ສ້າງສະຖາບັນການເງິນຈຸລະພາກ ເງິນຝາກ ຈາກການໄດ້ອ່ານປຶ້ມຫົວໜຶ່ງ(ມີວີດີໂອ)

320

ສົມກັບທີ່ວ່າປຶ້ມສາມາດພິກຊີວິດຄົນໄດ້ແທ້ໆ ດັ່ງຜູ້ອໍານວຍການສະຖາບັນການເງິນທ່ານນີ້ໄດ້ແຮງບັນດານໃຈຈາກການອ່ານປຶ້ມ ກ່ຽວກັບການເຮັດທຸລະກິດດ້ານສະຖາບັນການເງິນຈຶ່ງຕັດສິນໃຈລອງຜິດລອງຖືກ ແລະ ຄ່ອຍໆຂະຫຍາຍການບໍລິການເຖິງ 4 ແຂວງໃນປັດຈຸບັນ.

ທ່ານ ສາຍສະໝອນ ກວານເມືອງຈັນ ຜູ້ອຳນວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ເກີດທີ່ບ້ານດົງເຫັນ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ຮຽນຈົບຢູ່ມະຫາວິທະຍາໄລສ້າງຄູດົງໂດກ ຫຼື ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໃນປັດຈຸບັນ, ສາຍຄູຄະນິດສາດ ( 1977 -1981 ).

ທ່ານໃຫ້ຮູ້ອີກວ່າ: ພາຍຫຼັງຮຽນຈົບກໍໄດ້ເປັນຄູສອນຢູ່ອຸດົມເລກ 4 ແຂວງສະຫວັນນະເຂດ; ຮອດປີ 1984 ຍ້າຍໄປສອນຢູ່ໂຮງຮຽນ ມສ ໂພນສະຫວັນ; ປີ 1997 ໄດ້ເສັງເອົາທຶນໄປຮຽນພາສາອັງກິດຢູ່ປະເທດອົສຕຣາລີ ຮອດປີ 1999 ກໍໄດ້ປ່ຽນວິຊາການສອນຈາກວິຊາເລກເປັນພາສາອັງກິດ.

อาจเป็นรูปภาพของ 1 คน และกำลังยืน

ຈຸດລິເລີ່ມແນວຄິດທີ່ມາເຮັດສະຖາບັນການເງິນ ໄດ້ແຮງບັນດານໃຈຈາກການອ່ານປຶ້ມ ກ່ຽວກັບການເຮັດທຸລະກິດດ້ານສະຖາບັນການເງິນ. ຈາກນັ້ນ, ກໍໄດ້ຂໍເຂົ້າເປັນສະມາຊິກສະພາບໍລິຫານສະຫະກອນສິນເຊື່ອ ເພື່ອການຜະລິດຂະໜາດນ້ອຍ ພ້ອມໄດ້ສຶກສາຮໍ່າຮຽນວິທີການເຮັດທຸລະກິດດ້ານນີ້.

ທ່ານ ສາຍສະໝອນ ກວານເມືອງຈັນ ໄດ້ເລົ່າເຖິງການເລີ່ມລົງມືເຮັດທຸລະກິດ ວ່າ: ກ່ອນຕັດສິນໃຈມາເຮັດສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນນີ້ ຍ້ອນໄລຍະນັ້ນເຫັນວ່າສະພາບການເຂົ້າເຖິງແຫຼ່ງທຶນຂອງປະຊາຊົນລາວຂ້ອນຂ້າງຫຍຸ້ງຍາກຫຼາຍ, ຫາກຈະໄປຢືມເງິນທະນາຄານກໍຕ້ອງມີຫຼັກຊັບຄໍ້າປະກັນເປັນອະສັງຫາລິມະຊັບ ຫຼື ຊັບສິນຕ່າງໆ, ດັ່ງນັ້ນສະຖາບັນເຮົາຈຶ່ງບໍລິການແບບບໍ່ມີຫຼັກຊັບຄໍ້າປະກັນ ພຽງແຕ່ມີພະນັກງານລັດ ຫຼື ເອກະຊົນຜູ້ທີ່ມີເງິນເດືອນປະຈຳມາຄໍ້າປະກັນໃຫ້ກໍອະນຸມັດທັນທີ ໂດຍສະເພາະກູ້ຢືມເງິນໄປເຮັດທຸລະກິດຂະໜາດນ້ອຍ ປະເພດຈຸນລະວິສາຫະກິດ ໃນວົງເງິນບໍ່ເກີນ 50 ລ້ານ ເຊິ່ງພວກເຮົາຈະອະນຸມັດພາຍໃນ 1 ມື້ເລີຍ. ໃນເບື້ອງຕົ້ນກໍແມ່ນປ່ອຍກູ້ໃຫ້ສະເພາະແຕ່ຄູ ແລະ ຄ່ອຍໆຂະຫຍາຍຖານລູກຄ້າອອກໄປ.

