JDB ເຊັນສັນຍາກັບວິທະຍາໄລດົງຄຳຊ້າງ ໃນໂຄງການອອກເງິນກູ້ເພື່ອການສຶກສາ

147

ໃນວັນທີ 17 ມີນາ 2021 ຜ່ານມາທີ່ວິທະຍາໄລຄູດົງຄໍາຊ້າງ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາວ່າດ້ວຍການປະຕິບັດໂຄງການເງິນກູ້ ເພື່ອການສຶກສາ ແລະ ອອກບັດ ATM Healthy life ຄຸ້ມຄອງອຸບັດເຫດ ລະຫວ່າງ ທະນາຄານຮ່ວມພັດທະນາ ( JDB ) ແລະ ວິທະຍາໄລຄູດົງຄໍາຊ້າງ ຮ່ວມລົງນາມໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ແລະ ທ່ານ ນາງ ວິລາ ແສງສະຫວ່າງ ຜູ້ອໍານວຍການໃຫຍ່ ວິທະຍາໄລຄູດົງຄໍາຊ້າງ ມີຄະນະອຳນວຍການ, ຄູ – ອາຈານ ແລະ ນັກສຶກສາ, ວິຊາການທີ່ກ່ຽວຂ້ອງທັງສອງຝ່າຍກໍໄດ້ເຂົ້າຮ່ວມເປັນສັກຂີພິຍານ.

ไม่มีคำอธิบาย

ไม่มีคำอธิบาย

ຈຸດປະສົງຂອງໂຄງການແມ່ນເພື່ອອໍານວຍຄວາມສະດວກໃຫ້ນັກສຶກສາຜູ້ທີ່ຍັງຂາດທຶນຮອນທີ່ຢາກສຶກສາຮໍ່າຮຽນ ໃນວິທະຍາໄລຄູດົງຄໍາຊ້າງ ໄດ້ກູ້ຢືມເງິນເປັນທຶນຮຽນຕໍ່, ທັງຊ່ວຍສະໜັບສະໜູນເງິນກູ້ຢືມໃຫ້ແກ່ພະນັກງານຄູ – ອາຈານໃນວິທະຍາໄລຄູດົງຄໍາຊ້າງ ສາມາດກູ້ຢືມທຶນເພື່ອການສຶກສາ ດ້ວຍອັດຕາດອກເບ້ຍຕໍ່າ ສ້າງຄວາມສະດວກສະບາຍໃນການສຶກສາຮໍ່າຮຽນ ແລະ ເພື່ອໃຫ້ນັກສຶກສາໄດ້ເຂົ້າເຖິງການບໍລິການທີ່ທັນສະໄໝ, ວ່ອງໄວ ສະດວກສະບາຍໃນການເຮັດທຸລະກຳທາງດ້ານການເງິນ, ອອກບັດ ATM Healthy life ເຊິ່ງໃນບັດດັ່ງກ່າວສາມາດນໍາໃຊ້ໃນການຖອນເງິນຈາກຕູ້ ATM ເປັນບັດປະກັນໄພອຸບັດເຫດຢູ່ໃນບັດດຽວກັນ, ສາມາດຄຸ້ມຄອງອຸບັດເຫດໄດ້ຕະຫຼອດ 24 ຊົ່ວໂມງ ໃນທົ່ວປະເທດ ໂດຍການຄຸ້ມຄອງ ດັ່ງນີ້: ຖ້າເສຍຊີວິດ ຫຼື ພິການຖາວອນ ຈະໄດ້ຮັບ 6.000.000 ກີບ ແລະ ຄ່າປິ່ນປົວຈາກອຸບັດເຫດ ສູງສຸດ 500.000 ກີບຕໍ່ຄັ້ງ.

ไม่มีคำอธิบาย

ไม่มีคำอธิบาย

ປັດຈຸບັນທະນາຄານຮ່ວມພັດທະນາ ໄດ້ຮ່ວມມືກັບຫຼາຍອົງກອນ, ຫຼາຍສະຖາບັນ ແລະ ຫຼາຍບໍລິສັດ – ຫຼາຍໂຮງງານ ເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າ ທຸກລະດັບຢ່າງເທົ່າທຽມກັນ ໂດຍປະຕິບັດຄຳຂວັນທີ່ວ່າ: ພວກເຮົາຈະເຕີບໃຫຍ່ໄປພ້ອມກັນ.