ມູນຄ່າການຄ້າເດືອນກໍລະກົດ ບັນລຸ 792 ລ້ານໂດລາ

102

ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ໃນເດືອນກໍລະກົດ ບັນລຸໄດ້ປະມານ 792 ລ້ານໂດລາ. ໃນນີ້, ສົ່ງອອກ ປະມານ 372 ລ້ານໂດລາ ເພີ່ມຂຶ້ນຈາກ 337 ລ້ານໂດລາ ໃນເດືອນມິຖຸນາ.
ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານທາງການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເຜີຍວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ປະຈໍາເດືອນກໍລະກົດ 2020 ບັນລຸໄດ້ປະມານ 792 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກມີປະມານ 372 ລ້ານໂດລາ ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 47 ລ້ານໂດລາ ທຽບໃສ່ເດືອນມິຖຸນາມີມູນຄ່າການຄ້າ 757 ລ້ານໂດລາ; ໃນນີ້ສົ່ງອອກ 337 ລ້ານໂດລາ.


ໝວດສິນຄ້າສົ່ງອອກຫຼັກ ປະກອບມີແຮ່ທອງ ມູນຄ່າປະມານ 41 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມູນຄ່າປະມານ 17 ລ້ານໂດລາ, ໝາກກ້ວຍ ມູນຄ່າປະມານ 19 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ ມູນຄ່າປະມານ 23 ລ້ານໂດລາ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມູນຄ່າປະມານ 11 ລ້ານໂດລາ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ… ) ມູນຄ່າປະມານ 17 ລ້ານໂດລາ, ຄຳປະສົມ ແລະ ຄຳແທ່ງ ມູນຄ່າປະມານ 63 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ມູນຄ່າປະມານ 19 ລ້ານໂດລາ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ມູນຄ່າປະມານ 7 ລ້ານໂດລາ ແລະ ຢາງພາລາ ມູນຄ່າປະມານ 13 ລ້ານໂດລາ.


ສ່ວນໝວດສິນຄ້ານໍາເຂົ້າຫຼັກ ປະກອບມີພາຫະນະທາງບົກ ( ນອກຈາກລົດຈັກ, ລົດໄຖ ) ມູນຄ່າປະມານ 18 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມູນຄ່າປະມານ 12 ລ້ານໂດລາ, ນ້ຳມັນກາຊວນ ມູນຄ່າປະມານ 30 ລ້ານໂດລາ, ອຸປະກອນກົນຈັກ ( ນອກຈາກເຄື່ອງກົນຈັກພາຫະນະ ) ມູນຄ່າປະມານ 40 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມູນຄ່າປະມານ 32 ລ້ານໂດລາ, ເຄື່ອງດື່ມ ( ນໍ້າ, ນໍ້າອັດລົມ, ຊູກໍາລັງ… ) ມູນຄ່າປະມານ 16 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ ( ລວມທັງຢາງ, ແວ່ນ, ໂສ້… ) ມູນຄ່າປະມານ 18 ລ້ານໂດລາ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ ມູນຄ່າປະມານ 10 ລ້ານໂດລາ, ໄຟຟ້າ ມູນຄ່າປະມານ 25 ລ້ານໂດລາ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ມູນຄ່າປະມານ 13 ລ້ານໂດລາ.


ທັງນີ້ 5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກມີ ສປ ຈີນ 123 ລ້ານໂດລາ, ສສ ຫວຽດນາມ 90 ລ້ານໂດລາ, ໄທ 86 ລ້ານໂດລາ, ອິນເດຍ 9 ລ້ານໂດລາ ແລະ ຍີ່ປຸ່ນ 7 ລ້ານໂດລາ.
ສ່ວນ 5 ປະເທດທີ່ນໍາເຂົ້າຫຼັກ ປະກອບມີໄທ ມູນຄ່າປະມານ 253 ລ້ານໂດລາ, ສປ ຈີນ 91 ລ້ານໂດລາ, ສສ ຫວຽດນາມ 44 ລ້ານໂດລາ, ຍີ່ປຸ່ນ 7 ລ້ານໂດລາ ແລະ ອາເມຣິກາ 5 ລ້ານໂດລາ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນກໍລະກົດນີ້ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.