ອຄ ຕັ້ງເປົ້າພັດທະນາອຸດສາຫະກຳ ປຸງແຕ່ງ ໃຫ້ຂະຫຍາຍຕົວ 8 – 10%

270

ປີ 2016 – 2020 ຜ່ານມາ ຂະແໜງອຸດສາຫະກຳປຸງແຕ່ງຂອງລາວ ຂະຫຍາຍຕົວໃນລະດັບ 9,22%; ສ່ວນຄາດຄະເນແຜນປີ 2021 – 2025 ຕັ້ງເປົ້າຂະຫຍາຍຕົວ 8 – 10%, ສ້າງໃຫ້ຈໍານວນໂຮງງານໃໝ່ ເພີ່ມຂຶ້ນ 2% ຕໍ່ປີ, ການສົ່ງອອກສິນຄ້າອຸດສາຫະກຳ ກວມ 50% ຂອງການສົ່ງອອກທັງໝົດ.

ກົມອຸດສາຫະກຳ ແລະ ຫັດຖະກໍາ ( ອຫ ) ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດກອງປະຊຸມປະກອບຄໍາເຫັນໃສ່ຮ່າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກໍາ ປີ 2021 – 2025 ຂຶ້ນວັນທີ 17 ມີນາ 2021 ທີ່ກະຊວງ ອຄ ເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຄ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານອຸດສາຫະກຳ ແລະ ຫັດຖະກໍາ ໄລຍະ 5 ປີຜ່ານມາ ໄດ້ດຳເນີນໄປທ່າມກາງສະພາບແວດລ້ອມພາຍໃນ, ພາກພື້ນ ແລະ ສາກົນ ທີ່ມີສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການ. ເຖິງແນວໃດກໍຕາມ, ອຸດສາຫະກຳປຸງແຕ່ງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ປະກອບສ່ວນສຳຄັນຕໍ່ການພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ສະແດງອອກ ຄື: ໃນໄລຍະປີ 2016 – 2020 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະເລ່ຍຕໍ່ປີ 9,22% ( ແຜນການ 12% ), ເຖິງແມ່ນວ່າຄາດໝາຍຍັງບໍ່ບັນລຸ ແຕ່ກໍມີຜົນສຳເລັດໃນຫຼາຍດ້ານ ແລະ ພ້ອມທີ່ຈະມີມາດຕະການແກ້ໄຂບັນດາສິ່ງທ້າທາຍຕ່າງໆ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ສຳລັບຮ່າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປີ 2021 – 2025 ແມ່ນຖືກສ້າງ ແລະ ປັບປຸງບົນພື້ນຖານຄໍາເຫັນຂອງຄະນະລັດຖະບານທີ່ໄດ້ຖືກນໍາສະເໜີເຂົ້າກອງປະຊຸມລັດຖະບານໃນທ້າຍປີ 2018 ໂດຍສະເພາະຊຸກຍູ້ສົ່ງເສີມການຜະລິດເພື່ອຕອບສະໜອງພາຍໃນ – ຫຼຸດຜ່ອນການນໍາເຂົ້າເທື່ອລະກ້າວ, ເປັນແຫຼ່ງສ້າງວຽກເຮັດງານທໍາ – ຍົກລະດັບສີມືແຮງງານ, ກະຕຸກຊຸກຍູ້ສົ່ງເສີມການດຶງດູດການລົງທຶນໃນພາກຜະລິດ ແລະ ຕິດພັນກັບການຂະຫຍາຍຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມທັງຊຸກຍູ້ສົ່ງເສີມຕ່ອງໂສ້ການຜະລິດພາຍໃນຕອບສະໜອງໃຫ້ເຊິ່ງກັນ ແລະ ກັນ. ພ້ອມກັນນັ້ນ, ກໍໄດ້ປັບປຸງ ແລະ ຜັນຂະຫຍາຍ ເພື່ອໃຫ້ສອດຄ່ອງຕາມຮ່າງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຮ່າງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າຂອງກະຊວງ ອຄ ກໍຄືສອດຄ່ອງກັບບັນດາແຜນຂອງຂະແໜງການທີ່ກ່ຽວຂ້ອງ ເພື່ອໃຫ້ການຈັດຕັ້ງປະຕິບັດມີ ຄວາມກົມກຽວ ແລະ ສອດຄ່ອງກັນ.

