ຈະມີການຜະລິດ ແລະ ຈໍາໜ່າຍສັນຍະລັກແຄນລາວ ຝາກສັງຄົມສະໜັບສະໜູນ

164

ແຄນລາວເປັນສັນຍະລັກຂອງຄວາມເປັນລາວ ບໍ່ວ່າຈະເປັນຮູບແບບຂອງແຄນ ແລະ ສຽງທີ່ດັງກ້ອງສະທ້ອນໃນໃຈ ລ້ວນບົ່ງບອກເຖິງຄວາມເປັນລາວ, ດັ່ງນັ້ນເພື່ອຊ່ວຍກະຈາຍມໍລະດົກວັດທະນະທຳຂອງແຄນລາວ 3 ພາກສ່ວນ ຈະຮ່ວມກັນສ້າງຜະລິດຕະພັນກ່ຽວກັບແຄນລາວອອກຈຳໜ່າຍສູ່ສັງຄົມໃນໄວໆນີ້ຝາກໃຫ້ຜູ້ຮັກບ້ານເກີດເມືອງນອນໄດ້ສະໜັບສະໜູນດ້ວຍ.

ພິທີເຊັນສັນຍາການຮ່ວມມືໂຄງການຜະລິດ ແລະ ຈໍາໜ່າຍຜະລິດຕະພັນສັນຍະລັກແຄນລາວ ໂດຍການຮ່ວມມືລະຫວ່າງ ສະມາຄົມສຽງແຄນລາວ, ບໍລິສັດ ລາວຈະເລີນສິນ ຈໍາກັດ ແລະ ສວນອາຫານມັງກອນທອງ ມີຂຶ້ນໃນວັນທີ 11 ມີນານີ້ ທີ່ບໍລິສັດ ລາວຈະເລີນສິນ ຈໍາກັດ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ໂຄສົກລັດຖະບານ ປະທານກິຕິມະສັກສະມາຄົມສຽງແຄນລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈະເລີນ ດາພາ ຜູ້ອໍານວຍການ ບໍລິສັດ ລາວຈະເລີນສິນ ຈໍາກັດ ໃນຖານະທີ່ເປັນຜູ້ຮ່ວມລົງທຶນ ໄດ້ໃຫ້ສໍາພາດວ່າ: ດັ່ງທີ່ຮັບຮູ້ກັນແລ້ວແຄນວ່າເປັນມູນມັງຂອງຊາດ ເປັນມໍລະດົກໂລກ ເປັນມູນມັງມາຫຼາຍພັນປີ ແລະ ໄດ້ຖືກຮອງຮັບເອົາເປັນມໍລະດົກໂລກໄປແລ້ວ ທາງລາວຈະເລີນສິນໃນຖານະທີ່ເປັນບໍລິສັດໜຶ່ງທີ່ຜະລິດສື່ໂຄສະນາ ເລີຍຖືໂອກາດນີ້ເອົາແຄນລາວເປັນສື່ ແລະ ເປັນການເຜີຍແຜ່ໂຄສະນາທາງສື່ຕ່າງໆໄດ້ຮັບຮູ້ ແລະ ເຫັນຄຸນຄ່າຂອງແຄນລາວ ເຊິ່ງແຄນລາວເປັນຄວາມພາກພູມໃຈຂອງຄົນລາວທີ່ເອກອ້າງ ແລະ ເປັນເຄື່ອງດົນຕີທີ່ເຮັດຈາກໄມ້ທໍາມະຊາດ ແຄນລາວມີບາດກ້າວສາມາດເຂົ້າໃນດົນຕີສາກົນໄດ້, ຍ້ອນ ຄວາມພາກພູມໃຈດັ່ງກ່າວນັ້ນ ຈຶ່ງຂໍໃຫ້ມວນຊົນສະໜັບສະໜູນ ແລະ ເຫັນຄຸນຄ່າຂອງແຄນລາວເຮົາໃນການເຜີຍແຜ່ສິລະປະອັນດີງາມນີ້ອອກສູ່ມວນຊົນ ແລະ ສັງຄົມ ທາງສະມາຄົມແຄນລາວຈະໄດ້ຈັດຈໍາໜ່າຍ ເພື່ອສ້າງເປັນກອງທຶນນຳໃຊ້ໃນກິດຈະກຳຕ່າງໆຂອງສະມາຄົມຕໍ່ໆໄປ.

ທ່ານ ວັດທະນະໄຊ ລາດຊະວົງສິງ ຜູ້ອໍານວຍການສວນອາຫານມັງກອນທອງ ຜູ້ຮ່ວມລົງທຶນໄດ້ໃຫ້ສໍາພາດຕື່ມວ່າ: ດີໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງໃນການມີສ່ວນຮ່ວມໃນການຮ່ວມທຶນກັບໂຄງການຜະລິດ ແລະ ຈໍາໜ່າຍຜະລິດຕະພັນສັນຍະລັກແຄນລາວຄັ້ງນີ້ ແລະ ໃນອະນາຄົດທາງສວນອາຫານມັງກອນທອງ ຈະສ້າງໃຫ້ເປັນສູນໜຶ່ງເມື່ອນັກທ່ອງທ່ຽວໄດ້ມາທ່ຽວປະເທດເຮົາ ໄດ້ແວ່ຊີມອາຫານແຊບ ແລະ ໄດ້ຊົມຜະລິດຕະພັນທີ່ເປັນຂອງບັນດາເຜົ່າດ້ວຍ.

