ສະຫວັນນະເຂດ ຫາລື ວຽກງານ ຄຸ້ມຄອງລົດບັນທຸກໜັກ ທີ່ນຳໃຊ້ເສັ້ນທາງຊົນນະບົດ

213

ກອງປະຊຸມປຶກສາຫາລື ວຽກງານຄຸ້ມຄອງລົດບັນທຸກ ໜັກທີ່ນຳໃຊ້ເສັ້ນທາງຊົນນະບົົດ ໄດ້ຈັດຂຶ້ນໃນວັນທີ 16 ມີນາ 2021 ທີ່ຫ້ອງປະຊຸມພະ ແນກໂຍທາທິການ ແລະຂົນ ສົ່ງ (ຍທຂ) ແຂວງສະຫວັນນະເຂດ ທີ່ຈັດໂດຍສະຖາບັນ ຝຶກອົບຮົມໂຍທາທິການ ແລະຂົນສົ່ງ ແລະ ໂຄງການພັດທະນາຊົນນະບົດ (RDP1-KFW) ພາຍໃຕ້ການເປັນປະ ທານກອງປະຊຸມຂອງທ່ານ ປະສົງສິນ ຈະເລີນສຸກ ກຳມະການປະຈຳພັກແຂວງ ເຈົ້ານະຄອນໄກສອນ ພົມວິຫານ, ມີທ່ານ ວິລັດ ເລີດນິຍົມ ຮອງ ຫົວໜ້າພະແນກ ຍທຂ ແຂວງ, ຮອງເຈົ້າເມືອງນອງ, ຮອງ ເຈົ້າເມືອງເຊໂປນ, ຫ້ອງການ ຍທຂ ເມືອງເຊໂປນ ແລະ ເມືອງນອງ, ພະນັກງານວິຊາ ການຈາກຫ້ອງການຂົວທາງ ແລະຫ້ອງການຂົນສົ່ງແຂວງ ພ້ອມທັງທີ່ປຶກສາໂຄງການ ເຂົ້າຮ່ວມ.


ທ່ານ ປະສົງສິນ ຈະເລີນ ສຸກ ໄດ້ຍົກໃຫ້ເຫັນວ່າ: ບັນຫາຮ້າຍແຮງ ທີ່ເຮັດໃຫ້ເສັ້ນທາງ ເປ້ເພເສຍຫາຍກໍ່ແມ່ນການບັນທຸກເກີນ ສະນັ້ນ, ຈິ່ງຂໍຮຽກຮ້ອງ ມາຍັງທຸກພາກສ່ວນທີ່ກ່ຽວ ຂ້ອງຂັ້ນຕ່າງໆ ເອົາໃຈໃສ່ໃນ ການປະຕິບັດມາດຕະການທີ່ວາງອອກຢ່າງເຂັ້ມງວດ ໂດຍສະເພາະຕໍ່ກັບລົດບັນທຸກ ທີ່ບັນທຸກນ້ຳໜັກເກີນກຳນົດ ພ້ອມກັນເປັນເຈົ້າການໃນການ ຄຸ້ມຄອງ ແລະປົກປັກຮັກສາ ເສັ້ນທາງ ເພື່ອບໍ່ໃຫ້ເປ້ເພ ແລະ ໃຫ້ສາມາດນຳໃຊ້ໄດ້ຍາວ ນານ.


