ຍທຂ ຈະສຸມໃສ່ 5 ວຽກ ແຕ່ນີ້ຫາ 2025 ລວມມີການພັດທະນາລະບົບເສັ້ນທາງລົດໄຟ

195

ແຕ່ປີ 2021 – 2025 ຍທຂ ຈະສຸມໃສ່ 5 ວຽກ ລວມມີການພັດທະນາລະບົບຕານ່າງເສັ້ນທາງຕາມລະບົບຕານ່າງເຊື່ອມໂຍງແບບ 3911, ລະດົມທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ – ທ່າແຂກ – ມູຢາ, ສືບຕໍ່ປັບປຸງເຄື່ອງໝາຍການເດີນເຮືອຕາມລໍາແມ່ນໍ້າຂອງ.

ທ່ານ ວຽງສະຫວັດ ສີພັນດອນ ເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ໄດ້ຕາງໜ້າໃຫ້ອົງຄະນະພັກກະຊວງ ຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນຫົວຂໍ້: “ ການເຊື່ອມຈອດດ້ານຄົມມະນາ ຄົມ – ຂົນສົ່ງ ແລະ ພັດທະນາຄວາມສາມາດໃນການຂົນສົ່ງສິນຄ້າຂ້າມແດນ ” ວ່າ: ເພື່ອສືບຕໍ່ເສີມຂະຫຍາຍທ່າແຮງທາງດ້ານທີ່ຕັ້ງພູມສາດຂອງປະເທດໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອເຊື່ອມໂຍງ ແລະ ເຊື່ອມຈອດກັບປະເທດອ້ອມຂ້າງ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ໃນຕໍ່ໜ້າຈະຕ້ອງໄດ້ສຸມໃສ່ 5 ວຽກ ດັ່ງນີ້:

ในภาพอาจจะมี สถานที่กลางแจ้ง

  1. ພັດທະນາລະບົບຕານ່າງເສັ້ນທາງຕາມລະບົບ ຕານ່າງເຊື່ອມໂຍງແບບ 3911 ຄືສາຍຕັ້ງ 3 ເສັ້ນ, ສາຍຂວາງ 9 ເສັ້ນ ແລະ ທາງເຊື່ອມຕໍ່ສາຍຕັ້ງ ແລະ ສາຍ ຂວາງ 11 ເສັ້ນ ທີ່ໄດ້ຕາມມາດຖານເຕັກນິກຂອງເສັ້ນທາງຫຼວງອາຊຽນ; ສ້າງຂົວຂ້າມນໍ້າຂອງປາກຕະພານ – ເຂັມມະລາດ; ຂົວຂ້າມນໍ້າຂອງສໍາລັບທາງລົດໄຟ ນະຄອນຫຼວງວຽງຈັນ – ໜອງຄາຍ; ສຶກສາ, ສໍາຫຼວດ – ອອກແບບ ແລະ ກໍ່ສ້າງເສັ້ນທາງເຊື່ອມຕໍ່ທີ່ສັ້ນສຸດ ແລະ ມີປະສິດທິຜົນທີ່ສຸດ ລະຫວ່າງ ນະຄອນຫຼວງວຽງຈັນ ຫາ ນະຄອນຫຼວງຮາໂນ້ຍ; ປັບປຸງລະບົບບູລະນະຮັກສາເສັ້ນທາງດ້ວຍການສ້າງຕັ້ງກອງສ້ອມແປງເສັ້ນທາງ ເປັນປົກກະຕິປະຈໍາແຕ່ລະຕອນທາງຕາມຮູບແບບທຸລະກິດທີ່ເໝາະສົມ.

