ທ່ານ ໄຊສົມພອນ ພົມວິຫານ ຢ້ຽມຢາມ ໂຄງການກໍ່ສ້າງເຂື່ອນນໍ້າຂອງ ເມືອງປາກອູ

360

ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມໂຄງການກໍ່ສ້າງເຂື່ອນນໍ້າຂອງ ເມືອງປາກອູ ແຂວງ ຫຼວງພະບາງ ເມື່ອວັນທີ 14 ມີນາຜ່ານມາ ໂດຍມີ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ແລະ ການນໍາຂອງແຂວງໄດ້ຕ້ອນຮັບທີ່ສະໜາມບິນ ແຂວງຫຼວງພະບາງ.

ຈາກນັ້ນ, ໄດ້ເດີນທາງໄປບ້ານປາກອູ ເມືອງປາກອູ ແລະ ຂີ່ເຮືອຂຶ້ນໄປຕາມລໍານໍ້າຂອງເພື່ອສໍາຫຼວດ, ຕິດຕາມກວດກາການດໍາເນີນງານໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຂອງຕອນເໜືອ ທີ່ເມືອງປາກອູ ຫຼື ເຂື່ອນໄຟຟ້າຈຸດແຂວງຫຼວງພະບາງ.
ຈາກນັ້ນ, ກໍໄດ້ຂີ່ລົດໄປເບິ່ງບັນດາໂຄງການຍ່ອຍຢູ່ເທິງຝັ່ງ ແລະ ຢູ່ທີ່ຫ້ອງປະຊຸມໂຄງການກໍ່ສ້າງເຂື່ອນດັ່ງກ່າວ ເຊິ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ທໍາມະນູນ ສຸລະລັດ ຜູ້ຈັດການ ບໍລິສັດ ຊໍການຊ່າງລາວ ຈໍາກັດ.

อาจเป็นรูปภาพของ กลางแจ้ง

ທ່ານ ວິຣະຢົດ ສະເຫຼີມນົນ ຮອງຜູ້ຈັດການໂຄງການ ໄດ້ກ່າວລາຍງານວ່າ: ໂຄງການເຂື່ອນໄຟຟ້ານໍ້າຂອງ ຈຸດແຂວງຫຼວງພະບາງ ມີເປົ້າໝາຍຈະດໍາເນີນການຂາຍໄຟໃນໄລຍະສິ້ນປີ 2027 ເຊິ່ງມີເວລາພຽງ 7 ປີຈາກນີ້, ປັດຈຸບັນໄດ້ສໍາເລັດກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ຄື: ໄດ້ກໍ່ສ້າງເສັ້ນທາງບໍລິການເຂົ້າ – ອອກຈາກບ້ານຫາດຍາ ໄປຫາຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ 98,57% ( ກວ້າງ 9 ແມັດ, ຍາວ 11,6 ກິໂລແມັດ ), ຂົວຂ້າມນໍ້າຂອງ 41,39% ( ກວ້າງ 9 ແມັດ, ຍາວ 500 ແມັດ ).

ທ່າເຮືອຊົ່ວຄາວ ມີ 3 ຈຸດ ຄື: ບ້ານຄົກແສງສຸລິຍາ, ມ່ວງແກ້ວ ແລະ ບ້ານຖິ່ນໂຮງ 100%, ລະບົບສາຍສົ່ງ 115 KV/22 KV ແລະ ສະຖານີໄຟຟ້າຍ່ອຍ 64,48%, ແຫຼ່ງຫີນ, ແຫຼ່ງຊາຍແມ່ນໍ້າຂອງ ແລະ ການພັດທະນາພື້ນທີ່ 98,74%, ທີ່ພັກບຸກຄະລາກອນ, ລະບົບໄຟຟ້າ – ນໍ້າປະປາ ແລະ ສິ່ງອໍານວຍຄວາມສະດວກວຽກກໍ່ສ້າງ 99,82%, ພາບລວມຄວາມຄືບໜ້າທັງໝົດ 80,99%.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ນອກຈາກນີ້, ຍັງມີວຽກປະຊາສໍາພັນ ເຊັ່ນ: ຈ່າຍເງິນຊົດເຊີຍໃຫ້ເຂດທີ່ໄດ້ຮັບຜົນກະທົບຂອງປະຊາຊົນແລ້ວ 69,40%, ເຮັດໜັງສືສະເໜີຂໍອະນຸມັດຂໍ້ຕົກລົງຮັບຮອງຊັບສິນ 28,76%, ຂັ້ນຕອນການເກັບກໍາຂໍ້ມູນ ແລະ ສັງລວມຊັບສິນ 1,83%.

ໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ກໍໄດ້ໃຫ້ທິດຊີ້ນໍາ ໂດຍກ່າວວ່າ: ໂຄງການດັ່ງກ່າວນີ້ເປັນໂຄງການໜຶ່ງທີ່ລັດຖະບານໃຫ້ຄວາມສໍາຄັນ ເປັນໂຄງການພັດທະນາເຂດລຸ່ມນໍ້າ ໂດຍສະເພາະແມ່ນການຜະລິດກະແສໄຟຟ້າ ແລະ ພັດທະນາພື້ນຖານໂຄງລ່າງ. ພ້ອມນີ້, ທ່ານກໍໄດ້ເນັ້ນໃຫ້ທາງໂຄງການຈົ່ງສືບຕໍ່ປະຕິບັດຄາດໝາຍທີ່ຄົງຄ້າງ, ຈົ່ງຄໍານຶງເຖິງຜົນກະທົບຕໍ່ສິ່ງແວດລ້ອມ, ຕໍ່ຊີວິດຂອງແຮງງານກໍ່ສ້າງ ແລະ ວິຊາການໃນການເຮັດວຽກ, ເຂັ້ມງວດຕໍ່ການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ – 19 ເຊິ່ງຈະສົ່ງຜົນກະທົບຕໍ່ໂຄງການ.

[ ຂ່າວ: ເພັດສາຄອນ ສິມມະວົງ ]