ເອື້ອຍນ້ອງແມ່ຍິງ ອຄ ມີຫຼາຍຜົນງານປະກອບສ່ວນ ເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ

189

ປັດຈຸບັນບົດບາດຂອງເອື້ອຍນ້ອງແມ່ຍິງ ຖືວ່າໄດ້ເຮັດທຸກບົດບາດທັງຢູ່ໃນຄອບຄົວ ແລະ ສັງຄົມ ຄຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍ ເຮັດໃຫ້ມີສິດສະເໝີພາບເທົ່າກັບອ້າຍນ້ອງຊາຍ.

ໃນວັນທີ 18 ມີນາ 2021 ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມວິທະຍາສາດການແລກປ່ຽນປະສົບການ ແລະ ສ້າງແຮງບັນດານໃຈໃນການສ້າງເສດຖະກິດຄອບຄົວຂອງແມ່ຍິງ ກະຊວງ ອຄ ເພື່ອສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ ( 8 ມີນາ 1910 – 8 ມີນາ 2021 ) ຂຶ້ນທີ່ກະຊວງ ອຄ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ອຄ, ບັນດາທ່ານແຂກຖືກເຊີນ ແລະ ບັນດາເອື້ອຍນ້ອງສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.

อาจเป็นรูปภาพของ 1 คน และกำลังยืน

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ວັນທີ 8 ມີນາ ເປັນສັນຍະລັກທີ່ເອື້ອຍນ້ອງແມ່ຍິງທັງໝົດໃນປະຊາຄົມໂລກ ສາມາດຍາດໄດ້ຜົນງານອັນຍິ່ງໃຫຍ່ໃນການຕໍ່ສູ້ເພື່ອຮຽກຮ້ອງສິດ ແລະ ບົດບາດໃນການມີສ່ວນຮ່ວມໃນຂົງເຂດການເມືອງ, ເສດຖະກິດ ແລະ ວັດທະນະທຳ – ສັງຄົມ ໂດຍສະເພາະກໍແມ່ນສິດສະເໝີພາບລະຫວ່າງ ຍິງ – ຊາຍ.

อาจเป็นรูปภาพของ 6 คน, ผู้คนกำลังยืน และสถานที่ในร่ม

ທ່ານຍັງກ່າວອີກວ່າ: ໃນໄລຍະຜ່ານມາເອື້ອຍນ້ອງແມ່ຍິງຂອງ ກະຊວງ ອຄ ພວກເຮົາ ກໍໄດ້ປະຕິບັດພາລະບົດບາດ ແລະ ໜ້າທີ່ການເມືອງຂອງຕົນຢ່າງຫ້າວຫັນ ຄຽງບ່າຄຽງໄຫຼ່ກັບອ້າຍນ້ອງຊາຍຢ່າງມີຜົນສໍາເລັດ ແລະ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກຳປຸງແຕ່ງ, ຫັດຖະກຳ ແລະ ການຄ້າ ຂອງຂະແໜງ ອຄ ກໍຄືແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ, ສາມາດຍາດມາໄດ້ຜົນງານຫຼາຍດ້ານໃນລະດັບອັນແນ່ນອນ ເປັນຕົ້ນແມ່ນ: ການປະຕິບັດຕົວເລກຄາດໝາຍຕ່າງໆ ເຖິງວ່າຈະພົບກັບວິກິດການຕ່າງໆທາງດ້ານເສດຖະກິດ, ໄພທຳມະຊາດ ແລະ ການແຜ່ລະບາດຂອງພະຍາດໂຄວິດ – 19 ກໍຕາມ. ນອກຈາກວຽກງານໃນອົງກອນ, ເພດຍິງກໍແມ່ນສະມາຊິກຄອບຄົວຜູ້ໜຶ່ງທີ່ມີບົດບາດສໍາຄັນໃນຄອບຄົວ ເຊິ່ງແມ່ຍິງເປັນທັງແມ່, ເປັນເອື້ອຍ, ນ້ອງ, ເມຍ, ເປັນທັງນັກບັນຊີ, ນາຍທະນາຄານ, ນັກວາງແຜນ, ນາຍຄູ, ເປັນທັງແພດ – ໝໍ ປະຈຳຄອບຄົວ ຖືວ່າໄດ້ເຮັດທຸກບົດບາດຢູ່ໃນຄອບຄົວ ແລະ ສັງຄົມ. ສະນັ້ນ, ຈຶ່ງສາມາດເວົ້າໄດ້ວ່າບົດບາດຂອງແມ່ຍິງ ແມ່ນມີຫຼາກຫຼາຍທີ່ສຸດທັງໃນເຮືອນ ແລະ ນອກເຮືອນ.

อาจเป็นรูปภาพของ 5 คน, ผู้คนกำลังยืน และสถานที่ในร่ม

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ໃນກອງປະຊຸມຄັ້ງນີ້ສະຫະພັນແມ່ຍິງກະຊວງ ອຄ ໄດ້ຈັດກິດຈະກຳໃຫ້ມີການສົນທະ ນາ – ແລກປ່ຽນບົດຮຽນໃນການສ້າງເສດຖະກິດຄອບຄົວຂອງເອື້ອຍນ້ອງແມ່ຍິງ, ສະຫຼຸບການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງໃນປີ 2020 ຜ່ານມາ ແລະ ມີກິດຈະກໍາການຊື້ – ຂາຍຜະລິດຕະພັນຕ່າງໆຂອງທຸກໜ່ວຍສະຫະພັນແມ່ຍິງຂະແໜງ ອຄ.