ແຟນໆເຊຍກັນຢ່າງໜັກ W11 ໃນເວທີ Miss World Laos 2021

374

ພອນວິໄລ ຫຼວງລາດ ຫຼື ຕຸ້ຍ W11 ສາວງາມຈາກ ນະຄອນຫຼວງວຽງຈັນ ໃນການປະກວດເວທີ Miss World Laos 2021 ທີ່ແຟນໆນາງງາມສົ່ງແຮງໃຈເຊຍກັນຢ່າງລົ້ນຫຼາມ ແລະ ສາມາດເວົ້າວ່ານ້ອງເປັນໂຕເກັງໃນເວທີນີ້ເລີຍກໍ່ວ່າໄດ້ ມາທໍາຄວາມຮູ້ຈັກກັບນ້ອງໃຫ້ຫຼາຍຂຶ້ນ.

ພອນວິໄລ ເປັນແມ່ຍິງອີກໜຶ່ງຄົນທີ່ມີທັງຄວາມງາມ ແລະ ຄວາມສາມາດພຽບພ້ອມຫຼາຍ ເພາະທີ່ຜ່ານມານ້ອງໄດ້ເຄີຍຜ່ານການປະກວດມາແລ້ວເຖິງສອງເວທີມາແລ້ວ ແລະ ຍັງສາມາດຄວ້າຕໍາແໜ່ງມາໄດ້ທັງສອງເວທີເລີຍ ເຊິ່ງໃນ ເວທີທໍາອິດແມ່ນ ນາງສາວນະຄອນຫຼວງວຽງຈັນ ປີ 2016 ໄດ້ຕໍາແໜ່ງຮອງອັນດັບ3 ແລະ ນາງສາວລາວປີ 2016ໄດ້ຕໍາແໜ່ງຮອງອັນດັບ2


ນ້ອງໄດ້ໃຫ້ສໍາພາດວ່າ: ຄວາມຮູ້ສຶກທໍາອິດເມື່ອຮູ້ວ່າໄດ້ເຂົ້າຮອບ 20 ຄົນແມ່ນຮູ້ສຶກຕື່ນເຕັ້ນ ແລະ ທ້າທາຍຫຼາຍເພາະເປັນເວທີໃຫຍ່ລະດັບສາກົນເຮົາຕ້ອງໄດ້ກຽມຄວາມພ້ອມຫຼາຍຢ່າງທັງຄວາມຮູ້ຄວາມສາມາດ ແລະ ບຸກຄະລິກກະພາບໃຫ້ມີຄວາມໂດດເດັ່ນ ແລະ ສະຫງ່າງາມ


ສໍາລັບ ໃນເວທີນີ້ໄດ້ເຮັດໃຫ້ນ້ອງໄດ້ຮຽນຮູ້ຫຼາຍຢ່າງ ບໍ່ວ່າຈະເປັນການເຂົ້າສັງຄົມ, ຮຽນຮູ້ກິລິຍາມາລະຍາດ ຂອງແມ່ຍິງລາວ ແລະ ທີ່ສໍາຄັນເວທີນີ້ໄດ້ເຮັດໃຫ້ນ້ອງໄດ້ມິດຕະພາບດີໆຈາກທຸກຄົນ ທັງຜູ້ເຂົ້າປະກວດ ແລະ ເອື້ອຍອ້າຍທີມງານຂອງກອງປະກວດທຸກຄົນ

ທີ່ສໍາຄັນ ນ້ອງຕ້ອງຂໍຂອບໃຈທາງຄະນະກໍາມະການ ແລະ ຜູ້ໃຫຍ່ເພິ່ນໃຫ້ໂອກາດແລ້ວ ນ້ອງກໍຈະເຮັດໃຫ້ດີທີ່ສຸດ ຈະພັດທະນາຕົນເອງໃນທຸກໆດ້ານ ເຊັ່ນ ບຸກຄະລິກກະພາບ, ການຍ່າງ ການເວົ້າ ແລະ ສິ່ງທີ່ນ້ອງຢາກຈະສະແດງອອກສູ່ສາຍຕາທຸກຄົນແມ່ນວັດທະນະທໍາ, ອາຫານການກິນເພາະສິ່ງເຫຼົ່ານີ້ ແມ່ນມົນສະເໜ່ຂອງຄວາມເປັນລາວ.

ສໍາລັບຄວາມຄາດຫວັງ ແນ່ນອນໃນທຸກໆເວທີທຸກຄົນທີ່ເຂົ້າມາ ຕ້ອງຫວັງເອົາທີ 1 ນ້ອງກໍຫວັງແບບນັ້ນເຊັ່ນກັນ ແຕ່ໃນທີ່ສຸດຖ້າຈະໄດ້ ຫຼື ບໍ່ນັ້ນ ນ້ອງກໍຈະເກັບເປັນປະສົບການ ເປັນບົດຮຽນເພື່ອພັດທະນາຕົນເອງໄປເລື້ອຍໆ ແຕ່ເຖິງຢ່າງໃດກໍຈະເຮັດໃຫ້ເຕັມທີ່ ແລະ ສຸດຄວາມສາມາດ.

ແລະ ຂໍຝາກແຟນທຸກຄົນຊ່ວຍເປັນກໍາລັງໃຈ ແລະ ສົ່ງແຮງເຊຍແຮງໃຈໃນການຊ່ວຍກົດໄລ້ ກົດແຊໃຫ້ ນ້ອງແດ່ເດີ້ ເພື່ອໃຫ້ນ້ອງເປັນອີກໜຶ່ງຄົນທີ່ກ້າວຂຶ້ນສູ່ເວທີສາກົນໃນການເຜີຍແຜ່ວັດທະນະທໍາ ແລະ ຄວາມເປັນລາວອອກສູ່ສາຍຕາຂອງສາກົນ ຕິດຕາມຜົນງານໄດ້ຜ່ານທາງ ເຟສບຸກ Phonevilai Luanglath ແລະ ເພຈ Miss World Laos