ສະຫະປະຊາຊາດສະໜອງທຶນ 1,5 ລ້ານໂດລາ ສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມລາວ

120

ອົງການສະຫະປະຊາຊາດ ເພື່ອການພັດທະນາ ( UNDP ) ໄດ້ເປີດໂຄງການເສີມຂະຫຍາຍໂອກາດທາງດ້ານສັງຄົມ ແລະ ເສດຖະກິດໃຫ້ກັບຊາວໜຸ່ມໃນ ສປປ ລາວ ເຊິ່ງໄດ້ຮັບການສະໜັບສະໜູນດ້ານການເງິນ ຈາກກອງທຶນປະເທດຣັດເຊຍ ໃນຈຳນວນເງິນ 1,5 ລ້ານໂດລາສະຫະລັດ ໂດຍການຮ່ວມມືກັບບັນດາຄູ່ຮ່ວມງານຫຼາຍຝ່າຍ ຄື: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ສະຫະພັນແມ່ຍິງລາວ.
ພິທີເປີດໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 7 ສິງຫາ 2020 ທີ່ຫ້ອງການອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ ໂດຍມີຜູ້ຕາງໜ້າຈາກບັນດາຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງແມ່ນເພື່ອສ້າງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ຊາວໜຸ່ມ ຮູ້ເຖິງທ່າແຮງຂອງເຂົາເຈົ້າ ແລະ ປະຕິບັດພາລະບົດບາດທີ່ສຳຄັນ ແລະ ສຳເລັດຜົນທາງເສດຖະກິດ – ສັງຄົມ ພາຍໃຕ້ຂອບນະໂຍບາຍຂອງຊາວໜຸ່ມທົ່ວປະເທດ, ສ້າງ ຄວາມເຂັ້ມແຂງໃຫ້ຊາວໜຸ່ມໃນ ສປປ ລາວ ທາງດ້ານເສດຖະກິດ ແລະ ສັງຄົມ ເນື່ອງຈາກວ່າຊາວໜຸ່ມເປັນຕົວແທນຂອງການປ່ຽນແປງ ໂດຍການກຳນົດ ແລະ ປົກປ້ອງຄວາມຕ້ອງການ, ຄວາມສົນໃຈຂອງພວກເຂົາ ໂດຍການສ້າງການພັດທະນາໃນທາງບວກໃນປະເທດ.
ບັນດາແຂວງເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຈາກການຊ່ວຍເຫຼືອຄັ້ງນີ້ ແມ່ນແຂວງຄຳມ່ວນ ແລະ ຫົວພັນ, ຕົວແບບສູນຝຶກວິຊາຊີບຊາວໜຸ່ມ ຈະໄດ້ຮັບການສ້າງຕັ້ງຂຶ້ນໃນແຂວງຄຳມ່ວນ ໂດຍສຸມໃສ່ຂະແໜງກະສິກຳ ເພື່ອສ້າງຄວາມເຂັ້ມແຂງດ້ານຊີວິດການເປັນຢູ່ຂອງຊາວໜຸ່ມໃນຊົນນະບົດ ໂດຍສະເພາະຊາວໜຸ່ມທີ່ຍັງຂາດໂອກາດ, ເພີ່ມໂອກາດທາງທຸລະກິດ ແລະ ທັກສະການພັດທະນາທຸລະກິດຂະໜາດນ້ອຍ ( SME ) ສຳລັບນັກທຸລະກິດຍິງໜຸ່ມແຂວງຫົວພັນ, ສ້າງເວທີທາງສັງຄົມທີ່ຈະຖືກສ້າງຕັ້ງຂຶ້ນໃນສອງແຂວງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການມີສ່ວນຮ່ວມຂອງຊາວໜຸ່ມ ໂດຍສຸມໃສ່ເປັນພິເສດຕໍ່ປະຊາກອນໃນຊົນນະບົດ ແລະ ຊົນເຜົ່າໃນຂະບວນການຕັດສິນໃຈຕ່າງໆ ໂດຍຜ່ານວິທະຍຸຊຸມຊົນທີ່ນຳພາໂດຍຊາວໜຸ່ມ ແລະ ສິ່ງທ້າທາຍດ້ານນະວັດຕະກຳຂອງຊາວໜຸ່ມ ທີ່ຈະໄດ້ນຳໃຊ້ຫ້ອງທົດລອງເພື່ອເລັ່ງການພັດທະນາຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ( UNDP ).


ທ່ານ ນາງ ຣິຄາດາ ຣິດເຈີ ( Ms. Ricarda Rieger ) ຜູ້ຕາງໜ້າອົງການ UNDP ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສະໜັບສະໜູນຊາວໜຸ່ມຢູ່ໃນ ສປປ ລາວ ວ່າ: ໃນເວລານີ້ໄດ້ມີການແຜ່ລະບາດຂອງພະຍາດໂຄວິດ – 19 ຢູ່ໃນທົ່ວໂລກ ເຊິ່ງມັນມີຜົນສະທ້ອນໃສ່ເສດຖະກິດ – ສັງຄົມ ທີ່ບໍ່ເຄີຍມີມາກ່ອນ ໂດຍສະເພາະຊາວໜຸ່ມແມ່ນມີຄວາມສ່ຽງທີ່ຈະຖືກລົບກວນຍ້ອນການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ຫຼາຍຄົນມີຄວາມສ່ຽງໄດ້ຮັບຜົນກະທົບທາງດ້ານການສຶກສາ, ການວ່າຈ້າງງານ, ສະຫວັດດີການ ແລະ ການມີສ່ວນຮ່ວມໃນສັງຄົມ ເຊິ່ງນີ້ແມ່ນໄດ້ສະແດງໃຫ້ເຫັນວ່າໂຄງການພະຍາຍາມແກ້ໄຂບັນດາສິ່ງທ້າທາຍເຫຼົ່ານີ້ ແລະ ຕັ້ງໃຈທີ່ຈະມີສ່ວນຮ່ວມກັບຊາວໜຸ່ມໃນການຂັບເຄື່ອນການພັດທະນາເສດຖະກິດ ແລະ ສັງຄົມໃນຖານະຜູ້ປ່ຽນແປງຕົວຂອງເຂົາເຈົ້າເອງ.

ທ່ານ ວາລາດີເມີ ຄາລິນີນ ( Vladimir Kalinin ) ເອກອັກຄະລັດຖະທູດຣັດເຊຍ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຊາວໜຸ່ມຈະໄດ້ຮັບຂີດຄວາມສາມາດສູງໃນການຊຸກຍູ້ການພັດທະນາເສດຖະກິດ – ສັງຄົມ, ໂຄງການນີ້ຈະສາມາດໃຫ້ການແຊກແຊງຢ່າງທັນການ ເພື່ອສະໜັບສະໜູນຊາວໜຸ່ມຢູ່ໃນ ສປປ ລາວ.
ທ່ານເອກອັກຄະລັດຖະທູດຣັດເຊຍ ປະຈຳ ສປປ ລາວ ກ່າວເນັ້ນເຖິງຄວາມສຳຄັນຂອງໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນປະເທດຣັດເຊຍ ທີ່ຈະປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ, ການສ້າງຕັ້ງສາຍພົວພັນກັບບັນດາຄູ່ຮ່ວມງານ ແລະ ການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ ເຊິ່ງໂຄງການດັ່ງກ່າວແມ່ນມີໄລຍະດຳເນີນການເປັນເວລາ 24 ເດືອນ ເຖິງປີ 2022.