ເຈົ້າແຂວງລົງຕິດຕາມການຜະລິດ, ການສະກັດກັ້ນໂຄວິດ – 19 ຢູ່ເມືອງສອງຄອນ ແລະ ເມືອງໄຊພູທອງ

259

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍພະແນກສາທາລະນະສຸກແຂວງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີກໍາລັງ ປກຊ – ປກສ ແຂວງ, ຫ້ອງວ່າການປົກຄອງແຂວງໄດ້ລົງຕິດຕາມສະພາບການຜະລິດລະດູແລ້ງ ພ້ອມທັງຕິດຕາມສະພາບການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ – 19 ຢູ່ເມືອງສອງຄອນ ແລະ ເມືອງໄຊພູທອງ ເມື່ອທ້າຍອາທິດຜ່ານມາ ໂດຍມີອຳນາດການປົກຄອງເມືອງ ພ້ອມດ້ວຍພໍ່ແມ່ປະຊາຊົນໃຫ້ການຕ້ອນຮັບ.

ໂອກາດນີ້, ທ່ານເຈົ້າແຂວງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເບິ່ງສະພາບການຜະລິດລະດູແລ້ງຢູ່ເຂດໂຄງການຊົນລະປະທານດົງສະຫວ່າງ ເຊິ່ງໂຄງການດັ່ງກ່າວໄດ້ທົດລອງປູກເຂົ້ານາແຊງເປັນປີທຳອິດໃນປີ 2021 ນີ້ ມີແຜນປູກເຂົ້າໃຫ້ໄດ້ 600 ເຮັກຕາ, ກວມເອົາເນື້ອທີ່ນາຂອງປະຊາຊົນ 3 ບ້ານ ຄື: ບ້ານວິໄຊສົງ, ດົງສະຫວ່າງ ແລະ ບ້ານສອງຄອນ, ມາຮອດປັດຈຸບັນປະຊາຊົນສາມາດປັກດຳໄດ້ຕົວຈິງລື່ນຄາດໝາຍ ສ່ວນຫຼາຍແມ່ນນາຫວ່ານ ແລະ ນາຢອດ.

ລະດູແລ້ງປີນີ້ເມືອງສອງຄອນ ມີແຜນປັກດຳນາແຊງໃຫ້ໄດ້ 3.740 ເຮັກຕາ ມາຮອດປັດຈຸບັນປະຊາຊົນປັກດຳໄດ້ເກືອບ 100%; ໃນນັ້ນສ່ວນຫຼາຍແມ່ນນາຫວ່ານ ກວມ 70% ແລະ 30% ແມ່ນການປັກດຳ, ເຂດທີ່ປູກເຂົ້ານາແຊງຫຼາຍກວ່າໝູ່ແມ່ນໂຄງການຊົນລະປະທານດົງສະຫວ່າງ 1, ດົງສະຫວ່າງ 2, ສອງຄອນ, ທ່າຂາມລຽນ, ໜອງເດີ່ນ.

ແຜນການປູກພືດລະດູແລ້ງ 2.800 ເຮັກຕາ, ມາຮອດປັດຈຸບັນປະຕິບັດໄດ້ 2.150 ເຮັກຕາ ເທົ່າ 77% ຂອງແຜນການ, ພືດທີ່ປູກຫຼາຍກວ່າໝູ່ແມ່ນໝາກໂມ, ມັນຕົ້ນ, ສາລີ, ຄາມ, ໝາກແຕງ, ມັນດ້າງ, ຖົ່ວ ແລະ ພືດຜັກຕ່າງໆ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ເວລາຕໍ່ມາທ່ານເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມສູນຈຳກັດແຮງງານລາວ ທີ່ມາຈາກປະເທດໄທ ໃນເຂດເມືອງສອງຄອນ ເຊິ່ງປັດຈຸບັນແມ່ນມີ 1 ສູນ ຄື: ສູນໂຮງຮຽນທິດສະດີການເມືອງ – ການປົກຄອງຫ້ວຍສາງເຂົ້າ.

ຕາມການລາຍງານຂອງ ທ່ານ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ໃຫ້ຮູ້ວ່າ: ປັດຈຸບັນມີຜູ້ຖືກຈຳກັດບໍລິເວນທັງໝົດ 19 ຄົນ ຍິງ 7 ຄົນ, ເປັນຄົນແຂວງສາລະວັນ 1 ຄົນ ເຊິ່ງເຂົ້າມາຫຼ້າສຸດໃນວັນທີ 28 ມັງກອນ 2021 ມີ 1 ຄົນ, ສ່ວນຫຼາຍແມ່ນລັກລອບເຂົ້າມາຕາມຊາຍແດນແມ່ນໍ້າຂອງ ເຂົ້າມາເຂດທ່າປັດຊຸມ, ດອນຫວາຍ ແລະ ບ້ານໜອງບົວທ່າ ເຊິ່ງເຈົ້າໜ້າທີ່ໄດ້ເກັບກຳຂໍ້ມູນລະອຽດ ແລະ ນຳສົ່ງສູນຈຳກັດບໍລິເວນຂອງເມືອງ. ທັງນີ້, ກໍເພື່ອເປັນການສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ກຳລັງແຜ່ລະບາດໃນທົ່ວໂລກ ໂດຍສະເພາະແມ່ນປະເທດເພື່ອນບ້ານຂອງພວກເຮົາ.

ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ລົງພົບປະ, ໂອ້ລົມອໍານາດການປົກຄອງບ້ານໜອງບົວທ່າ, ອ້າຍນ້ອງນາຍ ແລະ ພົນທະຫານຊາຍແດນ ພ້ອມດ້ວຍປະຊາຊົນພາຍໃນກຸ່ມບ້ານທີ 3, 4, 5 ທີ່ວັດບ້ານໜອງບົວທ່າ ເມືອງສອງຄອນ ເຊິ່ງສະແດງຄວາມເປັນຫ່ວງເປັນໃຍຕໍ່ກັບປະຊາຊົນ, ພ້ອມທັງຮຽກຮ້ອງມາຍັງປະຊາຊົນໃຫ້ເປັນເຈົ້າການນຳກັນ, ຈະແມ່ນລູກຫຼານໃຜຂ້າມມາແຕ່ເຮັດວຽກຢູ່ປະເທດເພື່ອນບ້ານ ກໍຕ້ອງນຳເອົາຜູ້ກ່ຽວໄປຫາເຈົ້າໜ້າທີ່ ເພື່ອຈະດຳເນີນຕາມຂັ້ນຕອນຂອງການເຝົ້າລະວັງປ້ອງກັນພະຍາດໂຄວິດ – 19, ຫ້າມເດັດຂາດບໍ່ໃຫ້ປົກປິດໄວ້ໂດຍບໍ່ລາຍງານເຈົ້າໜ້າທີ່ອຳນາດການປົກຄອງບ້ານຮູ້. ພ້ອມນັ້ນ, ສືບຕໍ່ໃຫ້ປະຊາຊົນເອົາໃຈໃສ່ໃນການຮ່ວມມື ໂດຍສະເພາະຈຸດຂ້າມລອຍຕ່າງໆ.

อาจเป็นรูปภาพของ 9 คน, ผู้คนกำลังยืน และกลางแจ้ง

ມາໃນຕອນບ່າຍຂອງວັນດຽວກັນ ທ່ານເຈົ້າແຂວງ ພ້ອມຄະນະ ໄດ້ມີການພົບປະ, ໂອ້ລົມກັບອຳນາດການປົກຄອງ ເມືອງໄຊພູທອງ ໃນວຽກງານສະກັດກັ້ນພະຍາດໂຄວິດ – 19 ໂດຍສະເພາະ ໃຫ້ກວດກາຄືນການປິດຮ້ານກິນດື່ມຄາຣາໂອເກະພາຍໃນເມືອງ, ກວດກາການເຂົ້າ – ອອກຂອງເຮືອຕາມລຳແມ່ນ້ຳຂອງ ໂດຍສົມທົບກັບກອງຮ້ອຍທະຫານຊາຍແດນໃນການກຳນົດເວລາເຂົ້າ – ອອກເຮືອນ້ອຍ, ພ້ອມທັງເຂັ້ມງວດໃນການກັບເຂົ້າມາຂອງແຮງງານລາວໃນການເຂົ້າກັກຕົວຢູ່ສູນຕາມລະບຽບການ.

ຫຼັງຈາກນັ້ນທ່ານເຈົ້າແຂວງສະຫວັນນະເຂດ ໄດ້ໄປຢ້ຽມຢາມເບິ່ງການຜະລິດລະດູແລ້ງຂອງປະຊາຊົນຢູ່ເຂດບ້ານມ່ວງໄຂ່ ເຊິ່ງໃນປີ 2021 ແຂວງໄດ້ມອບແຜນປັກດຳນາແຊງໃຫ້ທົ່ວເມືອງໄຊພູທອງ 150 ເຮັກຕາ, ທາງເມືອງມີແຜນປູກເຂົ້ານາແຊງໃຫ້ໄດ້ 284 ເຮັກຕາ.
ມາຮອດປັດຈຸບັນປະຊາຊົນສາມາດປູກເຂົ້ານາແຊງໄດ້ 202 ເຮັກຕາ, ໃນນັ້ນນາດຳ 187 ເຮັກຕາ, ນາຢອດ 8 ເຮັກຕາກວ່າ ແລະ ນາຫວ່ານ ເກືອບ 7 ເຮັກຕາ, ທຽບໃສ່ແຜນທີ່ ແຂວງມອບໃຫ້ປະຕິບັດໄດ້ລື່ນແຜນ 135 ເຮັກຕາ. ສ່ວນການປູກພືດແມ່ນປະຕິບັດໄດ້ 1.109 ເຮັກຕາ, ສ່ວນຫຼາຍແມ່ນສາລີ, ມັນຕົ້ນ, ຖົ່ວດິນ ແລະ ພືດຜັກຕ່າງໆ.