ທູດປະເທດສະມາຊິກອາຊຽນປະຈໍາ ສປປ ລາວ ລົງຢ້ຽມຢາມໂຄງການທ່າບົກທ່ານາແລ້ງ

364

ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ໄດ້ຕ້ອນຮັບການມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຂອງບັນດາທ່ານເອກອັກຄະຣາຊະທູດ ແລະ ຄະລັດຖະທູດບັນດາປະເທດອາຊຽນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເພື່ອສຶກສາແຜນການພັດທະນາໂຄງການດັ່ງກ່າວຈະໄດ້ນໍາໄປແນະນໍານັກທຸລະກິດໃນປະເທດຕົນເຂົ້າມາລົງທຶນ.

ພິທີຕ້ອນຮັບຈັດຂຶ້ນເມື່ອວັນທີ 3 ກຸມພາ 2021 ທີ່ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ເປັນກຽດເຂົ້າຮ່ວມໃນພິທີຕ້ອນຮັບໃນຄັ້ງນີ້ມີ ທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານກຳມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ, ທ່ານ ສີລາ ວຽງແກ້ວ ອະດີດຮອງລັດຖະມົນຕີ ກະຊວງການເງິນ, ທີ່ປຶກສາອາວຸໂສ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ພ້ອມດ້ວຍບັນດາທ່ານຄະນະປະທານ, ຄະນະສະພາບໍລິຫານ, ຄະນະຜູ້ອຳນວຍການໃຫຍ່, ກຸ່ມບໍລິສັດພົງສະຫວັນເຂົ້າຮ່ວມ.

อาจเป็นรูปภาพของ 8 คน และผู้คนกำลังยืน

ທ່ານ ອາລຸນແກ້ວ ກິດຕິຄຸນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບບັນດາພະນະທ່ານເອກອັກຄະຣາຊະທູດ ແລະ ຄະລັດຖະທູດ ຂອງບັນດາປະເທດອາຊຽນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະທີ່ມາຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ.

ไม่มีคำอธิบายรูปภาพ

ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການພັດທະນາທ່າບົກທ່ານາແລ້ງ ເຊິ່ງໂຄງການທ່າບົກທ່ານາແລ້ງ ແລະ ວຽງຈັນ ໂລຊິດສະຕິກ ພາກ ນະຄອນຫຼວງວຽງຈັນ ໄດ້ແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫັນປ່ຽນ ສປປ ລາວ ໃຫ້ເປັນສູນກາງແຫ່ງການເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນແມ່ນ້ຳຂອງ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຍຸດທະສາດດັ່ງກ່າວຈະເຮັດໜ້າທີ່ເປັນສູນກາງທາງການໃນປີ 2021. ຈຸດປະສົງຫຼັກຂອງໂຄງການທ່າບົກທ່ານາແລ້ງແມ່ນເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້ານຳເຂົ້າ – ສົ່ງອອກຜ່ານດ່ານຂົວມິດຕະພາບແຫ່ງທີ 1 ວຽງຈັນ – ໜອງຄາຍ ຈາກທີ່ມີຢູ່ປັດຈຸບັນລົງ 40% ຮອດປີ 2025, ເຮັດໃຫ້ ສປປ ລາວ ບໍ່ພຽງແຕ່ເປັນທາງຜ່ານເທົ່ານັ້ນ ແຕ່ເປັນສູນກາງເຊື່ອມໂຍງການຄ້າລະ ຫວ່າງປະເທດ, ໄດ້ຮັບການຍອມຮັບຈາກເຄືອຂ່າຍຂົນສົ່ງລະຫວ່າງປະເທດໃຫ້ເປັນຈຸດໝາຍປາຍທາງ ແລະ ເປັນພື້ນຖານທາງຜ່ານທີ່ປາຖະໜາ, ຕອບສະໜອງຍຸດທະສາດການເຊື່ອມໂຍງຂອງລັດຖະບານ ແຫ່ງ ສປປ ລາວ ແລະ ການເຕີບໂຕແບບຍືນຍົງຂອງເສດຖະກິດແຫ່ງຊາດ.

อาจเป็นรูปภาพของ 7 คน และผู้คนกำลังยืน

ທ່ານ ຕີ ຈີ ເຊັງ ຮອງປະທານ ບໍລິສັດ ວຽງຈັນ ໂລຊິດສະຕິກ ພາກ ຈຳກັດ ໄດ້ກ່າວວ່າ: ” ໂຄງການວຽງຈັນ ໂລຊິດສະຕິກ ພາກ ( VLP ) ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຕັ້ງຢູ່ເຂດພື້ນທີ່ທີ່ສຳຄັນ ແລະ ກວ້າງຂວາງ 382 ເຮັກຕາ, ເປັນແຫຼ່ງລົງທຶນທີ່ໜ້າສົນໃຈທີ່ສຸດແຫ່ງໜຶ່ງທີ່ອຳນວຍຄວາມສະດວກບໍ່ວ່າທາງດ້ານໂຄງຮ່າງພື້ນຖານດ້ານການຄົມມະນາຄົມ, ທີ່ມີການເຊື່ອມຕໍ່ກັບທ່າບົກ, ທາງຫຼວງແຫ່ງຊາດ, ສະໜາມບິນ ແລະ ສາມາດເຊື່ອມຕໍ່ກັບທ່າເຮືອຫວຸ້ງອ່າງ ສສ ຫວຽດນາມໃນອະນາຄົດ; ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ, ເປັນເຂດໂລຊິດສະຕິກ ຄົບວົງຈອນຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມ 5 ເຂດ ສຳຄັນໄວ້ຈຸດດຽວກັນ ຄື:

ไม่มีคำอธิบายรูปภาพ

  1. ສາງເກັບນໍ້າມັນ ເຊິ່ງເປັນພື້ນທີ່ສຳລັບຈັດເກັບສິນຄ້ານຳເຂົ້າປະເພດທາດແຫຼວຈຳນວນຫຼາຍ ຫຼື ນ້ຳມັນເຊື້ອໄຟຕ່າງໆຈາກປະເທດໄທ ໂດຍຜ່ານລານຄ່ຽນຖ່າຍສິນຄ້າ ແລະ ທໍ່ສົ່ງນ້ຳມັນ, ພ້ອມທັງເປັນສູນກາງດ້ານແຈກຢາຍສິນຄ້າປະເພດນ້ຳມັນເຊື້ອໄຟຂອງປະເທດ.

