ປີນີ້ການເງິນຕັ້ງເປົ້າເກັບລາຍຮັບ ໃຫ້ໄດ້ຫຼາຍກວ່າ 27 ພັນຕື້ກີບ

106

ປີ 2020 ການເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 99,53% ຂອງແຜນການດັດແກ້. ສ່ວນປີນີ້ກະຊວງການເງິນ ວາງຄາດໝາຍສູ້ຊົນປະຕິບັດແຜນລາຍຮັບງົບປະມານໃຫ້ໄດ້ 27.629 ຕື້ກີບ ຫຼື ທຽບເທົ່າ 15,13% ຂອງ GDP.

ກອງປະຊຸມສະຫຼຸບວຽກງານການເງິນ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ໄຂຂຶ້ນໃນວັນທີ 4 ກຸມພາທີ່ຫໍປະຊຸມແຫ່ງຊາດເພື່ອພ້ອມກັນສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານການເງິນຜ່ານມາ ແລະ ປຶກສາຫາລືບັນດາວຽກງານ, ມາດຕະການ ເພື່ອຈັດຕັ້ງຜັນຂະຫຍາຍທິດທາງງົບປະມານແຫ່ງລັດ ປະຈໍາປີ 2021 ໃຫ້ເປັນອັນລະອຽດ. ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີທ່ານຮອງລັດຖະມົນຕີ, ບັນດາຄະນະນໍາບັນດາກະຊວງ, ອົງການລັດທຽບເທົ່າອ້ອມຂ້າງສູນກາງ, ຄະນະນໍາບັນດາທ້ອງຖິ່ນ, ຕາງໜ້າບັນດາກະຊວງ ແລະ ຕາງໜ້າບັນດາກົມອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.

ທ່ານ ສົມດີ ດວງດີ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ຮັບຟັງການສະເໜີ ແລະ ລາຍງານຫຼາຍຫົວຂໍ້ທີ່ສໍາຄັນ ເພື່ອປຶກສາຫາລື ແລະ ປະກອບຄໍາຄິດເຫັນ ເປັນຕົ້ນ: ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນງົບປະມານແຫ່ງ ລັດ ປະຈໍາປີ 2021, ສະເໜີແຜນການພັດທະນາຂະແໜງ ການເງິນໄລຍະ 5 ປີ ( 2021 – 2025 ) ແລະ ແຜນວຽກຈຸດສຸມປີ 2021 ແລະ ແຜນງານການຫັນເປັນທັນສະໄໝຂອງຂະແໜງການເງິນ; ວຽກງານຈຸດສຸມໃນການຄຸ້ມຄອງວຽກງານໃນຂົງເຂດຕ່າງໆທີ່ກ່ຽວກັບວຽກງານການເງິນ – ງົບປະມານ ເຊັ່ນ: ວຽກງານງົບປະມານ, ຄັງເງິນ, ວຽກສ່ວຍສາອາກອນ, ພາສີ, ວຽກງານຄຸ້ມຄອງຊັບສິນຂອງລັດ ແລະ ໄດ້ສະເໜີນິຕິກຳລຸ່ມກົດໝາຍຈໍານວນໜຶ່ງໃຫ້ຜູ້ແທນກອງປະຊຸມປະກອບຄຳຄິດເຫັນ. ພ້ອມນັ້ນ, ຍັງໄດ້ປຶກສາຫາລືບັນຫາຈຳນວນໜຶ່ງທີ່ຕິດພັນກັບວຽກງານກວດສອບແຫ່ງລັດ ແລະ ວຽກກວດກາ.

ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2020 ທີ່ຜ່ານມາ ເຫັນວ່າມີທັງຂໍ້ສະດວກ ແລະ ສິ່ງທ້າທາຍຫຼາຍປະການ, ສະພາບຄວາມບອບບາງທາງດ້ານເສດຖະກິດ ແລະ ຄວາມຫຍຸ້ງຍາກທາງດ້ານງົບປະມານ, ການຂາດດຸນງົບປະມານທີ່ສະສົມມາຫຼາຍປີ, ໜີ້ສິນສາທາລະນະສະສົມສູງເຮັດໃຫ້ພັນທະຊໍາລະໜີ້ສິນເພີ່ມຂຶ້ນຕໍ່ເນື່ອງ ເຊິ່ງຈະຕ້ອງໃຊ້ເວລາພໍສົມຄວນໃນການແກ້ໄຂ ເພື່ອໃຫ້ສາມາດຟື້ນຕົວ ແລະ ກັບເຂົ້າສູ່ສະພາບປົກກະຕິໄດ້. ນອກຈາກນີ້, ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນໂດຍລວມ ກໍຍັງບໍ່ທັນເອື້ອອຳນວຍເຮັດໃຫ້ສະພາບເສດຖະກິດຂະຫຍາຍຕົວຊ້າ, ການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດງົບປະມານຫຼາຍສົມຄວນ.

ນອກຈາກນັ້ນ, ຍັງໄດ້ຮັບຜົນກະທົບຕໍ່ການຈັດເກັບລາຍຮັບຈາກການສົ່ງອອກ – ນໍາເຂົ້າສິນຄ້າ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ການເກັບຄ່າທໍານຽມປະເພດຕ່າງໆ ຜ່ານດ່ານພາສີ ແລະ ການເກັບລາຍຮັບຈາກຄ່າບິນຜ່ານນ່ານຟ້າ, ຄື້ນຄວາມຖີ່ ແລະ ການປັນຜົນກໍາໄລຂອງລັດວິສາຫະກິດ, ລາຍຮັບຈາກຄ່າເຊົ່າກິດຈະການ ແລະ ອື່ນໆຫຼຸດລົງ. ທັງນີ້, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2020 ທັງຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ສາມາດປະຕິບັດລາຍຮັບງົບປະມານທັງໝົດໄດ້ 22.619 ຕື້ກີບ ເທົ່າກັບ 99,53% ຂອງແຜນການດັດແກ້. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 20.410 ຕື້ກີບ ເທົ່າກັບ 99,86% ຂອງແຜນການດັດແກ້ ( ຖ້າທຽບໃສ່ໃນໄລຍະດຽວກັນເຫັນວ່າຫຼຸດລົງ 13,6% ).

ສໍາລັບແຜນງົບປະມານແຫ່ງລັດ ໃນປີ 2021 ຄາດໝາຍສູ້ຊົນປະຕິບັດແຜນລາຍຮັບງົບປະມານ 27.629 ຕື້ກີບ ຫຼື ທຽບເທົ່າ 15,13% ຂອງ GDP. ໃນນັ້ນ, ລາຍຮັບພາຍໃນມີປະມານ 24.872 ຕື້ກີບ ຫຼື ເທົ່າກັບ 13,62% ຂອງ GDP.

ສ່ວນຄາດໝາຍລາຍຈ່າຍງົບປະມານທັງໝົດ 31.583 ຕື້ກີບ ຫຼື ເທົ່າກັບ 17,30% ຂອງ GDP ແລະ ຄາດຄະເນຈະຂາດດຸນທັງໝົດ ຈໍານວນ 3.955 ຕື້ກີບ ເທົ່າກັບ 2,17% ຂອງ GDP ເຊິ່ງຖືວ່າຍັງເປັນການຂາດດຸນທີ່ຢູ່ໃນລະດັບສູງສົມຄວນ ແລະ ມີຄວາມຈໍາເປັນຈະຕ້ອງໄດ້ລະດົມແຫຼ່ງທຶນດຸ່ນດ່ຽງທັງພາຍໃນ ແລະ ຕ່າງປະເທດໃຫ້ພຽງພໍກັບຄວາມຈໍາເປັນລາຍຈ່າຍຕ່າງໆຕາມແຜນການທີ່ໄດ້ກໍານົດໄວ້.

[ ຂ່າວ: ກະຊວງການເງິນ ]