີການເຄື່ອນໄຫວຖືກທິດ ແລະ ໄປລວງດຽວກັນ ເພື່ອສ້າງກໍາລັງແຮງ ສ້າງຄວາມເຂັ້ມແຂງໃຫ້ທຸລະກິດພາຍໃນເມືອງ ສາມາດດໍາເນີນການໃຫ້ມີການເຕີບໂຕ ແລະ ໝັ້ນຄົງ.

ທ່ານໄດ້ຕັ້ງຄໍາຖາມວ່າ: ເປັນຫຍັງຈຶ່ງມີ ສຄອ ເມືອງນາຊາຍທອງ? ມີສະພາການຄ້າເມືອງຈະໄດ້ຫຍັງ? ມີຫຍັງທີ່ເປັນຈຸດດີ? ເຮັດແນວໃດຈະສາມາດສ້າງຄວາມເຂັ້ມແຂງໃນອະນາຄົດໄດ້?.

“ ໃນນາມສ່ວນຕົວຂອງຂ້າພະເຈົ້າຮູ້ສຶກວ່າ ການລວມໝູ່ ຫຼື ວ່າການເປັນສະມາຄົມ ແມ່ນຕ້ອງໄດ້ໃຊ້ຄວາມເຂົ້າໃຈກັນ ແລະ ການຕັດສິນໃຈສູງທີ່ສຸຸດຂອງຄະນະ ຫຼື ຂອງລວມໝູ່ ກໍຄື ສຄອ ເມືອງ, ການລວມໝູ່ແມ່ນສິ່ງທີ່ສໍາຄັນ ບໍ່ວ່າຈະເປັນອະດີດ ຫຼື ໃນອະນາຄົດ ”, ທ່ານ ຈັນທອນ ສິດທິໄຊ ກ່າວ.

ທ່ານໃຫ້ເຫດຜົນວ່າ: ໃນເມື່ອກ່ອນຂ້າພະເຈົ້າ ກໍໄດ້ດໍາເນີນທຸລະກິດສ່ວນຕົວຫຼາຍສະຖານທີ່ແບບບໍ່ໄດ້ຢູ່ໃນສະມາຄົມທຸລະກິດໜຸ່ມ ຫຼື ບໍ່ໄດ້ຢູ່ໃນ ສຄອຊ ແລະ ບໍ່ໄດ້ເຮັດວຽກລວມໝູ່ ມີແຕ່ເຮັດວຽກສ່ວນຕົວຕະຫຼອດ. ແຕ່ບັນຫາທີ່ບໍ່ໄດ້ລວມໝູ່ກໍເກີດມີວ່າ ພວກເຮົາຕ່າງຄົນຕ່າງເຮັດ ເກີດຄວາມບໍ່ເຂົ້າໃຈລະຫວ່າງທຸລະກິດຕໍ່ທຸລະກິດ ເພາະເຮົາບໍ່ໄດ້ລວມກັບຜູ້ອື່ນ ເຂົ້າໃຈຕ່າງໆນາໆວ່າຄົນອື່ນເປັນແບບໃດ ຄິດວ່າມີແຕ່ຄວາມແກ່ງແຍ່ງຊີງດີຍາດແຍ່ງກັນຢູ່ໃນໝູ່ທຸລະກິດ, ຫຼັງຈາກເຂົ້າເປັນສະມາຊິກ ສຄອຊ ຂ້າພະເຈົ້າຈຶ່ງເຂົ້າໃຈວ່າການເຮັດວຽກລວມກັນມັນຈະເກີດກໍາລັງແຮງຫຼາຍ.

