ລຸນນີ ພົມມະຈັນ ML11 ຕົວແທນຈາກ ແຂວງຊຽງຂວາງ ຂໍເອົາຊະນະໃຈຕົນເອງໃນເວທີນາງສາວລາວ 2020

207

ມາຮູ້ຈັກສາວຊຽງຂວາງທັງງາມ ທັງເກັ່ງ ລຸນນີ ພົມມະຈັນ (Ny Lounny )ຫຼື ນີ ອາຍຸ 21 ປີ ກໍາລັງສຶກສາຢູ່ມະຫາວິທະຍາໄລເເຫ່ງຊາດລາວ ຄະນະວິສະວະກໍາສາດ ສາຂາຂົນສົ່ງ ເເລະ ໂລຈິດສຕິກ ປີທີ 4 ມາຈາກເມືອງເເປກ ເເຂວງຊຽງຂວາງ ອີກໜຶ່ງສາວຜູ້ຜ່ານເຂົ້າຮອບ 40 ຄົນ ໃນການປະກວດນາງສາວລາວ 2020.


ບອກເລີຍວ່າ ຄັ້ງນີ້ ລຸນນີ ກຽມພ້ອມທັງຮ່າງກາຍແລະຈິດໃຈ ຄວາມຕັ້ງໃຈທີ່ຈະມາປະກວດ ເພື່ອທີ່ຈະເຮັດໃຫ້ໄດ້ດີທີ່ສຸດ.


ລຸນນີ ບອກວ່າ : ນ້ອງເປັນຄົນມັກຮ້ອງເພງ ແລະ ຟ້ອນ; ສ່ວນເລື່ອງພາສາແມ່ນສາມາດເວົ້າພາສາລາວ ພາສາຫວຽດ ແລະ ຕອນນີ້ກຳລັງຮຽນ ພາສາຈີນຕື່ມ.


ເຫດຜົນທີ່ມາປະກວດນາງສາວລາວ 2020 ນີ້ ຍ້ອນວ່ານ້ອງຢາກຫາປະສົບການໃນການປະກວດ ເພາະນ້ອງກໍມີຄວາມສົນໃຈ ແລະ ມັກໃນດ້ານນີ້ຢູ່ແລ້ວ ແລະ ຕິດຕາມມາຕະຫຼອດ ຮອດປີນີ້ເລີຍຕັດສິນໃຈລົງສະໝັກ ເພື່ອເອົາຊະນະໃຈໂຕເອງ.


ຜ່ານມາກໍເຄີຍມີໂອກາດໄດ້ຮ່ວມສະແດງມິວສິກວິດີໂອເພງລູກທົ່ງ ຕັ້ງແຕ່ສະໄໝຍັງນ້ອຍໆພຸ້ນ;ສຳລັບເວທີນີ້ ກໍເປັນຄັ້ງທຳອິດຂອງນ້ອງ ແລະ ນ້ອງກໍຍັງບໍ່ໄດ້ຄາດຫວັງຫຍັງຫຼາຍ ທີ່ໄດ້ເຂົ້າມາເປັນ 1 ໃນ 40 ຄົນ ໃນຄັ້ງນີ້ກໍຖືວ່າເກີນຄວາມຄາດຫວັງທີ່ນ້ອງຕັ້ງໄວ້ແລ້ວ.

.


ແຕ່ແນວໃດກໍຕາມນ້ອງກໍຈະພະຍາຍາມຕັ້ງໃຈ ແລະ ເຮັດໃຫ້ດີທີ່ສຸດ ເພື່ອທີ່ໂຕເອງອາດຈະໄປໄດ້ໄກອີກສໍາຫລັບການປະກວດ, ໄດ້ມີປະສົບການ ແລະ ໂອກາດໃໝ່ໆທີ່ດີອີກຫຼາຍໆຢ່າງໃຫ້ແກ່ນ້ອງເອງ

ນ້ອງຄິດວ່າຄວາມຕັ້ງໃຈຂອງນ້ອງຈະເປັນຕົວຊີ້ວັດວ່ານ້ອງເໝາະສົມກັບເວທີນີ້ ນ້ອງມີຄວາມຕັ້ງໃຈທີ່ຈະສະແດງຄວາມສາມາດຂອງນ້ອງອອກມາສູ່ສາຍຕາປະຊາຊົນແລະກຳມະການ

ສຸດທ້າຍນີ້ກໍຂໍຝາກທຸກຄົນຊ່ວຍຕິດຕາມເຊຍນ້ອງແດ່ເດີ…ລຸນນີ ພົມມະຈັນ ML11…ນ້ອງເອງກໍຈະຕັ້ງໃຈເຮັດສຸດຄວາມສາມາດ