6 ເດືອນຕົ້ນປີ ແຂວງໄຊຍະບູລີ ເກັບອາກອນໄດ້ 41,01%

110

ທ່ານ ບຸນເສັງ ວົງສະນິດ ຫົວ ໜ້າສ່ວຍສາອາກອນ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ປີນີ້ສ່ວຍສາອາກອນແຂວງໄດ້ຮັບຕົວເລກແຜນເກັບລາຍຮັບເບື້ອງຕົ້ນ 251 ຕື້ກວ່າກີບ ຜ່ານການຈັດເກັບລາຍຮັບ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ທັງໝົດ 102 ຕື້ ກວ່າກີບ ເທົ່າກັບ 41,01% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 1,66%.

ພາບປະກອບຂ່າວເທົ່ານັ້ນ

ເມື່ອເບິ່ງລວມແລ້ວຖືວ່າການເກັບອາກອນ ແຂວງໄຊຍະບູລີ ແມ່ນຢູ່ໃນລະດັບດີ ອັນດັບ 1, ໃນນີ້ລາຍຮັບອາກອນປົກກະຕິຕາມແຜນ 219 ຕື້ກວ່າກີບ ປະຕິບັດໄດ້ 87 ຕື້ກວ່າກີບ ເທົ່າກັບ 40,13% ຂອງແຜນປີ, ລາຍຮັບພາສີທີ່ດິນ, ຄ່າທໍານຽມ, ຄ່າຊື້ – ຂາຍສິດນໍາໃຊ້ທີ່ດິນ ເຊັ່ນ: ລາຍຮັບພາສີທີ່ດິນຕາມແຜນ 9 ຕື້ກວ່າກີບ ປະຕິບັດໄດ້ 6 ຕື້ກວ່າກີບ ເທົ່າກັບ 74,23% ຂອງແຜນປີ; ລາຍຮັບຂຶ້ນທະບຽນ, ຈົດທະບຽນຕາມແຜນ 0,94 ຕື້ກວ່າກີບ ປະຕິບັດໄດ້ 0,36 ຕື້ກີບ ເທົ່າກັບ 39,21% ຂອງແຜນປີ; ລາຍຮັບຈາກການຊື້ – ຂາຍສິດນໍາໃຊ້ທີ່ດິນຕາມແຜນ 0,33 ຕື້ກີບ ປະຕິບັດໄດ້ 0,11 ຕື້ກີບ ເທົ່າກັບ 35,09% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 26,54%; ລາຍຮັບຄ່າທໍານຽມຕາມແຜນ 6 ຕື້ກວ່າກີບ ປະຕິບັດໄດ້ 3 ຕື້ກວ່າກີບ ເທົ່າກັບ 52,69% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 7,48% ຂອງແຜນປີ; ລາຍຮັບຄ່າບໍລິການ ຕາມແຜນ 8 ຕື້ກວ່າກີບ ປະຕິບັດໄດ້ 2 ຕື້ກວ່າກີບ ເທົ່າກັບ 34,05% ຂອງແຜນປີ; ລາຍຮັບກອງທຶນຢາ ຕາມແຜນ 6 ຕື້ກວ່າກີບ ປະຕິບັດໄດ້ 1 ຕື້ກວ່າກີບ ເທົ່າກັບ 20,78% ຂອງແຜນປີ.