อาจเป็นรูปภาพของ 1 คน

ທ່ານກ່າວວ່າ: ໃນອະດີດການລາຍງານບັນຫາເຖິງການນໍາພັກ – ລັດ ເປັນການລາຍງານແບບສ່ວນຕົວ, ແບບປັດໄຈບຸກຄົນ ການນໍາສະເໜີໃຫ້ລັດຖະບານບາງອັນເພິ່ນກໍແກ້ ບາງອັນເພິ່ນກໍບໍ່ແກ້ ເພາະຖ້າເພິ່ນແກ້ໃຫ້ກໍຖືວ່າແກ້ໃຫ້ສ່ວນບຸກຄົນ ແຕ່ວ່າຜ່ານການເຂົ້າຮ່ວມເປັນສະມາຊິກ ສຄອຊ ແມ່ນໄດ້ນໍາສະເໜີຂໍ້ມູນ ແລະ ບັນຫາຕ່າງໆທີ່ຕິດພັນກັບຂໍ້ມູນທຸລະກິດຂອງຕົວເອງ ແລະ ຂອງລວມໝູ່ ຜ່ານ ສຄອຊ ຮອດຄະນະບໍລິຫານຂອງລັດຖະບານ ຫຼາຍອັນກໍຖືກແກ້ໄຂແບບພາບລວມ ບໍ່ສະເພາະແຕ່ບຸກຄົນ ໂດຍສ່ວນໃຫຍ່ແມ່ນຖືກແກ້ໄຂ, ບັນຫາທີ່ພວກເຮົານໍາສະເໜີເຖິງລັດຖະບານ ເພິ່ນກໍຮັບຮູ້ແບບລວມໝູ່ ແບບເປັນບັນຫາຂອງສ່ວນລວມບໍ່ແມ່ນສ່ວນບຸກຄົນ, ການລວມໝູ່ບໍ່ແມ່ນຈະໄດ້ຜົນປະໂຫຍດທາງກົງ ພວກເຮົາເຂົ້າເປັນລວມໝູ່ແລ້ວຈະໄດ້ຊ່ວຍເຫຼືອກັນ ເພື່ອສ້າງກໍາລັງແຮງແຂ່ງຂັນສູ້ຢັນກັບນາໆປະເທດໄດ້.

ທ່ານກ່າວເນັ້ນວ່າ: ສຄອ ເມືອງ ນອກຈາກເຕົ້າໂຮມ ຄວາມສາມັກຄີຕ້ອງເປັນຜູ້ເກັບກໍາຂໍ້ມູນຂອງທຸລະກິດໃນເມືອງຂອງຕົນນໍາສະເໜີໃຫ້ ສຄອຊ ເພື່ອນໍາສະເໜີໃຫ້ຄະນະລັດຖະບານແກ້ໄຂບັນຫາໃຫ້ຖ່ວງທັນກັບສະພາບການ.

ທ່ານກ່າວວ່າ: ສຄອ ເມືອງ ເປັນຜູ້ສໍາຄັນໃນການຂັບເຄື່ອນເສດຖະກິດຂອງເມືອງ ຫຼາຍໆເມືອງລວມກັນກໍເປັນການຂັບເຄື່ອນເສດຖະກິດຂອງແຂວງ ແລະ ໝົດທຸກແຂວງກໍເປັນຂອງປະເທດຊາດ; ຫາກພວກເຮົາຕ່າງຄົນຕ່າງຢູ່ ກໍາລັງແຮງຈະບໍ່ເກີດ ຄົນລາວເຮົາພົນລະເມືອງໜ້ອຍ, ກໍາລັງທຶນໜ້ອຍຖ້າເຮົາບໍ່ລວມກັນກໍຈະມີຄວາມສ່ຽງໃນການຖືກຍາດແຍ່ງຜົນປະໂຫຍດຈາກຕ່າງຊາດ ແຕ່ຖ້າພວກເຮົາລວມກັນໄດ້ ກໍຈະສາມາດພ້ອມພາກັນພັດທະນາເສດຖະກິດຂອງຊາດໃຫ້ຈະເລີນກ້າວໜ້າບໍ່ຢຸດຢັ້ງ.