อาจเป็นรูปภาพของ สถานที่ในร่ม

ທ່ານ ບົວວັນ ວິລະວົງ ຫົວໜ້າກົມ ອຫ ກ່າວວ່າ: ອັດຕາການຂະຫຍາຍຕົວຂອງອຸດສາຫະກຳປຸງແຕ່ງປີ 2016 – 2020 ສະເລ່ຍ 9,22%, ໃນນັ້ນໝວດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍ 42,38% ຕໍ່ປີ; ໝວດຄອມພິວເຕີ, ເອເລັກໂຕນິກ ແລະ ສາຍຕາ 26,04% ຕໍ່ປີ; ໝວດເຄື່ອງນຸ່ງຫົ່ມ 25,31% ຕໍ່ປີ; ໝວດຢາງພາລາ ແລະ ພລາສຕິກ 10,47% ຕໍ່ປີ; ໝວດເຄື່ອງດື່ມ 8,43% ຕໍ່ປີ ແລະ ໝວດສະບຽງອາຫານ 6,43% ຕໍ່ປີ.

ທ່ານກ່າວວ່າ: ວິໄສທັດຂະແໜງອຸດສາຫະກຳ ແລະ ຫັດຖະກໍາ ຮອດປີ 2020 ອຸດສາຫະກຳປຸງແຕ່ງກາຍເປັນຫົວຈັກຂັບເຄື່ອນເສດຖະກິດ ມີຖານການຜະລິດທີ່ຫຼາກຫຼາຍສົມດຸນ ຫັນເປັນທັນສະໄໝພາຍໃຕ້ຍຸກອຸດສາຫະກຳ 4.0 ຕາມທິດສີຂຽວ ແລະ ຍືນຍົງ, ຫັດຖະກໍາໄດ້ຮັບການສົ່ງເສີມ, ພູມປັນຍາທ້ອງຖິ່ນໄດ້ຮັບການອະນຸຮັກຖືກໝູນໃຊ້ພາຍໃຕ້ເອກະລັກທາງດ້ານຫັດຖະກໍາ.

อาจเป็นรูปภาพของ 1 คน และสถานที่ในร่ม

ເປົ້າໝາຍລວມຮອດປີ 2025 ອັດຕາຂະຫຍາຍຕົວອຸດສາຫະກຳ 8 – 10% ຕໍ່ປີ, ອຸດສາຫະກຳປຸງແຕ່ງປະກອບສ່ວນໃນລວມຍອດຜະລິດຕະພັນພາຍໃນ ( ຈີດີພີ ) 12%, ຈໍານວນໂຮງງານຂະໜາດນ້ອຍ, ກາງ ແລະ ໃຫຍ່ ເພີ່ມຂຶ້ນ 2% ຕໍ່ປີ, ການສົ່ງອອກສິນຄ້າອຸດສາຫະກຳປຸງແຕ່ງຂະຫຍາຍຕົວ ສະເລ່ຍ 18% ຕໍ່ປີ ແລະ ມູນຄ່າສົ່ງອອກສິນຄ້າອຸດສາຫະກຳ ກວມ 50% ຂອງການສົ່ງອອກທັງໝົດ, ການສົ່ງອອກສິນຄ້າຫັດຖະກໍາຂະຫຍາຍຕົວ 5 – 7% ຕໍ່ປີ, ສ້າງວຽກເຮັດງານທໍາໃນຂະແໜງອຸດສາຫະກຳປຸງແຕ່ງຂະຫຍາຍຕົວ ສະເລ່ຍ 3% ຕໍ່ປີ.