ມອບ – ຮັບໂຄງການພັດທະນາໂຄງລ່າງພື້ນຖານ ສົ່ງເສີມການທ່ອງທ່ຽວ

147

ພິທີມອບ – ຮັບໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ເປີດການນຳໃຊ້ບັນດາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ເພື່ອຕອບສະໜອງໃຫ້ແກ່ການບໍລິການທ່ອງທ່ຽວຢູ່ເມືອງຈອມເພັດ ແລະ ເມືອງປາກອູ ໃຫ້ແກ່ອຳນາດການປົກຄອງແຂວງຫຼວງພະບາງ ເປັນຜູ້ຮັບຜິດຊອບຄຸ້ມຄອງ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີຄວາມຍືນຍົງ ເຊິ່ງຈັດຂຶ້ນວັນທີ 8 ກັນຍາຜ່ານມາ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ຫຼວງພະບາງ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສູນ ມະນີວົງ ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄດ້ລາຍງານໃຫ້ຮູ້ວ່າ: ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວໄລຍະ I ແມ່ນໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ ລວມມູນຄ່າທັງໝົດ 43 ລ້ານໂດລາສະຫະລັດ, ໃນນັ້ນມີທຶນສົມທົບຂອງລັດຖະບານ 3 ລ້ານໂດລາສະຫະລັດ, ເລີ່ມຈັດຕັ້ງປະຕິບັດ ແຕ່ປີ 2015 – 2020 ຢູ່ແຂວງ ອຸດົມໄຊ ໄດ້ກໍ່ສ້າງເສັ້ນທາງໄປຫາຖ້ຳຈອມອອງ ຄວາມຍາວ 54 ກິໂລແມັດ, ສິ່ງອຳນວຍຄວາມສະດວກບໍລິເວນໜ້າຖ້ຳ ແລະ ພາຍໃນຖ້ຳ, ພັດທະນາ – ສົ່ງເສີມການທ່ອງທ່ຽວ ແລະ ພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວທັງພາກລັດ ແລະ ພາກທຸລະກິດ, ແຂວງຄຳມ່ວນກໍ່ສ້າງເສັ້ນທາງໄປຖ້ຳຊ້າງ ຄວາມຍາວ 4,5 ກິໂລແມັດ ກໍ່ສ້າງສິ່ງອຳນວຍຄວາມສະດວກບໍລິເວນໜ້າຖ້ຳ, ກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກບໍລິເວນເດີ່ນພະທາດສີໂຄດຕະບອງ, ພັດທະນາ – ສົ່ງເສີມການທ່ອງທ່ຽວ ແລະ ພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວທັງພາກລັດ ແລະ ພາກທຸລະກິດ.


ສະເພາະຢູ່ແຂວງຫຼວງພະບາງ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນມັງກອນ 2018, ຈັດຕັ້ງປະຕິບັດຢູ່ເມືອງປາກອູ ແລະ ເມືອງຈອມເພັດ, ໃນນັ້ນເມືອງປາກອູ ໄດ້ສ້າງເສັ້ນທາງ ອາ 1 ແຕ່ທາງ 13 ເໜືອ ຫາ ປາກອູ ມີຄວາມຍາວ 8.400 ແມັດ, ສ້າງທາງພາຍໃນບ້ານຊາງໄຫ ແລະ ບ້ານປາກອູ ຍາວທັງໝົດ 1.200 ກວ່າແມັດ, ພ້ອມທັງສ້າງຂັ້ນໄດຂຶ້ນລົງທ່ານ້ຳ ຢູ່ບ້ານຊາງໄຫ 2 ແຫ່ງ, ຢູ່ບ້ານປາກອູ 1 ແຫ່ງ ແລະ ສ້າງຫ້ອງນ້ຳສາທາລະນະ, ບ່ອນຈອດລົດ ແລະ ສ້າງສູນຂໍ້ມູນ – ຂ່າວສານ ບ້ານລະ 1 ແຫ່ງ, ພ້ອມຕິດຕັ້ງໄຟເຍືອງທາງ.


