5 ປີ ນຳເຂົ້ານໍ້າມັນຫຼາຍກວ່່າ 4 ພັນລ້ານລິດ

124

ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສລາວ ( ສນກ ) ເຜີຍໂຕເລກການນໍາເຂົ້ານໍ້າມັນເຊື້ອໄຟໃນ 5 ປີຜ່ານມາທັງໝົດ 4.174,96 ລ້ານລິດ ມູນຄ່າ 12.672,06 ຕື້ກີບ, ມອບພັນທະເຂົ້າງົບປະມານແຫ່ງຊາດ 8.834,67 ຕື້ກີບ.

ທ່ານ ອະນຸສິນ ພົນເສນາ ປະທານ ສນກ ໄດ້ກ່າວໃນກອງປະຊຸມໃຫຍ່ສະມາຄົມ ສນກ ທີ່ຈັດຂຶ້ນໃນຕົ້ນເດືອນນີ້ໃຫ້ຮູ້ວ່າ: ສນກ ເປັນຫົວໜ່່ວຍທຸລະກິດບໍລິການ ແລະ ສະໜອງສິນຄ້າຍຸດທະສາດໃຫ້ແກ່ວຽກງານການສ້າງສາພັດທະນາເສດຖະກິດ – ສັງຄົມ, ການຜະລິດ, ການປຸງແຕ່ງ, ການຄົມມະນາຄົມ ແລະ ອໍານວຍຄວາມສະດວກຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ເຖິງວ່າໄລຍະແຕ່ຕົ້ນປີ 2020 ມານີ້ ຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ບັນດາສະມາຊິກ ສນກ ໄດ້ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກໃນການນໍາເຂົ້ານໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະ ອາຍແກ໊ສ ເພື່ອມາຮັບໃຊ້ບໍລິການແກ່ສັງຄົມຢ່າງເປັນປົກກະຕິຕໍ່ເນື່ອງ ສະເພາະໃນໄລຍະ 5 ປີຜ່ານມາ 2015 – 2020 ສະມາຊິກ ສນກ ໄດ້ມີຜົນງານດ້ານທຸລະກິດທີ່ສໍາຄັນ ແລະ ມີການປະກອບພັນທະເຂົ້າງົບປະມານຂອງລັດ ດັ່ງນີ້:

ດ້ານການນໍາເຂົ້ານໍ້າມັນເຊື້ອໄຟທຸກຊະນິດ ຈໍານວນ 4.174 ລ້ານລິດ ມູນຄ່າ 12.672 ຕື້ກີບ, ນໍາເຂົ້າອາຍແກ໊ສຫູງຕົ້ມ PLG ຈໍານວນ 57.011 ໂຕນ ມູນຄ່າ 129,82 ຕື້ກີບ.

ດ້ານການຈໍາໜ່າຍນໍ້າມັນເຊື້ອໄຟທຸກຊະນິດ ຈໍານວນ 4.341 ລ້ານລິດ ມູນຄ່າ 26.873 ຕື້ກີບ, ຈໍາໜ່າຍອາຍແກ໊ສຫູງຕົ້ມ PLG ຈໍານວນ 24.956 ໂຕນ ມູນຄ່າ 108,55 ຕື້ກີບ.

ດ້ານການມອບພັນທະເຂົ້າງົບປະມານແຫ່ງຊາດ ລວມທັງໝົດ 8.834,67 ຕື້ກີບ. ໃນນີ້, ພາກສ່ວນທຸລະກິດນໍ້າມັນເຊື້ອໄຟມອບພັນທະ 8.823 ຕື້ກີບ ປະກອບດ້ວຍຄ່າພາສີ ແລະ ອາກອນ 5.840 ຕື້ກີບ, ກອງທຶນທາງ 1.752 ຕື້ກີບ, ເງິນຄັງແຮລັດຖະບານ 1.144 ຕື້ກີບ, ຄ່າ ອີ – ແມັດເຕີ 33,55 ຕື້ກີບ ແລະ ຄ່າກວດຄຸນນະພາບ 51,67 ຕື້ກີບ.

ພາກສ່ວນທຸລະກິດອາຍ ແກ໊ສມອບພັນທະ ຈໍານວນ 11,49 ຕື້ກີບ. ນອກນີ້, ລັດວິສາຫະກິດນໍ້າມັນເຊື້ອໄຟລາວທີ່ເປັນວິສາຫະກິດຂອງລັດ ໄດ້ມອບເງິນປັນຜົນໃຫ້ລັດ 65,31 ຕື້ກີບ.

ປັດຈຸບັນສະມາຊິກ ສນກ ມີທັງໝົດ 31 ບໍລິສັດ ປະກອບດ້ວຍສະມາຊິກສາມັນ 26 ບໍລິສັດ ແລະ ສະມາຊິກສະໜັບສະໜູນ 5 ບໍລິສັດ, ບັນດາສະມາຊິກໄດ້ມີການປັບປຸງຕົນເອງໃຫ້ຖືກຕ້ອງຄົບຖ້ວນຕາມມາດຕະຖານ ແລະ ເງື່ອນໄຂທີ່ກໍານົດໃນດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 331/ນຍ ເຊິ່ງມາຮອດປັດຈຸບັນໄດ້ສໍາເລັດການຂຶ້ນທະບຽນຄືນໃໝ່ເປັນບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ 11 ບໍລິສັດ ແລະ ບໍລິສັດຈໍາໜ່າຍນໍ້າມັນເຊື້ອໄຟພາຍໃນ 13 ບໍລິສັດ. ສ່ວນບໍລິສັດນໍ້າມັນເຊື້ອໄຟ ແລະ ບໍລິສັດນໍ້າມັນເຄື່ອງ ແລະ ບໍລິສັດອາຍແກ໊ສອື່ນໆ ແມ່ນສືບຕໍ່ປັບປຸງ ແລະ ດໍາເນີນທຸລະກິດຕາມລະບຽບການທີ່ຂັນເທິງວາງອອກ.

[ ຂ່າວ: ພຸດຕີ້; ຮູບ: ສອນໄຊ ]