อาจเป็นรูปภาพของ 4 คน และผู้คนกำลังยืน

ທ່ານ ຄໍາພັນ ເໝືອນສິດທິດາ ປະທານສະມາຄົມສຽງແຄນລາວ ກ່າວວ່າ: ແຄນລາວມີປະຫວັດກໍາເນີດມາກວ່າ 3.000 ປີ ຈາກພູມປັນຍາຂອງບັນພະບຸລຸດລາວ ເຊິ່ງຕິດພັນກັບວິຖີຊີວິດ ແລະ ວັດທະນະທໍາຂອງຄົນລາວບັນດາເຜົ່າ. ມາຮອດວັນທີ 7 ທັນວາ 2017 ກອງປະຊຸມຂອງອົງການ ອຸຍເນັສໂກ ຂອງສະຫະປະຊາຊາດ ໄດ້ໄຂຂຶ້ນທີ່ເກາະ ເຊຈູ ສ.ເກົາຫຼີ ໄດ້ຄົ້ນຄວ້າ ແລະ ຮັບຮອງເອົາສຽງແຄນເຊື້ອຊາດລາວເປັນມໍລະດົກໂລກ.

ສໍາລັບຈຸດປະສົງໃນໂຄງການຮ່ວມມືຄັ້ງນີ້ ແມ່ນເພື່ອສົ່ງເສີມແຄນລາວ ເຊິ່ງເປັນດົນຕີເອກະລັກພື້ນເມືອງລາວໃຫ້ເປັນທີ່ເອກອ້າງສົມກັບເປັນມໍລະດົກໂລກ, ສົ່ງເສີມດົນຕີພື້ນເມືອງລາວສຽງແຄນ ສິລະປະວັດທະນະທໍາລາວຕິດພັນກັບການທ່ອງທ່ຽວ ເພື່ອໃຫ້ທົ່ວສັງຄົມນິຍົມ ແລະ ຊົມໃຊ້ແຄນລາວ, ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຫັນຄວາມເປັນເອກະລັກດົນຕີພື້ນເມືອງລາວ, ຊຸກຍູ້ການຕະຫຼາດແຄນພາຍໃນ ແລະ ອອກສູ່ຕ່າງປະເທດ, ສົ່ງເສີມວຽກເຮັດງານທໍາໃຫ້ແກ່ບຸກຄະລາກອນທັງພາກລັດ ແລະ ປະຊາຊົນ, ສ້າງລາຍຮັບໃຫ້ແກ່ພາກສ່ວນລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ສຸດທ້າຍກໍເພື່ອຊຸກຍູ້ກອງທຶນຂອງສະມາຄົມແຄນລາວໃຫ້ມີງົບປະມານນໍາໃຊ້ເຂົ້າໃນບັນດາກິດຈະກໍາຕ່າງໆ ກ່ຽວກັບວຽກງານສົ່ງເສີມສິລະປະດົນຕີພື້ນເມືອງລາວໃຫ້ຢູ່ຄູ່ສັງຄົມລາວຕະຫຼອດໄປ.

ສໍາລັບສິດ ແລະ ໜ້າທີ່ຂອງສະມາຄົມສຽງແຄນລາວ ແມ່ນເປັນເຈົ້າຂອງໂຄງການເປັນເຈົ້າຂອງລິຂະສິດ, ຊີ້ນໍາລວມວຽກງານຜະລິດ ແລະ ຈໍາໜ່າຍຜະລິດຕະພັນສັນຍະລັກແຄນລາວ, ຜະລິດຕະພັນຕ້ອງຕິດສະຕິກເກີ ແລະ ບາໂຄດຂອງສະມາຄົມສຽງແຄນລາວ, ຢັ້ງຢືນຮັບຮອງຜະລິດຕະພັນເປັນເຈົ້າຂອງບັນຊີຮ່ວມກັບຜູ້ລົງທຶນ, ຮັບຜິດຊອບດ້ານເອກະສານຕ່າງໆໃຫ້ການປະສານງານພົວພັນກັບທຸກພາກສ່ວນ ເພື່ອເຮັດໃຫ້ໂຄງການນີ້ດໍາເນີນໄປຕາມແຜນການທີ່ວາງໄວ້ ຂໍໃຫ້ທຸກພາກສ່ວນໃຫ້ການສະໜັບສະໜູນ ແລະ ຊົມໃຊ້ຜະລິດຕະພັນແຄນລາວໃຫ້ກວ້າງຂວາງ.

ໃນໂອກາດນີ້, ຜູ້ອໍານວຍການ ບໍລິສັດ ລາວຈະເລີນສິນ ຈໍາກັດ ແລະ ຜູ້ອໍານວຍການສວນອາຫານມັງກອນທອງ ໄດ້ມອບທຶນ ຈໍານວນ 30 ລ້ານກີບ ໃຫ້ແກ່ສະມາຄົມສຽງແຄນລາວ ເພື່ອເປັນທຶນໃນການເຄື່ອນໄຫວໃນເບື້ອງຕົ້ນ ສໍາລັບຂະໜາດຂອງສັນຍະລັກແຄນລາວ ຈະມີສາມຂະໜາດ ຄື: ນ້ອຍ, ກາງ, ໃຫຍ່ ແລະ ມີລາຄາຕັ້ງແຕ່ ສາມແສນກວ່າກີບ ຫາ ແປດແສນກວ່າກີບ, ທັງນີ້ທາງສະມາຄົມກໍໄດ້ມອບແຄນ ແລະ ໃບກຽດຕິຄຸນເພື່ອເປັນທີ່ລະນຶກໃຫ້ກັບຜູ້ຮ່ວມລົງທຶນ ກໍຄືຜູ້ອໍານວຍການ ບໍລິສັດ ລາວຈະເລີນສິນ ຈໍາກັດ ແລະ ຜູ້ອໍານວຍການສວນອາຫານມັງກອນທອງດ້ວຍ.