ພ້ອມນັ້ນ, ຍັງໄດ້ສ້ອມແປງຂັ້ນໄດຂຶ້ນລົງຖ້ຳຕິ່ງ, ສ້າງຫ້ອງນ້ຳສາທາລະນະ, ບ່ອນທຽບເຮືອ 30 ແມັດ ແລະ ປະກອບໄຟແສງສີພາຍໃນຖ້ຳ. ສ່ວນຢູ່ເມືອງຈອມເພັດ ໄດ້ຈັດຕັ້ງປະຕິບັດຢູ່ 2 ບ້ານ ຄື: ບ້ານຈ່ານເໜືອ ໂດຍໄດ້ສ້າງເສັ້ນທາງພາຍໃນບ້ານຍາວ 240 ແມັດ, ສ້າງສູນສາທິດ 1 ຫຼັງ, ສູນຂໍ້ມູນ – ຂ່າວສານທ່ອງທ່ຽວ 2 ແຫ່ງ, ສູນສະແດງສິນຄ້າ 1 ຫຼັງ, ຫ້ອງນ້ຳສາທາລະນະ 1 ແຫ່ງ, ບ່ອນຈອດລົດ 1 ແຫ່ງ, ຂັ້ນໄດຂຶ້ນລົງທ່ານ້ຳ 1 ແຫ່ງ.


ສ່ວນບ້ານຊຽງແມນ ໄດ້ສ້າງເສັ້ນທາງອາ 2 ຍາວ 400 ແມັດ, ທາງອາ 3 ລວງຍາວ 540 ແມັດ, ທາງອາ 4 ລວງຍາວ 210 ແມັດ, ທາງອາ 5 ສ້າງທາງຍ່າງ 1.362 ແມັດ, ກວ້າງ 2 ແມັດ, ປູດ້ວຍເບຕົງຫີນຂັດໜ້າ ພ້ອມໄຟເຍືອງທາງ, ສ້າງຕະຫຼາດ 1 ຫຼັງ, ຫ້ອງນ້ຳສາທາລະນະ 1 ແຫ່ງ, ສູນຂໍ້ມູນ – ຂ່າວສານທ່ອງທ່ຽວ 1 ຫຼັງ ແລະ ຂັ້ນໄດຂຶ້ນລົງທ່ານ້ຳ 1 ແຫ່ງ.

ຮູບປະກອບຂ່າວ

ນອກນັ້ນ, ຍັງໄດ້ສ້າງຕ້ານເຈື່ອນດ້ວຍກະຕ່າຫີນ, ດ້ວຍເບຕົງເສີມເຫຼັກຢູ່ເມືອງປາກອູ ແລະ ສ້າງຂົວຮ່ອງເຟືອງ, ສ້າງຂົວອູ່ ບ້ານຈ່ານເໜືອ ຫາ ບ້ານຈ່ານໃຕ້ 149 ແມັດ ຢູ່ເມືອງຈອມເພັດ ແລະ ສ້າງທາງໄປຕາດກວາງຊີ, ສ້ອມແປງ ແລະ ປັບປຸງໜ້າຂົວເບເລ 5 ແຫ່ງ, ສ້ອມແປງໜ້າທາງແຕ່ບ້ານຄອຍ ຫາ ຕາດ ກວາງຊີ ລວມຮ່ອງລະບາຍນ້ຳ ລວງຍາວ 26 ກິໂລແມັດ ລວມມູນຄ່າການກໍ່ສ້າງທັງໝົດ 6 ລ້ານກວ່າໂດລາສະຫະລັດ.


ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖວທ ໄດ້ມີຄຳເຫັນໃນພິທີ ໂດຍໄດ້ສະແດງຄວາມເຊື່ອໝັ້ນວ່າ ການພັດທະນາ ແລະ ການກໍ່ສ້າງບັນດາສິ່ງອຳນວຍຄວາມສະດວກຕ່າງໆ ທາງດ້ານການທ່ອງທ່ຽວເຫຼົ່ານີ້ຈະເປັນການປະກອບສ່ວນ ແລະ ເປັນແຮງຊຸກດັນໃຫ້ວຽກງານການທ່ອງທ່ຽວຂອງ ສປປ ລາວ, ເວົ້າລວມ ແລະ ເວົ້າສະເພາະແມ່ນແຂວງຫຼວງພະບາງ ໃຫ້ມີການຂະຫຍາຍຕົວ ແລະ ສ້າງກິດຈະກຳທີ່ມີຄວາມຫຼາກຫຼາຍສາມາດຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້. ພ້ອມທັງຮຽກຮ້ອງໃຫ້ອຳນາດການປົກຄອງແຂວງຫຼວງພະບາງ ນຳເອົາໂຄງການດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ເກີດຜົນປະໂຫຍດສູງສຸດ ເພື່ອເຮັດໃຫ້ວຽກງານ ຖວທ ຂອງແຂວງ ໄດ້ຮັບການພັດທະນາ ກໍຄືດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວລາວ ກໍຄືແຂວງຫຼວງພະບາງ ໃຫ້ຫຼາຍຂຶ້ນຢ່າງກ້າວກະໂດດ.