ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລົງນາມກັບລັດຖະບານ ຍົກລະດັບສາຍສົ່ງໃຫ້ໝັ້ນຄົງ ສາມາດເຊື່ອມໂຍງກັບຕ່າງປະເທດ

341

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ( EDL – T ) ເຊັນສັນຍາສໍາປະທານຢ່າງເປັນທາງການ ກັບລັດຖະບານລາວ ໃນການຮ່ວມມືດ້ານຕານ່າງໄຟຟ້າ ລະຫວ່າງສອງປະເທດລາວ – ຈີນ ໃນວັນທີ 13 ມີນາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ເຂົ້າຮ່ວມໃນພິທີລົງນາມຄັ້ງນີ້ມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ແລະ ພາກສ່ວນກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

ເພື່ອຈັດຕັ້ງຜັນຂະຫຍາຍສັນຍາສໍາປະທານ ລະຫວ່າງ ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ ( CSG ) ແລະ ລັດວິສາຫະກິດໄຟຟ້າລາວ ( EDL ) ໄດ້ຮ່ວມກັນສ້າງຕັ້ງບໍລິສັດ ( EDL – T ) ເພື່ອໃຫ້ເປັນຫົວໜ່ວຍທຸລະກິດສະໜອງໄຟຟ້າທີ່ປອດໄພ ແລະ ຍືນຍົງ, ດໍາເນີນທຸລະກິດການລົງທຶນກໍ່ສ້າງ ແລະ ບໍລິຫານລະບົບສາຍສົ່ງ 230 kv ຂຶ້ນໄປ ແລະ ໂຄງການເຊື່ອມໂຍງລະບົບສາຍສົ່ງກັບບັນດາປະເທດອ້ອມຂ້າງ ແລະ ພັດທະນາ ສປປ ລາວ ໃຫ້ກາຍເປັນແຫ່ງພະລັງງານຂອງອາຊຽນ, ສົ່ງເສີມການຫັນປ່ຽນທ່າແຮງທາງດ້ານເສດຖະກິດ ລວມທັງການຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ຕາມຫຼັກການຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

อาจเป็นรูปภาพของ 7 คน และผู้คนกำลังยืน

ໃນພິທີ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຕາງໜ້າໃຫ້ລັດຖະບານລາວ ກ່າວວ່າ: ໂຄງການຂອງ EDL – T ຈະສາມາດຄຸ້ມຄອງ ແລະ ບໍລິຫານຕານ່າງໄຟຟ້າທົ່ວປະເທດຢ່າງເປັນລະບົບ, ເຮັດໃຫ້ການສະໜອງໄຟຟ້າມີຄວາມໝັ້ນທ່ຽງກວ່າເກົ່າ ເພື່ອອໍານວຍຄວາມສະດວກໃຫ້ແກ່ການພັດທະນາອຸດສາຫະກໍາຂອງ ສປປ ລາວ ແລະ ມີບົດບາດອັນສໍາຄັນໃນການສົ່ງອອກໄຟຟ້າໃຫ້ປະເທດອ້ອມຂ້າງ ແລະ ພາກພື້ນນໍາອີກ.

ທ່ານ ຈ່າງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ມີຄໍາເຫັນວ່າ: ປີ 2020 ສອງປະເທດຈີນ – ລາວ ໄດ້ຮ່ວມກັນເປັນປະທານຈັດກອງປະຊຸມຜູ້ນໍາຂອບການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ເຊິ່ງກອງປະຊຸມໄດ້ຮັບຮອງຜ່ານຖະແຫຼງການວຽງຈັນ ໂດຍເນັ້ນການສົ່ງເສີມການເຊື່ອມຈອດກັນທາງດ້ານໄຟຟ້າ ລະຫວ່າງບັນດາປະເທດລຸ່ມແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ ເຊິ່ງບໍລິສັດ EDL – T ໄດ້ສອດຄ່ອງກັບນະໂຍບາຍເຫຼົ່ານັ້ນ ໃນການຈັດຕັ້ງຜັນຂະຫຍາຍເນື້ອໃນອັນສໍາຄັນດັ່ງກ່າວ.

ທ່ານກ່າວຕື່ມວ່າ: ປີນີ້ເປັນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຈີນ – ລາວ ຄົບຮອບ 60 ປີ ທັງເປັນປີມິດຕະພາບ ຈີນ – ລາວ ຝ່າຍຈີນຍິນດີກັບຝ່າຍລາວ ສືບຕໍ່ລົງເລິກການຮ່ວມມືຢ່າງແທ້ຈິງ, ຫວັງວ່າວິສາຫະກິດຂອງສອງຝ່າຍຈະເພີ່ມການຮ່ວມມື ເພື່ອຊຸກຍູ້ປະເທດລາວເຊື່ອມໂຍງເຂົ້າໃນພາກພື້ນແມ່ນໍ້າຂອງ – ແມ່ລ້ານຊ້າງ.

[ ຂ່າວ: CRI ]