ຜົ້ງສາລີ ຕັ້ງເປົ້າສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 5,88% ຕໍ່ປີ

234

ໃນໄລຍະ 5 ປີຜ່ານມາ ເສດຖະກິດແຂວງຜົ້ງສາລີ ຂະຫຍາຍຕົວສະເລ່ຍ 6,6% ຕໍ່ປີ, ຂະນະທີ່ໃນແຜນການ 2021 – 2025 ຕັ້ງເປົ້າໃຫ້ເສດຖະກິດຂະຫຍາຍຕົວລະເລ່ຍ 5,88% ຕໍ່ປີ ລາຍຮັບສະເລ່ຍຕໍ່ຫົວຄົນ ຮອດປີ 2025 ໃຫ້ໄດ້ຫຼາຍ ກວ່າ 1.500 ໂດລາ.

ອີງຕາມບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ຄັ້ງທີ VIII ( 2016 – 2020 ) ແລະ ທິດທາງພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ແຕ່ປີ 2021 – 2025 ແຂວງ ຜົ້ງສາລີ ໄດ້ກຳນົດເປົ້າໝາຍວິໄສທັດຕົ້ນຕໍ ແມ່ນເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄວາມໝັ້ນທ່ຽງ ໂດຍນຳໃຊ້ຈຸດພິເສດທີ່ຕັ້ງ, ທ່າແຮງຮອບດ້ານ, ກາລະໂອກາດ, ຊັບພະຍາກອນ ແລະ ແຫຼ່ງທຶນທີ່ມີໃຫ້ມີຄຸນນະພາບ, ມີຈຸດສຸມ, ຕາມທິດສີຂຽວ, ຍືນຍົງ ແລະ ທັນສະໄໝ.

ພັດທະນາຕາມໂຄງປະກອບເສດຖະກິດທີ່ຖືເອົາກະສິກຳເປັນພື້ນຖານ, ຕິດພັນກັບການປຸງແຕ່ງ ແລະ ການບໍລິການຂະຫຍາຍຕົວຢ່າງແຂງແຮງ, ປະຕິບັດຕາມນະໂຍບາຍ 6 ທາງອອກ, ໂຄງການຕາມແລວ 1:1, ລວມເຖິງ 4 ທາງອອກສູ່ຕະຫຼາດພາຍນອກ, ການນຳໃຊ້ 5 ທ່າແຮງ ແລະ 22 ແລວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ແກ້ໄຂຄວາມທຸກຍາກ. ຮອດປີ 2025 ສ້າງມູນຄ່າລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃຫ້ໄດ້ 12.094,01 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ຫຼາຍກວ່າ 1.500 ໂດລາສະຫະລັດ, ດ້ວຍອັດຕາລວມຍອດພາຍໃນ GDP ເພີ່ມຂຶ້ນສະເລ່ຍເທົ່າກັບ 5,88% ຕໍ່ປີ.

ໂຄງປະກອບດ້ານເສດຖະກິດຕາມທິດຫັນເປັນອຸດສາຫະກຳ ແລະ ການບໍລິການ; ໃນນີ້ດ້ານຂະແໜງກະສິກຳ ກວມ 45,82% ໃນປີ 2020 ມາເປັນ 43,33% ໃນປີ 2025, ຂະແໜງອຸດສາຫະກຳກວມໃຫ້ເພີ່ມຂຶ້ນຈາກ 22,11% ໃນປີ 2020 ມາເປັນ 29,74% ໃນປີ 2025, ຂະແໜງບໍລິການກວມ ຄາດວ່າຈະຫຼຸດລົງຈາກ 27,59% ໃນປີ 2020 ມາເປັນ 24,62 ໃນປີ 2025 ແລະ ພາສີອາກອນຜະລິດຕະພັນຂາເຂົ້າສຸດທິ ຄາດວ່າຈະຫຼຸດລົງຈາກ 4,48% ໃນປີ 2020 ມາເປັນ 2,31% ໃນປີ 2025.

ນອກນັ້ນ, ໃນແຂວງຈະສູ້ຊົນປະຕິບັດລາຍຮັບງົບປະມານທັງໝົດໃຫ້ໄດ້ 4,15% ຂອງ GDP ເພີ່ມຂຶ້ນ 3,53% ຕໍ່ປີ, ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 2.143,93 ຕື້ກີບ ທັງພະຍາຍາມຫຼຸດຜ່ອນການດຸນດ່ຽງຈາກສູນກາງເທື່ອລະກ້າວ ແລະ ເພີ່ມການຊຳລະໜີ້ໂຄງການລົງທຶນຂອງລັດໃນແຕ່ລະປີ, ສູ້ຊົນປຸກລະດົມຂົນຂວາຍ ແລະ ນຳໃຊ້ທຸກແຫຼ່ງທຶນໃສ່ການຈັດຕັ້ງປະ ຕິບັດແຜນພັດທະນາເສດ ຖະກິດ – ສັງຄົມ ໃຫ້ບັນລຸ 2.845,96 ຕື້ກີບ. ນອກນັ້ນ, ຈະຊຸກຍູ້ສົ່ງເສີມການລົງທຶນ ແລະ ການຜະລິດທຸລະກິດໃຫ້ຂະຫຍາຍຕົວ ເພື່ອສ້າງລາຍຮັບໃໝ່ຕິດພັນກັບການສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ໃຫ້ແກ່ປະຊາຊົນ ເພື່ອໃຫ້ປະຊາຊົນມີຄວາມສາມາດເຂົ້າເຖິງການບໍລິການດ້ານການເງິນ ແລະ ຕະຫຼາດເທື່ອລະກ້າວ.

ສູ້ຊົນຂະແໜງປູກຝັງ ແລະ ລ້ຽງສັດ ຜະລິດເຂົ້າ 58.604 ໂຕນຕໍ່ປີ, ໃບຊາດິບ 5.086 ໂຕນຕໍ່ປີ, ຢາງພາລາ 18.232 ໂຕນຕໍ່ປີ, ອ້ອຍ 346.359 ໂຕນຕໍ່ປີ, ລ້ຽງ ຄວາຍ 42.948 ໂຕຕໍ່ປີ, ງົວ 47.071 ໂຕຕໍ່ປີ, ໝູ 190.941 ໂຕຕໍ່ປີ, ການລ້ຽງປາໜອງ 648 ໂຕນຕໍ່ປີ, ປາກະຊັງ 5,04 ໂຕນຕໍ່ປີ.