  2. ເຂດໂລຊິດສະຕິກ ເຊິ່ງມີບັນດາບໍລິການຫຼັກ ເຊັ່ນ: ສາງເກັບຮັກສາສິນຄ້າ ແລະ ສູນແຈກຢາຍສິນຄ້າຜ່ານສິ່ງອຳນວຍຄວາມສະດວກຕ່າງໆທີ່ກໍ່ສ້າງພາຍໃນເຂດ ເຊັ່ນ: ການຈັດເກັບ, ການຮວບຮວມ, ການແຈກຢາຍສິນຄ້າ, ການບໍລິຫານຈັດເກັບ, ສາງເກັບຮັກສາສິນຄ້າ ແລະ ສິນຄ້າຄົງຄ້າງ.

อาจเป็นรูปภาพของ 16 คน และผู้คนกำลังยืน

  1. ເຂດການຄ້າເສລີ ເຊິ່ງມີບັນດາກິດຈະການຫຼັກ ເຊັ່ນ: ເຂດຮາລາຮັບ ແລະ ເຂດຜະລິດຕະພັນອຸດສາຫະກຳ, ເຂດເຕັກໂນໂລຊີ, ເຂດສຳນັກງານຫ້ອງການ, ພື້ນທີ່ຕຶກອາຄານ, ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ເຂດການຄ້າ ແລະ ເຂດສຳນັກງານໃຫຍ່ ຂອງບໍລິສັດ.

อาจเป็นรูปภาพของ 2 คน, ผู้คนกำลังยืน และกลางแจ้ง

  1. ທ່າບົກທ່ານາແລ້ງ ແມ່ນສູນກາງຄ່ຽນຖ່າຍສິນຄ້າເປັນດ່ານສາກົນສຳລັບການຂົນສົ່ງສິນຄ້າຂາເຂົ້າ – ຂາອອກ, ຜ່ານແດນໂດຍມີບັນດາອົງປະກອບລະບົບສາງພາສີປະເພດຕ່າງໆ, ຄົບວົງຈອນ. ນອກນັ້ນ, ທ່າບົກທ່ານາແລ້ງຍັງມີການຕິດຕັ້ງອຸປະກອນຄ່ຽນຖ່າຍສິນຄ້າ, ຍານພາຫະນະ ແລະ ລະບົບສາງສິນຄ້າທຸກປະເພດອຳນວຍຄວາມສະດວກ ແລະ ຮອງຮັບປະລິມານຕູ້ສິນຄ້າທີ່ເພີ່ມຂຶ້ນດ້ວຍລະບົບປະຕິບັດການທ່າບົກ Terminal Operation System ( TOS ) ຮັບປະກັນການບໍລິການທີ່ວ່ອງໄວ, ປອດໄພ, ເຊື່ອຖືໄດ້.

อาจเป็นรูปภาพของ หนึ่งคนขึ้นไป และกลางแจ้ง

  1. ເຂດຜະລິດ ແລະ ປຸງແຕ່ງສິນຄ້າເພື່ອສົ່ງອອກເປັນເຂດທີ່ທັນສະໄໝ ແລະ ວ່ອງໄວທີ່ສຸດໃນພາກພື້ນ, ມີສະພາບແວດລ້ອມໃນການດຳເນີນທຸລະກິດທີ່ສາມາດແຂ່ງຂັນໄດ້ ແລະ ສາມາດກາຍເປັນສູນກາງການສົ່ງອອກສິນຄ້າໄປສູ່ຕະຫຼາດອາຊຽນ ແລະ ທົ່ວໂລກ. ເຂດຜະລິດ ແລະ ປຸງແຕ່ງສິນຄ້າ ເພື່ອສົ່ງອອກຈະເປັນຈຸດໝາຍປາຍທາງພິເສດແກ່ບັນດາບໍລິສັດສົ່ງອອກໃນພາກພື້ນ, ທີ່ຕ້ອງການເຄື່ອນຍ້າຍການຜະລິດໄປສູ່ຈຸດຍຸດທະສາດທີ່ຈະຊ່ວຍໃນການຫຼຸດຕົ້ນທຶນການຂົນສົ່ງ ແລະ ເວລາ. ພ້ອມທັງສາມາດດຶງດູດນັກລົງທຶນ ແລະ ການຄ້າທີ່ຫຼາກຫຼາຍ ເຊັ່ນ: ສິດທິພິເສດທາງການຄ້າ, ຫຼຸດຜ່ອນຂະບວນການ ແລະ ຂັ້ນຕອນຂອງລະບົບພາສີ, ການຍົກເວັ້ນອາກອນ ແລະ ລະບຽບກົດໝາຍຂອງຕະຫຼາດແຮງງານທີ່ມີ ຄວາມຢືດຢຸ່ນ ແລະ ຄ່ອງຕົວ.