ດ່ານພາສີສາກົນຂົວມິດຕະພາບ III ເກັບລາຍຮັບລື່ນແຜນ 3,61%

107

ປີ 2020 ເຖິງສະພາບການແຜ່ລະບາດພະຍາດໂຄວິດ – 19 ເປັນອຸປະສັກ ແລະ ສິ່ງທ້າທ້າຍຕໍ່ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ແຕ່ດ່ານພາສີສາກົນຂົວມິດຕະພາບ III ສາມາດປະຕິບັດໄດ້ 283,6 ຕື້ກີບ ເທົ່າກັບ 103,61% ຂອງແຜນການ.

ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ໃຫ້ຮູ້ວ່າ: ການເກັບລາຍຮັບປີ 2020 ດ່ານພາສີສາກົນຂົວມິດຕະພາບ III ຈໍານວນ 273,7 ຕື້ກີບ ( ແຜນການດັດແກ້ ) ຜ່ານການຈັດຕັ້ງປະຕິບັດ 12 ເດືອນ ເກັບໄດ້ 283,6 ຕື້ກີບ ເທົ່າກັບ 103,61% ຂອງແຜນການ ( ຄິດເປັນເງິນລື່ນແຜນ 9,87 ຕື້ກີບ ) ຖ້າທຽບໃສ່ໄລຍະດຽວຂອງປີ 2019 ປະຕິບັດໄດ້ 107,37%.

อาจเป็นรูปภาพของ 1 คน

ລາຍຮັບສ່ວນໃຫຍ່ໄດ້ຈາກນ້ຳມັນເຊື້ອໄຟ, ສິນຄ້ານຳເຂົ້າສົ່ງອອກ. ໃນນີ້, ກະທິງແດງ, ງົວ, ຄວາຍ, ໝູພັນ, ໝາກໄມ້ສົດ, ເຂົ້າສານ, ສິນຄ້ານຳເຂົ້າພາຍໃນ, ທຳນຽມພາຫະນະ, ເຮືອເຂົ້າ – ອອກດ່ານ, ທຳນຽມຜ່ານແດນສາກົນ, ທຳນຽມຄັງແຮ ແລະ ອື່ນໆ.

ສໍາລັບຕົວເລກແຜນການປີ 2021 ຕາມແຜນການ 337,7 ຕື້ກີບ, ຖ້າທຽບໃສ່ແຜນດັດແກ້ເພີ່ມຂຶ້ນ 23,35% ຖ້າທຽບໃສ່ການປະຕິບັດໄດ້ 12 ເດືອນປີ 2020 ເພີ່ມຂຶ້ນ 54 ຕື້ກວ່າກີບ ຫຼື ເທົ່າກັບ 19,06%.

ສາເຫດທີ່ພາໃຫ້ເກັບລາຍຮັບເພີ່ມຂຶ້ນຍ້ອນຄະນະດ່ານ, ພະນັກງານ – ເຈົ້າໜ້າທີ່ພາສີ, ໄດ້ສຸມໃສ່ການປະຕິບັດໜ້າວຽກງານຕາມກົດໝາຍກຳນົດໄວ້, ເຜີຍແຜ່ບັນດານິຕິກຳໃຫ້ພະນັກງານເປັນປົກກະຕິ, ປັບປຸງແບບແຜນການຊີ້ນຳ – ນໍາພາໃນແຕ່ລະໄລຍະ, ລົງໃກ້ຊິດຕິດແທດກັບການຈັດຕັ້ງປະຕິບັດວຽກງານຈິງຂອງແຕ່ລະໜ່ວຍງານ, ຄຸ້ມຄອງການກວດກາ, ກວດກາຕິດຕາມການປະຕິບັດວຽກງານວິຊາສະເພາະ ເປັນຕົ້ນ: ເພີ່ມທະວີວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມງວດ, ປະຕິບັດຕາມລະບຽບກົດໝາຍ, ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ໃຫ້ບໍລິການມີຄວາມສະດວກວ່ອງໄວ, ທ່ານ ສົມຫວັງ ສົມຈິນດາ ກ່າວ.

อาจเป็นรูปภาพของ กลางแจ้ง

ຄຽງຄູ່ກັນນີ້, ຍ້ອນການເອົາໃຈໃສ່ຂອງຄະນະນຳທຸກຂັ້ນລົງມາຊຸກຍູ້ຊີ້ນຳໆພາ, ສິ່ງສຳຄັນແມ່ນຄະນະດ່ານ, ໜ່ວຍງານຕະຫຼອດຮອດພະນັກງານໄດ້ມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານການຈັດຕັ້ງມອບໝາຍ, ຄະນະພັກຄະນະດ່ານໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍລົງໃກ້ຊິດຕິດແທດກັບແຕ່ລະໜ່ວຍງານ, ເອົາໃຈໃສ່ເຜີຍແຜ່ບັນດາກົດໝາຍ ເຊັ່ນ: ກົດໝາຍພາສີ, ກົດໝາຍສ່ວຍສາອາກອນ, ກົດໝາຍຕ້ານການສໍ້ລາດບັງຫຼວງ, ກົດໝາຍອື່ນໆທີ່ກ່ຽວຂ້ອງ, ນິຕິກຳລຸ່ມກົດໝາຍ ແລະ ບັນດາລະບຽບການອື່ນໆ.

อาจเป็นรูปภาพของ กลางแจ้ง

ພ້ອມດຽວກັນນີ້, ການປະສານສົມທົບກັບບັນດາໜ່ວຍງານຢູ່ພາຍໃນດ່ານດ້ວຍຄວາມຮັບຜິດຊອບສູງຂອງແຕ່ລະໜ່ວຍງານໃນການປະຕິບັດໜ້າທີ່ຕາມການຈັດຕັ້ງມອບໝາຍ ແລະ ຄວາມສາມັກຄີ, ຈຶ່ງພ້ອມພາກັນຜ່ານຜ່າທຸກບັນຫາ ແລະ ສິ່ງສຳຄັນແມ່ນຖືຜົນປະໂຫຍດສ່ວນລວມເປັນບັນຫາສຳຄັນ.