ພາບປະກອບຂ່າວເທົ່ານັ້ນ

ທ່ານຍັງໄດ້ໃຫ້ຮູ້ຕື່ມວ່າ: 6 ເດືອນທ້າຍປີ ການເກັບລາຍຮັບອາກອນຈະໃຫ້ບັນລຸຕົວເລກຕາມແຜນດັດແກ້ ໝົດປີ 174 ຕື້ກວ່າກີບ ໂດຍຊຸກຍູ້ການເກັບລາຍຮັບຂອງບັນດາເມືອງໃນທົ່ວແຂວງຕາມການແບ່ງຂັ້ນຄຸ້ມຄອງຕິດຕາມ, ຊຸກຍູ້ລາຍຮັບຄ່າທໍານຽມ, ລາຍຮັບວິຊາການຂອງຂະແໜງການ, ລາຍຮັບຕາມຕົວເລກແຜນການ, ລາຍຮັບປະຈໍາປີ, ຄຸ້ມຄອງເກັບອາກອນຄ່າເຊົ່າຜ່ານລະບົບ Tax Ris ແລະ ຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ, ສົມທົບກັບເຈົ້າໜ້າທີ່ຈະລາຈອນ, ທະນາຄານການຄ້າຕ່າງປະເທດ, ຕັ້ງຈຸດກວດກາຢູ່ຕາມເສັ້ນທາງແຕ່ລະໄລຍະ, ສົມທົບກັບຂະແໜງພາສີຢູ່ດ່ານສາກົນ, ພະແນກ ຍທຂ ຕາມແຈ້ງການ ສະບັບເລກທີ 0477/ກງ ລົງວັນທີ 18 ກຸມພາ 2020, ໄລ່ລຽງທຸລະກິດໃຫ້ຖ່ວງທັນເວລາ ຕົ້ນຕໍແມ່ນເລັ່ງໃສ່ 2 ໂຄງການໃຫຍ່ ( ເຂື່ອນໄຟຟ້ານໍ້າຂອງ, ໂຄງການໄຟຟ້າຫົງສາ ) ແລະ ບັນດາບໍລິສັດຕ່າງໆທີ່ຄ້າງໄລ່ລຽງໃຫ້ທັນກັບກໍານົດເວລາ ແລະ ບັນລຸແຜນທີ່ວາງໄວ້ 6 ຕື້ກວ່າກີບ.

ພາບປະກອບຂ່າວເທົ່ານັ້ນ

ປັດຈຸບັນໄດ້ 3 ຕື້ກວ່າກີບ, ຫັນຫົວໜ່ວຍທຸລະກິດທີ່ມີລາຍຮັບ 400 ລ້ານກີບຂຶ້ນໄປ ໃຫ້ເຂົ້າໃນລະບົບ ອມພ ເຊິ່ງມີຫົວໜ່ວຍທຸລະກິດທັງໝົດໃນປີ 2020 ມີ 6.847 ຫົວ ໜ່ວຍ; ໃນນີ້ແຂວງຄຸ້ມຄອງມີພຽງແຕ່ 459 ຫົວໜ່ວຍ, ເມືອງຄຸ້ມຄອງ 6.028 ຫົວ ໜ່ວຍ ສໍາລັບລາຍຮັບຂັ້ນບ້ານຄຸ້ມຄອງໄດ້ຖືກຍົກເວັ້ນ ລາຍຮັບຕໍ່ກວ່າ 50 ລ້ານກີບລົງມາ ມີ 3.024 ຫົວໜ່ວຍ ເປັນເງິນ 1 ຕື້ 337 ລ້ານກີບ, ລາຍຮັບທຸລະກິດ 50-400 ລ້ານກີບ ທີ່ເມືອງຄຸ້ມຄອງມີ 3.007 ຫົວໜ່ວຍ ເປັນເງິນ 4 ຕື້ 620 ລ້ານກີບ. ສໍາລັບລາຍຮັບ 400 ລ້ານຂຶ້ນໄປຢູ່ເມືອງມີ 177 ຫົວໜ່ວຍ ເປັນເງິນ 1 ຕື້ 79 ລ້ານກວ່າກີບ ກໍຈະໃຫ້ເຂົ້າລະບົບມູນຄ່າເພີ່ມສົ້ນເຂົ້າແບບມີກໍານົດ 4170/ກງ ໃຫ້ໄດ້ 166 ຫົວໜ່ວຍ. ໃນນັ້ນ, ຂັ້ນແຂວງຄຸ້ມຄອງ 73 ຫົວໜ່ວຍ, ເມືອງຄຸ້ມຄອງ 93 ຫົວໜ່ວຍ.

[ ຂ່າວ: ບຸນທີ ]