ຊ່ຽວຊານລາວນຳພາສາກົນຈັດຂຽນປຶ້ມ ກ່ຽວກັບການຄຸ້ມຄອງແມ່ນໍ້າ

177

River Basin Organizations in Water Diplomacy ທີ່ຖືກຕີພິມໃນຕົ້ນປີ 2021 ນີ້ ເປັນປຶ້ມລະດັບສາກົນກ່ຽວກັບການຮ່ວມມືການຄຸ້ມຄອງນ້ຳແບບການທູດ.

ປຶ້ມດັ່ງກ່າວຂຽນໂດຍວິຊາການ ແລະ ຊ່ຽວຊານທີ່ມີຊື່ສຽງໃນວົງການການຮ່ວມມືນ່ານນໍ້າ ແລະ ການທູດຈາກຫຼາຍປະເທດໃນໂລກ ເຊິ່ງນຳພາໂດຍ ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າຍຸດທະສາດ ແລະ ການຮ່ວມມືຄະນະກໍາມາທິການແມ່ນໍ້າຂອງສາກົນ ( MRC ).

ປະເທດຕ່າງໆໃນໂລກລ້ວນແລ້ວແຕ່ໃຊ້ຊັບພະຍາກອນນ້ຳຮ່ວມກັນ ບໍ່ວ່າຈະເປັນແມ່ນ້ຳນາຍ ໃນທະວີບອາຟຣິກກາມີຜົນກະທົບຕໍ່ການດຳລົງຊີວິດຂອງປະຊາກອນກວ່າ 100 ລ້ານຄົນ, ແມ່ນໍ້າດານູບທີ່ໄຫຼຜ່ານ 19 ປະເທດໃນເອີຣົບ ຫຼື ແມ່ນໍ້າຂອງທີ່ໄຫຼຜ່ານ 6 ປະເທດ ລວມເຖິງປະເທດລາວ.

ການນຳໃຊ້ນໍ້າທີ່ບໍ່ຍືນຍົງ, ການກັກນໍ້າເພື່ອການກະເສດ ແລະ ອື່ນໆເປັນປັດໄຈທີ່ກໍ່ໃຫ້ເກີດການຂັດແຍ່ງລະຫວ່າງປະເທດທີ່ໄດ້ຜົນປະໂຫຍດຈາກແມ່ນໍ້າສາຍດຽວກັນ.

ในภาพอาจจะมี 2 คน, หน้าจอ

ເນື້ອໃນຂອງປຶ້ມດັ່ງກ່າວຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງປະເທດ, ທ່ານ ອານຸລັກ ກິດຕິຄຸນ ກ່າວວ່າ: ບັນດາລັດຖະບານລ້ວນແລ້ວແຕ່ມີທ່າອ່ຽງທີ່ຈະຮ່ວມມືກັນ ແລະ ປັດໄຈຕົ້ນຕໍໃນການບັນລຸຄວາມສະຖຽນລະພາບຂອງບັນດາປະເທດລຸ່ມແມ່ນໍ້າ ແມ່ນການປະຕິບັດແຜນງານດ້ານສະຖາບັນ ໂດຍສະເພາະແມ່ນບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນ ( RBO ).

ຜູ້ທີ່ດັດແກ້ປຶ້ມຫົວນີ້ທັງສອງ ທ່ານ ອານຸລັກ ກິດຕິຄຸນ ທີ່ຈົບປະລິນຍາເອກທາງດ້ານວິທະຍາສາດການເມືອງ ຈາກປະເທດສະຫະລັດອາເມຣິກາ ແລະ ມີປະສົບການເຮັດວຽກການຄຸ້ມຄອງນໍ້າແບບການທູດ ກວ່າ 10 ປີ ແລະ ທ່ານ ດຣ. ຊູຊານ ຊະໄມເອີ ຮອງສາດສະດາຈານຊາວເຢຍລະມັນ ທີ່ສະຖາບັນ IHE Delft ໄດ້ກ່າວໃນພິທີເປີດໂຕປຶ້ມດັ່ງກ່າວຜ່ານການຖ່າຍທອດສົດທາງເຟສ ບຸ໊ກ.

ในภาพอาจจะมี 2 คน, สถานที่ในร่ม

ສະພາບການທີ່ແຕກຕ່າງກັນໃນທົ່ວຂົງເຂດ ແລະ ຄວາມຫຼາກຫຼາຍຂອງສາຍແມ່ນໍ້າ ລ້ວນແຕ່ສົ່ງຜົນຕໍ່ວິທີການເຮັດວຽກຂອງບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນ, ປັດໄຈຕ່າງໆແມ່ນຈະໄດ້ແກ່:

  • ສະພາບເງື່ອນໄຂທາງດ້ານວັດຖຸ ແລະ ອຸທົກກະສາດ: ນັບຕັ້ງແຕ່ແມ່ນໍ້າເຂດແຫ້ງແລ້ງຈົນເຖິງແມ່ນໍ້າທີ່ມີ ຄວາມອຸດົມສົມບູນ.