ໂອກາດນີ້, ໃນພິທີຈະໄດ້ ຮັບຟັງການນຳສະເໜີກົດໝາຍ ວ່າດ້ວຍທາງຫຼວງຂອງ ສປປ ລາວ, ຕາໜ່າງເສັ້ນທາງ ຂອງ ສປປ ລາວ, ມາດຕະຖານການ ອອກແບເສັ້ນທາງ ແລະຜົນ ກະທົບຈາກນໍ້າໜັກເພົາເກີນ ກຳນົດ, ຄວາມເປັນມາຂອງ ໂຄງການ RIP, RDP ແລະ RISL ແລະການບໍາລຸງຮັກສາ ເສັ້ນທາງ ແລະຜົນກະທົບຈາກ ລົດບັນທຸກນໍ້າໜັກເກີນ ຈາກນີ້, ບັນດາທ່ານທີ່ໄດ້ເຂົ້າຮ່ວມ ໃນກອງປະຊຸມ ກໍ່ຍັງຈະໄດ້ມີ ການປຶກສາຫາລືແລກປ່ຽນ ຄຳຄິດຄຳເຫັນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອເປັນ ທິດທາງແກ້ໄຂບັນຫາກ່ຽວກັບການຄຸ້ມຄອງລົດບັນທຸກໜັກ ທີ່ນຳໃຊ້ເສັ້ນທາງຊົນນະບົດພາຍໃນແຂວງສະຫວັນນະເຂດນຳອີກ.


ໃນທ້າຍປີ 2017, ລັດຖະ ບານ ສ.ເຢຍລະມັນ ໄດ້ຕົກ ລົງສືບຕໍ່ຊ່ວຍເຫຼືອລ້າແຂວງ ສະຫວັນນະເຂດ ເພື່ອກໍ່ສ້າງ ພື້ນຖານໂຄງລ່າງທາງຊົນນະ ບົດ ໄລຍະ 1 ຢູ່ 2 ຕົວເມືອງ ຂອງແຂວງຄື: ເມືອງເຊໂປນ ແລະເມືອງນອງ, ຊຶ່ງມີລວງ ຍາວທັງໝົດປະມານ 57,7 ກວ່າກິໂລແມັດ, ກວ້າງ 4,5 ແມັດ, ບາງບ່ອນກວ້າງເຖິງ 5,5 ແມັດ ໂດຍທາງທີ່ຜ່ານບ້ານ ປະຊາຊົນແມ່ນໄດ້ປູຢາງ 2 ຊັ້ນ ແລະເຂດສູງຊັນແມ່ນໄດ້ ປູຢາງເຊັນດຽວກັນເພື່ອຫຼີກ ເວັ້ນການເປ້ເພເສຍຫາຍໄວພິ ເສດບ່ອນທີ່ມີຄວາມສ່ຽງຕໍ່ການເຊາະເຈື່ອນທາງໂຄງ ການແມ່ນໄດ້ປູເບຕົງ, ປະກອບ ປ້າຍສັນຍານຄົບຊຸດ, ມີການ ກໍ່ສ້າງຮ່ອງລະບາຍນໍ້າ, ວາງ ທໍ່ລອດທາງ, ກໍ່ສ້າງທໍ່ລ່ຽມ, ກໍ່ສ້າງຕ້ານເຈື່ອນ ແລະວາງປ້າຍ ໂຄສະນາເຂດຊຸມຊົນໃນແຕ່ ລະຈຸດ. ເຊິ່ງການກໍ່ສ້າງທາງ ຊົນນະບົດຢູ່ແຂວງສະຫວັນນະ ເຂດໃນຄັ້ງນີ້ ໂດຍໄດ້ຮັບທຶນ ງົບປະມານການຊ່ວຍເຫຼືອ ລ້າຈາກລັດຖະບານເຢຍລະມັນ 85% (ໂດຍຜ່ານທະນາຄານ ພັດທະນາຂອງປະເທດເຢຍ ລະມັນ KFW), ທຶນປະກອບ ສ່ວນຂອງລັດຖະບານລາວ 15%(ກະຊວງ ຍທຂ 10% ແລະແຂວງສະຫວັນນະເຂດ 5%). ມາຮອດປະຈຸບັນ,ການ ກໍ່ສ້າງເສັ້ນທາງດັ່ງກ່າວແມ່ນ ໃກ້ສໍາເລັດແລ້ວໂດຍທາງ ໂຄງການໄດ້ມອບເສັ້ນທາງ ດັ່ງກ່າວໃຫ້ປະຊາຊົນທີ່ອາ ໄສເລາະຕາມເສັ້ນທາງເປັນ ຜູ້ຄຸ້ມຄອງ ແລະບູລະນະຮັກ ສາເສັ້ນທາງຕໍ່ໄປ.