ກະຊວງການເງິນ ເຜີຍແຜ່ກົດໝາຍ ວ່າດ້ວຍພາສີ ແລະ ນິຕິກໍາທີ່ກ່ຽວຂ້ອງ

202

ວັນທີ 11 ມີນາ 2021 ທີ່ສະໂມສອນແຂວງຫຼວງນໍ້າທາ ກະຊວງການເງິນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍພາສີ ( ສະບັບປັບປຸງ ) ສະບັບເລກທີ 81/ສພຊ ແລະ ນິຕິກໍາທີ່ກ່ຽວຂ້ອງ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຈັນທອງ ແກ້ວປະເສີດ ຮອງເຈົ້າແຂວງ ຫຼວງນໍ້າທາ ຜູ້ຊີ້ນຳວຽກງານພັກ – ພະນັກງານ, ມີສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫ້ອງວ່າການແຂວງ, ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ 4 ແຂວງພາກເໜືອ ຄື: ບໍ່ແກ້ວ, ຜົ້ງສາລີ, ອຸດົມໄຊ ແລະ ຫຼວງນໍ້າທາ ຕະຫຼອດຮອດພະນັກງານ – ລັດຖະກອນເຂົ້າຮ່ວມ.

ທ່ານ ຄຳມິດ ໄຊອາສາ ຮອງຫົວໜ້າກົມພາສີ ຄະນະຮັບຜິດຊອບເຜີຍແຜ່ກົດໝາຍ ແລະ ຄະນະວິຊາການ ໄດ້ໃຫ້ຮູ້ກ່ຽວກັບຄວາມເປັນມາ, ເຫດຜົນ, ຄວາມຈໍາເປັນໃນການປັບປຸງກົດໝາຍໃນຄັ້ງນີ້ ແລະ ເນື້ອໃນຕົ້ນຕໍທີ່ໄດ້ມີການປັບປຸງ ແລະ ເພີ່ມເຂົ້າໃໝ່ ເພື່ອແກ້ໄຂບັນຫາທີ່ພາໃຫ້ເກີດສິ່ງອັດຕັນໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ສິ່ງກີດຂວາງໃນການຄຸ້ມຄອງວຽກງານພາສີ ເປັນຕົ້ນ: ການເຊື່ອມໂຍງ – ເຊື່ອມຈອດກັບສາກົນ, ການອຳນວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ, ຂັ້ນຕອນຂອງການນໍາເຂົ້າ – ສົ່ງອອກ, ການບໍລິການເປັນທາງຜ່ານ, ລະບົບສາງ, ການຄຸ້ມຄອງສາງ ແລະ ເຂດປອດພາສີ, ການແກ້ໄຂການລັກລອບຫຼົບຫຼີກພາສີ, ການຍົກເວັ້ນ, ການງົດເກັບພາສີ, ໂຄງປະກອບການຈັດຕັ້ງ ແລະ ພາລະບົດບາດຂອງລັດຖະການພາສີ, ມາດຕະການຕ່າງໆ ແລະ ເນື້ອໃນອື່ນທີ່ຕິດພັນກັບການຄຸ້ມຄອງວຽກງານພາສີ, ເນື້ອໃນຕົ້ນຕໍທີ່ມີການປັບປຸງ ແລະ ເພີ່ມເຂົ້າໃໝ່ໃນກົດໝາຍວ່າດ້ວຍພາສີ ສະບັບປັບປຸງໃໝ່ນີ້ມີທັງໝົດ 17 ພາກ, 28 ໝວດ ແລະ 180 ມາດຕາ, ໃນນັ້ນພາກທີ່ກຳນົດເຂົ້າໃໝ່ 5 ພາກ, ປັບປຸງ 4 ພາກ, ຮັກສາເດີມ 8 ພາກ; ໝວດໃໝ່ 10 ໝວດ, ປັບປຸງ 6 ໝວດ, ຮັກສາເດີມ 12 ໝວດ; ມາດຕາເພີ່ມເຂົ້າໃໝ່ 65 ມາດຕາ, ປັບປຸງ 86 ມາດຕາ, ຮັກສາໄວ້ຄືເກົ່າ 29 ມາດຕາ, ໃນນີ້ລວມມີການປັບປຸງທາງດ້ານວຽກງານວິຊາການ ແລະ ຄວາມສອດຄ່ອງກັບຫຼັກການສາກົນ, ການປັບປຸງທາງດ້ານການຈັດຕັ້ງ ແລະ ຄວາມຮັບຜິດຊອບຂອງລັດຖະການພາສີ ແລະ ການປັບປຸງວຽກງານນະໂຍບາຍລວມຂອງລັດຖະບານ ກ່ຽວກັບການຍົກເວັ້ນ, ການງົດເກັບພາສີ.

[ ຂ່າວ: ສົມພອນ ຂຸນດາວົງ ]