  • ການພັດທະນາເສດຖະກິດ – ສັງຄົມ ແລະ ການເຊື່ອມໂຍງພາກພື້ນ: ຈາກພາກພື້ນທີ່ທຸກຍາກ ເຊັ່ນ: ພາກກາງ ແລະ ພາກຕາເວັນຕົກຂອງອາຟຣິກກາ ຈົນຮອດເຂດທີ່ພັດທະນາຢ່າງໄວວາ ເຊັ່ນ: ອາຊີຕາເວັນອອກສ່ຽງໃຕ້, ເອີຣົບ ແລະ ອາເມຣິກາ.

  • ຂະໜາດ/ອໍານາດ/ອິດທິພົນຂອງປະເທດ ແລະ ຜົນປະໂຫຍດພາຍນອກ.

ในภาพอาจจะมี ท้องฟ้า, ภูเขา, ต้นไม้, สถานที่กลางแจ้ง, น้ำ และธรรมชาติ

ປື້ມ “ ບົດບາດຂອງອົງການລຸ່ມແມ່ນໍ້າໃນວຽກງານການທູດເທິງນ່ານນໍ້າ ” ( River Basin Organizations in Water Diplomacy ) ໄດ້ຮັບການຕອບຮັບເປັນຢ່າງດີຈາກຜູ້ຊ່ຽວຊານ ແລະ ນັກສັງເກດການໃນທົ່ວໂລກ.

“ ປຶ້ມຫົວນີ້ສະແດງໃຫ້ເຫັນເຖິງວິທີການແກ້ໄຂບັນຫາດ້ານການພັດທະນາຂອງບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນຫຼາຍແຫ່ງທີ່ມີຄວາມແຕກຕ່າງກັນໃນດ້ານການເມືອງ, ວັດທະນະທຳ ແລະ ທີ່ຕັ້ງ ”, ທ່ານ ເຈເຣມີ້ ເບີດ ອະດີດຫົວໜ້າສະຖາບັນຄຸ້ມຄອງນໍ້າສາກົນ ກ່າວ.

ในภาพอาจจะมี ข้อความพูดว่า "Global Institutions RIVER BASIN ORGANIZATIONS IN WATER DIPLOMACY Edited by Anoulak Kittikhoun and Susanne Schmeier ROUTLEDGE"

ອະດີດປະທານາທິບໍດີ ສະໂລເວເນຍ ແລະ ອະດີດຮອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ດານິໂລ້ ເຕີກ ຜູ້ທີ່ຮັບໜ້າທີ່ເປັນປະທານຂອງຄະນະກໍາມະການລະດັບສູງດ້ານນໍ້າ ແລະ ສັນຕິພາບໂລກ ໄດ້ຂຽນວ່າ: “ ປຶ້ມຫົວນີ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງອົງການຄຸ້ມຄອງອ່າງແມ່ນໍ້າສາກົນ ໃນຖານະທີ່ເປັນອົງປະກອບສຳຄັນໃນເວທີໂລກ ແລະ ຄວນມີການກະຕຸ້ນໃຫ້ມີແນວຄວາມຄິດເພີ່ມຕື່ມກ່ຽວກັບນະວັດຕະກຳທີ່ຈຳເປັນໃນການຊ່ວຍເພີ່ມທະວີການຮ່ວມມືທາງນໍ້າໃຫ້ເປັນເຄື່ອງມືສ້າງສັນຕິພາບທີ່ສໍາຄັນໃນທົ່ວໂລກ ”.

ในภาพอาจจะมี ภูเขา, เมฆ, ท้องฟ้า, มหาสมุทร, สถานที่กลางแจ้ง, น้ำ และธรรมชาติ

ທ່ານ ອານຸລັກ ໄດ້ກ່າວສະຫຼຸບວ່າ: “ ພວກເຮົາຫວັງວ່າປຶ້ມດັ່ງກ່າວຈະສ້າງແຮງບັນດານໃຈໃຫ້ກັບບັນດາອົງການຄຸ້ມຄອງອ່າງແມ່ນໍ້າສາກົນ ແລະ ຄູ່ຮ່ວມມືໃນການແລກປ່ຽນ ຄວາມຮູ້, ສ້າງຄວາມເຂັ້ມແຂງ, ແກ້ໄຂຈຸດອ່ອນ ແລະ ຫຼຸດຊ່ອງວ່າງຕ່າງໆ ເພື່ອຮັບໃຊ້ບັນດາປະເທດ ແລະ ຊຸມຊົນທີ່ອາໄສຢູ່ຕິດກັບແມ່ນໍ້າໃນທົ່ວໂລກໃຫ້ດີຂຶ້ນ ”.