  2. ສູ້ຊົນໃຫ້ສໍາເລັດການກໍ່ສ້າງ ແລະ ດໍາເນີນການບໍລິການການຂົນສົ່ງທາງລົດໄຟ ລາວ – ຈີນ; ລະດົມທຶນກໍ່ສ້າງເສັ້ນທາງລົດໄຟ ແຕ່ນະຄອນຫຼວງວຽງຈັນ – ທ່າແຂກ – ມູຢາ ແລະ ສຶກສາຄວາມເປັນໄດ້ເສັ້ນທາງລົດໄຟ ແຕ່ທ່າແຂກ – ສະຫວັນນະເຂດ – ຈໍາປາສັກ – ຊາຍແດນ ລາວ – ກໍາປູເຈຍ ແລະ ຈໍາປາສັກ – ວັງເຕົ່າ.

ไม่มีคำอธิบายรูปภาพ

  1. ສືບຕໍ່ປັບປຸງເຄື່ອງໝາຍການເດີນເຮືອຕາມລໍາແມ່ນໍ້າຂອງ, ປັບປຸງຄອງເດີນເຮືອແຕ່ຫ້ວຍຊາຍ ຫາ ຫຼວງພະບາງ ໃຫ້ໄດ້ມາດຕະຖານເຮືອ 500 ໂຕນ ສາມາດແລ່ນໄດ້, ເຊື່ອມຈອດການຄົມມະນາຄົມທາງນໍ້າກັບທາງບົກ ດ້ວຍການສ້າງເສັ້ນທາງເຂົ້າເຖິງດ່ານ ແລະ ນໍາໃຊ້ສາງຮ່ວມກັນ.

  2. ສ້າງເສັ້ນທາງບິນທີ່ເຊື່ອມຈອດກັບສາກົນເພີ່ມຂຶ້ນຕາມຄວາມຕ້ອງການຂອງຕະຫຼາດການບິນພາຍໃນ ແລະ ລະຫວ່າງປະເທດ ແລະ ການບິນຜ່ານໃນແຕ່ລະໄລຍະ; ປັບປຸງສະໜາມບິນສາກົນຢ່າງໜ້ອຍໃຫ້ໄດ້ມາດຕະຖານການບໍລິການພື້ນຖານຂອງພາກພື້ນ; ສໍາຫຼວດ ແລະ ອອກແບບສະໜາມບິນສາກົນແຫ່ງໃໝ່ຢູ່ນະຄອນຫຼວງວຽງຈັນ ແລະ ເຊໂນ ເພື່ອສ້າງໃຫ້ເປັນສະໜາມບິນທາງຜ່ານຂອງພາກພື້ນ.

ในภาพอาจจะมี ท้องฟ้า, เมฆ, สถานที่กลางแจ้ง และธรรมชาติ

  1. ຈັດຕັ້ງການບໍລິການໂລຊິດສະຕິກຕາມ 3 ຍຸດທະສາດ ຄື: ຍຸດທະສາດການເຕົ້າໂຮມສິນຄ້າ; ຍຸດທະສາດການສົ່ງເສີມພາກທຸລະກິດ ແລະ ຍຸດທະສາດການຂະຫຍາຍຕະຫຼາດຂົນສົ່ງ ໂດຍນໍາໃຊ້ການບໍລິການຢູ່ທ່າບົກ 5 ແຫ່ງ ສະຖານີລົດໄຟທ່ານາແລ້ງ, ທ່າແຂກ, ເຊໂນ, ວັງເຕົ່າ ແລະ ນາເຕີຍ. ສົ່ງເສີມບໍລິສັດຂົນສົ່ງສິນຄ້າ ຂອງລາວ ໃຫ້ກ້າວຂຶ້ນເປັນ ບໍລິສັດໂລຊິດສະຕິກ ໃຫ້ໄດ້ຢ່າງໜ້ອຍ 20% ຂອງຈໍານວນບໍລິສັດທັງໝົດ, ສ້າງສະມາຄົມຂົນສົ່ງສິນຄ້າມີ ຄວາມສາມາດໃນການຄຸ້ມຄອງທຸກບໍລິສັດຂົນສົ່ງລະ ຫວ່າງປະເທດ.