ສຳເລັດການສຳຫຼວດແຫຼ່ງຜະລິດເຄື່ອງມື ຍຸກຫີນຂັດ ອາຍຸເກົ່າແກ່ປະມານ 6.000 ປີ

236

ກອງບູຮານວິທະຍາ ກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ພາກສ່ວນກ່ຽວຂ້ອງໄດ້ສໍາເລັດການສໍາຫຼວດ, ຂຸດຄົ້ນແຫຼ່ງບູຮານວິທະຍາທີ່ພົບຢູ່ເມືອງວິລະບູລີ ເຊິ່ງເປັນແຫຼ່ງຜະລິດເຄື່ອງມືຫີນ ( ຂວານຫີນຂັດ ) ຫຼື ຍຸກຫີນຂັດ ເຊິ່ງມີຄວາມເກົ່າແກ່ ປະມານ 6.000 ປີກ່ອນໜ້ານີ້.

ໃນລະຫວ່າງວັນທີ 9 – 25 ມັງກອນ 2021 ທາງກອງບູຮານວິທະຍາ ກົມມໍລະດົກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ ) ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ສໍາເລັດການສໍາຫຼວດ, ຂຸດຄົ້ນ ແຫຼ່ງບູຮານວິທະຍາທີ່ພົບຢູ່ບ້ານນໍ້າປາເຄນ ເມືອງວິລະບູລີ ແຂວງສະຫວັນນະເຂດ ເຊິ່ງເປັນສະຖານທີ່ທີ່ມີຄວາມໝາຍ ແລະ ຄວາມສໍາຄັນເປັນຢ່າງຍິ່ງໃນການຄົ້ນພົບຂໍ້ມູນຫຼັກຖານທາງດ້ານບູຮານວິທະຍາ, ປະຫວັດສາດ, ວັດທະນະທໍາທີ່ເປັນແຫຼ່ງຜະລິດເຄື່ອງມືຫີນ ( ຂວານຫີນຂັດ ) ຫຼື ຍຸກຫີນຂັດ ເຊິ່ງເປັນໄລຍະສຸດທ້າຍຂອງການນໍາໃຊ້ເຄື່ອງມືຫີນໃນຍຸກຫີນມີ ຄວາມເກົ່າແກ່ ປະມານ 4.500 ປີກ່ອນ ຄ.ສ ຫຼື ປະມານ 6.000 ປີກ່ອນໜ້ານີ້.

ໃນຍຸກນີ້ຖືວ່າເປັນຍຸກທີ່ສັງຄົມມະນຸດໄດ້ມີການພັດທະນາ ທາງດ້ານມັນສະໝອງກໍຄືທາງດ້ານເຕັກນິກໃນການຜະລິດເຄື່ອງມືໃຫ້ແທດເໝາະກັບ ຄວາມຕ້ອງການຂອງໜ້າວຽກ, ກ້າວເຂົ້າສູ່ຍຸກກະສິກໍາ ຮູ້ປູກ ຝັງ – ລ້ຽງສັດກ່ອນການກ້າວເຂົ້າສູ່ຍຸກການຮູ້ຄົ້ນພົບ ແລະ ຮູ້ນໍາໃຊ້ແຮ່ທາດ ຫຼື ທີ່ເຮົາເອີ້ນວ່າຍຸກໂລຫະ ມາຜະລິດເປັນເຄື່ອງມືອຸປະກອນທີ່ມີຄວາມແຂງແກ່ນ ໝັ້ນໜຽວ ທົນທານ ແລະ ທັນສະໄໝ ເປັນຍຸກທີ່ກ້າວເຂົ້າສູ່ອຸດສາຫະກໍາ ແລະ ຄວາມກ້າວໜ້າທາງເຕັກໂນໂລຊີ, ເລີ່ມມີການຕິດຕໍ່ພົວພັນແລກປ່ຽນ, ຊື້ – ຂາຍເກີດຂຶ້ນຂອງບັນດາຊຸມຊົນທີ່ຢູ່ໃກ້ຄຽງ, ຫ່າງໄກ ແລະ ຕ່າງຊາດ.

ການຂຸດຄົ້ນຄັ້ງນີ້ ພາຍໃຕ້ການຊີ້ນໍາຂອງ ທ່ານ ວຽງແກ້ວ ສຸກສະຫວັດດີ ຮອງຫົວໜ້າກົມມໍລະດົກ, ທ່ານ ປອ. ທອງລິດ ຫຼວງໂຄດ ຫົວໜ້າກອງບູຮານວິທະຍາ ພ້ອມດ້ວຍທີມງານ ໂດຍມີວິຊາການຕາງໜ້າພະແນກ ຖວທ ແຂວງສະຫວັນນະເຂດ ຈໍານວນ 1 ທ່ານ, ຕາງໜ້າວິຊາການຫ້ອງການ ຖວທ ເມືອງວິລະບູລີ ຈໍານວນ 1 ທ່ານ ໂດຍການໃຫ້ທຶນຂອງ ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ.

ມາໃນວັນທີ 29 – 30 ມັງກອນ, ທ່ານ ຄໍາເຜີຍ ຜັນທະຈອນ ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ນາງ ດາວວອນ ໄຊສຸລຽນ ຫົວ ໜ້າພະແນກ ຖວທ ແຂວງ, ມີສະຫະພັນແມ່ຍິງແຂວງ, ຊາວໜຸ່ມແຂວງ, ພະແນກການຂອງແຂວງ ພ້ອມດ້ວຍຄະນະທີມງານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງວິລະບູລີ ໂດຍການຕ້ອນຮັບຂອງ ທ່ານ ຄໍາຜຸຍ ສີບຸນເຮືອງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວິລະບູລີ ພ້ອມດ້ວຍຄະນະ.

ໃນການເຄື່ອນໄຫວໃນຄັ້ງນີ້ແມ່ນໄດ້ໄປເບິ່ງສະຖານທີ່ຂຸດຄົ້ນແຫຼ່ງອະລິຍະທໍາວັດຖຸບູຮານທີ່ມີອາຍຸ ປະມານ 4.500 – 6.000 ປີ ຢູ່ທີ່ບ້ານນໍ້າປະເຄນ, ໄປເບິ່ງສະຖານທີ່ທ່ອງທ່ຽວທາງທໍາມະຊາດ ຫີນສາມເສົ້າ – ນໍ້າເກົ້າແຄວ ( ປ່າສະຫງວນດົງຕາວ ), ຈາກນັ້ນໄດ້ໄປສໍາຫຼວດເບິ່ງສິມນໍ້າບາດ ເຊິ່ງເປັນສິມທີ່ເກົ່າແກ່ທີ່ມີອາຍຸປະມານ 200 ກວ່າປີ ຢູ່ທີ່ບ້ານໃໝ່ ເພື່ອຈະໄດ້ມີການອະນຸຮັກໄວ້ເປັນສະຖານທີ່ສັກກາລະບູຊາຂອງຊາວພຸດທະສາສະໜາທັງຫຼາຍ ແລະ ສຸດທ້າຍແມ່ນໄດ້ໄປຊຸກຍູ້, ຕິດຕາມການເຮັດທາງ ແລະ ຕັດຕາຜ້າຈັດສັນເປັນເຂດພັດທະນາຮອບດ້ານຢູ່ທີ່ບ້ານໂພນຄໍາ ຂອງເມືອງວິລະບູລີ ຕື່ມອີກ.

( ທີ່ມາ: ຊ່ອງຂ່າວເມືອງວິລະບູລີ )