ຜະລິດຕະພັນເອັມມັນນີ ຈະສາມາດຊຳລະສິນຄ້າ ບໍລິການພາຍໃນຮ້ານ ຊີ.ພີ ລາວ

201

ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ໄດ້ເຊັນສັນຍາວ່າດ້ວຍການເປັນຄູ່ຮ່ວມທຸລະກິດ ກັບ ບໍລິສັດ ຊີ.ພີ ລາວ ຈຳກັດ ໃນວັນທີ 17 ມີນາ 2021 ທີ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເພື່ອເປັນທາງເລືອກໃນການຊຳລະສິນຄ້າ ແລະ ບໍລິການພາຍໃນຮ້ານຂອງ ບໍລິສັດ ຊີ.ພີ ລາວ, ລວມເຖິງລູກຄ້າຂອງຮ້ານ CP Pork Shop ທຸກສາຂາ.

ຮ່ວມລົງນາມລະຫວ່າງ ທ່ານ ທັນສະໄໝ ຊາມຸນຕີ ຜູ້ອໍານວຍການ ບໍລິສັດ ລາວໂມບາຍມັນນີ ກັບ ທ່ານ ທໍານອງ ພົນທອງມາກ ຜູ້ອໍານວຍການໃຫຍ່ ບໍລິສັດ ຊີ.ພີ ລາວ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສຸພົນ ຈັນທະວິໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ມີບັນດາຄະນະຜູ້ບໍລິຫານທັງ 2 ຝ່າຍ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ການເຊັນສັນຍາໃນຄັ້ງນີ້ ເພື່ອເປັນການເປີດຕົວຄູ່ຮ່ວມທຸລະກິດກັບ ບໍລິສັດ ຊີ.ພີ ລາວ ຈຳກັດ ຢ່າງເປັນທາງການໃນການໃຫ້ບໍລິການການເງິນດິຈິຕອນເທິງມືຖື M Money ເພື່ອເປັນທາງເລືອກໃຫ້ສາມາດຊຳລະສິນຄ້າ ແລະ ບໍລິການພາຍໃນຮ້ານຂອງ ບໍລິສັດ ຊີ.ພີ ລາວ, ລວມເຖິງລູກຄ້າຂອງຮ້ານ CP Pork Shop ທຸກສາຂາ ໂດຍຜ່ານກະເປົາເງິນດິຈິຕອນ M Money ແນໃສ່ການສ້າງ ຄວາມສະດວກສະບາຍ, ວ່ອງໄວໃຫ້ກັບລູກຄ້າ ແລະ ເປັນການເພີ່ມຊ່ອງທາງໃນການຊໍາລະເງິນໃຫ້ສະດວກຍິ່ງຂຶ້ນ ແລະ ໄດ້ມາດຕະຖານສາກົນ ພາຍໃຕ້ຄຳຂວັນໃຫ້ຊີວິດງ່າຍຂຶ້ນຕາມຍຸກດິຈິຕອນ.

