ດ່ານສາກົນລານຕຸ້ຍ ມີຈຸດຄ່ຽນຖ່າຍສິນຄ້າ ແລະ ສາງຝາກເຄື່ອງແລ້ວ

209

ພິທີເປີດ ບໍລິສັດ ຕົ່ງກໍ່ສ້າງ ແລະ ເປີດການບໍລິການ ສາງຝາກສິນຄ້າ, ຈຸດຄ່ຽນຖ່າຍສິນຄ້າ ແລະ ເດີ່ນພັກລົດ ເພື່ອບໍລິການການຂົນສົ່ງສິນຄ້າທີ່ ເຂົ້າ – ອອກຜ່ານດ່ານສາກົນລານຕຸ້ຍ ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2021 ໂດຍການເຂົ້າຮ່ວມຂອງ ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ; ພ້ອມດ້ວຍການນໍາຂອງແຂວງຜົ້ງສາລີ, ການນຳເມືອງຍອດອູ ແລະ ຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ กลางแจ้ง

ສາງຝາກສິນຄ້າ, ຈຸດຄ່ຽນຖ່າຍສິນຄ້າ ແລະ ເດີ່ນພັກລົດດັ່ງກ່າວຕັ້ງຢູ່ບ້ານຊຽງສ້ຽວ ເມືອງຍອດອູ ແຂວງຜົ້ງສາລີ ເຊິ່ງຢູ່ຫ່າງຈາກດ່ານສາກົນລານຕຸ້ຍ 10 ກວ່າກິໂລແມັດ, ມີເນື້ອທີ່ປະມານ 10 ກວ່າເຮັກຕາ ໂດຍແມ່ນ ບໍລິສັດ ຕົ່ງກໍ່ສ້າງ ແລະ ບໍລິການສາງຝາກສິນຄ້າ, ຄ່ຽນຖ່າຍສິນຄ້າ ແລະ ທ່ອງທ່ຽວຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ລົງທຶນ.

อาจเป็นรูปภาพของ 4 คน และผู้คนกำลังยืน

ການກໍ່ສ້າງໄດ້ເລີ່ມແຕ່ທ້າຍປີ 2018 ປະກອບມີໂຄງລ່າງພື້ນຖານດ້ານຕ່າງໆ ເປັນຕົ້ນການບຸກເບີກ – ດຸດປັບພື້ນທີ່, ການປູຫີນໜີບແໜ້ນ, ການກໍ່ສ້າງເດີ່ນພັກລົດ, ການກໍ່ສ້າງຈຸດຄ່ຽນຖ່າຍສິນຄ້າໃນຮົ່ມ ແລະ ກາງແຈ້ງ, ການກໍ່ສ້າງສາງຝາກສິນຄ້າ, ກໍ່ສ້າງຫ້ອງການເຮັດວຽກຂອງບໍລິສັດ, ຫ້ອງການພາສີ, ຫ້ອງການກະສິກຳ, ເຮືອນນອນຂອງພະນັກງານບໍລິສັດ, ພະນັກງານພາສີ, ພະນັກງານກະສິກຳ; ການຕິດຕັ້ງຊິງຊັ່ງ, ຕິດຕັ້ງປ້າຍບໍລິສັດ, ປ້າຍຫ້ອງການ, ຕິດຕັ້ງຄອມພິວເຕີ, ຕິດຕັ້ງລະບົບອະຊິກຸດະ ( ASYCUDA ) ເພື່ອເຊື່ອມຕໍ່ຖານຂໍ້ມູນໃຫຍ່, ຕິດຕັ້ງລະບົບຮັກສາຄວາມປອດໄພ, ລ້ອມຮົ້ວອ້ອມສຳນັກງານ ແລະ ອື່ນໆ, ຮອດປັດຈຸບັນແມ່ນສຳເລັດໂດຍພື້ນຖານ ແລະ ເປີດນຳໃຊ້ຢ່າງເປັນທາງການແລ້ວ.