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສາຍໃຍສຳພັນ ສ້າງຕັ້ງຂຶ້ນໃນວັນທີ 31 ກໍລະກົດ 2007 ໂດຍການຮ່ວມມືກັບ ທ່ານ ສຳພັນໂຊກ ລາດສະພົນ ບໍລິການລູກຄ້າຢູ່ 4 ແຂວງ ຄື: ສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ ແລະ ແຂວງຊຽງ ຂວາງ. ການບໍລິການລູກຄ້າຂອງພວກເຮົາແມ່ນບໍລິການແບບຫ້ອງການດຽວຢູ່ແຕ່ລະແຂວງ ສະເພາະແຂວງສະຫວັນນະເຂດແມ່ນມີບໍລິການທຸກໆເມືອງ ເລີ່ມຕົ້ນດ້ວຍທຶນ 100 ລ້ານກີບ ລອງຜິດລອງຖືກມາຢູ່ໄດ້ດັ່ງທຸກມື້ນີ້.

ไม่มีคำอธิบายรูปภาพ

ທີ່ຜ່ານມາສະຖາບັນການເງິນ ສາຍໃຍສຳພັນ ແມ່ນໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມເປັນຢ່າງດີ ເຂົາເຈົ້າກ້າທີ່ຈະເອົາມາຝາກນໍາ ເຮັດໃຫ້ມີຄວາມຮູ້ສຶກວ່າເຮົາຕິດໜີ້ສັງຄົມ. ດັ່ງນັ້ນ, ຈຶ່ງຂໍຮ່ວມກັບ ທ່່ານ ເກຍ ອູ໊ສິດທິເດດ ເຮັດໂຄງການຮ່ວມໃຈສາຍໃຍໂລມາຄຳ ເພື່ອຊ່ວຍເຫຼືອສັງຄົມ.
ບໍລິການລູກຄ້າຄືຍາດຕິພີ່ນ້ອງ, ຊ່ວຍແກ້ໄຂບັນຫາລູກຄ້າ ຄືກັບບັນຫາຄົນໃນຄອບຄົວ ໂດຍຖືເອົາການບໍລິການແບບວ່ອງໄວ ແລະ ເຂົ້າເຖິງລູກຄ້າຢ່າງທົ່ວເຖິງເປັນສິ່ງສໍາຄັນ.

ກ່ອນຈະປະສົບຄວາມສຳເລັດດັ່ງທຸກວັນນີ້ໄດ້ ສຳຄັນສຸດແມ່ນການມີສ່ວນຮ່ວມ ແລະ ຄວາມສາມາດຂອງພະນັກງານທຸກຄົນທີ່ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນໂດຍດີຕະຫຼອດມາ ແລະ ການປະຕິບັດວຽກງານແມ່ນພວກເຮົາຈະປະຕິບັດຕາມ 5 ຫຼັກການ ຄື: 1. ທົບທວນ, 2.ແລກປ່ຽນ, 3. ຮຽນຮູ້, 4. ປ່ຽນແປງ, 5. ແບ່ງປັ