ລັດຖະບານ ຈະສຸມໃສ່ພັດທະນາ ດ້ານສີມືແຮງງານ

117

ລັດຖະບານ ໄດ້ກຳນົດທິດທາງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ( 2021 – 2025 ) ໂດຍໄດ້ກຳນົດຫຼາຍແຜນວຽກຈຸດສຸມ, ໜຶ່ງໃນນັ້ນກໍແມ່ນແຜນວຽກຈຸດສຸມການພັດທະນາກຳລັງແຮງງານໄດ້ຮັບການພັດທະນາດ້ານສີມື, ຄວາມຊຳນານງານ ແລະ ມີລະບຽບວິໄນສູງຂຶ້ນ ທັງມີ ຄວາມຫຼາກຫຼາຍວິຊາຊີບ ແລະ ມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ມີລາຍໄດ້ສູງຂຶ້ນ, ສາມາດຕອບສະໜອງ ຄວາມຕ້ອງການພັດທະນາເສດຖະກິດ – ສັງຄົມ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ( 2021 – 2025 ) ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນວັນທີ 13 ມັງກອນ 2021 ວ່າ: ລັດຖະບານໄດ້ວາງແຜນວຽກຈຸດສຸມໃນການພັດທະນາກຳລັງແຮງງານ ເຊິ່ງບາງຄາດໝາຍຊຸກຍູ້ໃຫ້ກຳລັງແຮງງານເພີ່ມເປັນ 2,57 ລ້ານຄົນ, ສົ່ງເສີມການຈັດຫາວຽກເຮັດງານທຳໃຫ້ກຳລັງແຮງງານທີ່ເພີ່ມໃໝ່ໃນຕະຫຼາດແຮງງານ ແລະ ຂະແໜງການເສດຖະກິດທັງໃນຕົວເມືອງ ແລະ ຊົນນະບົດຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 392.197 ຄົນ, ໃນນີ້ ຜູ້ຢູ່ນອກກຳລັງແຮງງານທີ່ ພ້ອມເຂົ້າສູ່ການເຮັດວຽກ 355.620 ຄົນ ແລະ ຜູ້ວ່າງງານ 36.577 ຄົນ.

ในภาพอาจจะมี 1 คน, กำลังนั่ง

ພັດທະນາສີມືແຮງງານໃຫ້ຜູ້ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ ແລະ ຜູ້ທີ່ຈະເຂົ້າຕຳແໜ່ງງານໃໝ່ ໃຫ້ໄດ້ 15.000 ຄົນ, ທົດສອບມາດຕະຖານສີມືແຮງງານ ໃນ 32 ສາຂາອາຊີບ ໃຫ້ໄດ້ຢ່າງໜ້ອຍ 1.700 ຄົນ, ຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍແຮງງານຕາມສາຂາອາຊີບຕ່າງໆໃນການພັດທະນາສີມືແຮງງານ ໃຫ້ໄດ້ 25.000 ຄົນ.

ในภาพอาจจะมี 3 คน

ສຳລັບວຽກງານຈຸດສຸມແມ່ນພັດທະນາກຳລັງແຮງງານໃຫ້ມີຄຸນນະພາບ ແລະ ຫຼາກຫຼາຍສາຂາອາຊີບ ທີ່ສອດຄ່ອງກັບການຫັນປ່ຽນໂຄງປະກອບເສດຖະກິດຕາມທິດອຸດສາຫະກຳ ແລະ ທັນສະໄໝ, ດຸ່ນດ່ຽງແຮງງານໃຫ້ສົມສ່ວນ ກັບຄວາມຕ້ອງການຂອງຕະຫຼາດ, ຍົກສູງຜະລິດຕະພາບແຮງງານສູງຂຶ້ນ ແລະ ມີລາຍໄດ້ທີ່ເໝາະສົມ, ສ້າງຄວາມເຂັ້ມແຂງສາຍພົວພັນແຮງງານ, ຄວາມປອດໄພ ແລະ ສຸຂະພາບແຮງງານ ໂດຍສຸມໃສ່ສ້າງ, ປັບປຸງໂຄງລ່າງພື້ນຖານ ແລະ ກົນໄກການພັດທະນາສີມືແຮງງານ ລະ ຫວ່າງພາກລັດ, ພາກເອກະຊົນ, ຫົວໜ່ວຍແຮງງານຄູ່ຮ່ວມພັດທະນາ ແລະ ໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ມີ ຄວາມກົມກຽວກັນໃນການສະໜອງການສ້າງຂີດຄວາມສາມາດ ແລະ ການຝຶກອົບຮົມຕົວຈິງ; ສ້າງຫຼັກສູດ ແລະ ມາດຖານການຝຶກສີມືແຮງງານຕາມສາຂາອາຊີບຕ່າງໆໃຫ້ຫຼາຍຂຶ້ນ.