อาจเป็นรูปภาพของ 14 คน, ผู้คนกำลังยืน และสถานที่ในร่ม

ທ່ານ ທັນສະໄໝ ຊາມຸນຕີ ກ່າວວ່າ: ປັດຈຸບັນເຕັກໂນໂລຊີອຸດສາຫະກຳ 4.0 ບັນດາການບໍລິການຕ່າງໆໄດ້ມີການພັດທະນາຢ່າງກ້າວກະໂດດ ຖືກນຳມາໃຊ້ໃນການດຳເນີນທຸລະກິດ, ໃນການດຳເນີນຊີວິດຂອງຜູ້ຄົນປະຈຳວັນນັບມື້ຫຼາຍຂຶ້ນ ໂດຍສະເພາະກະເປົາເງິນເທິງມືຖືກຳລັງໄດ້ຮັບການນິຍົມ ແລະ ຮັບໃຊ້ໃນສັງຄົມຢ່າງແຜ່ຫຼາຍ ແລະ ບໍລິສັດ ລາວໂມບາຍມັນນີ ຂອງພວກຂ້າພະເຈົ້າສ້າງຕັ້ງຂຶ້ນໃນເດືອນກໍລະກົດ 2020 ໂດຍໄດ້ຮັບອະນຸຍາດໃນການດໍາເນີນທຸລະກິດເປັນກະເປົາເງິນເອເລັກໂຕຣນິກ ຈາກທະນາຄານແຫ່ງ ສປປ ລາວ ສາມາດຊຳລະໃຊ້ຈ່າຍຄືກັບເງິນສົດ ລວມທັງການໂອນລະຫວ່າງກະເປົາຫາກະເປົາ ແລະ ກະເປົາຫາທະນາຄານຄູ່ຮ່ວມທຸລະກິດໄດ້ ເຊິ່ງການຮ່ວມມືທາງທຸລະກິດກັບ ບໍລິສັດ ຊີ.ພີ ລາວ ໃນຄັ້ງນີ້ເປັນບາດກ້າວໜຶ່ງທີ່ສຳຄັນ ແລະ ເປັນບາດກ້າວທຳອິດໃນການຫັນການຊຳລະເງິນຮູບແບບໃໝ່ຜ່ານ M Money ກະເປົາເງິນເທິງມືຖືເຂົ້າໃນຫົວໜ່ວຍທຸລະກິດທີ່ທັນສະໄໝ ແລະ ມີຄວາມຈຳເປັນໃນການດຳລົງຊີວິດປະຈຳວັນຂອງຜູ້ຄົນໃນທົ່ວປະເທດ ເປັນສ່ວນໜຶ່ງໃນການສ້າງທ່າແຮງ, ຊຸກຍູ້, ເສີມສ້າງ ແລະ ຜັນຂະຫຍາຍເສດຖະກິດດິຈິຕອນ, ຫຼຸດຜ່ອນການນຳໃຊ້ເງິນສົດຕາມແຜນພັດທະນາເສດຖະກິດດິຈິຕອນຂອງ ພັກ – ລັດ ໃຫ້ປາກົດຜົນເປັນຈິງຕາມວິໄສທັດຂອງ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ເປັນຜູ້ນຳດ້ານການບໍລິການການເງິນດິຈິຕອນ ໃນ ສປປ ລາວ.

อาจเป็นรูปภาพของ 17 คน และผู้คนกำลังยืน

ທ່ານ ທໍານອງ ພົນທອງມາກ ກ່າວວ່າ: ຍຸກປັດຈຸບັນຕ້ອງຍອມຮັບວ່າໂລກໄດ້ປ່ຽນໄປໄວ ນັບແຕ່ປີ 2019 ຫາ 2021 ອັດຕາການພັດທະນາຂອງແຕ່ລະອົງກອນເພີ່ມຂຶ້ນຢ່າງວ່ອງໄວ, ຈາກສັງຄົມບໍ່ໃຊ້ເງິນສົດທີ່ລັດຖະບານທຸກໆປະເທດໃນທົ່ວໂລກຄິດວ່າຈະເປັນການປ່ຽນແປງຂອງອົງກອນ, ປ່ຽນແປງເສດຖະກິດໃນປະເທດ ແລະ ການລະບາດຂອງພະຍາດໂຄ ວິດ – 19 ກາຍເປັນຕົວຍູ້ໃຫ້ພວກເຮົາເລັ່ງໃນການພັດທະນາໄວກວ່າປົກກະຕິ. ສະນັ້ນ, ການເຊັນສັນຍາຮ່ວມມືກັບເອັມມັນນີໃນຄັ້ງນີ້ ຈະເປັນບາດກ້າວສຳຄັນໃນການຊຸກຍູ້ໃຫ້ສັງຄົມມາໃຊ້ບໍລິການທີ່ບໍ່ແມ່ນເງິນສົດ.