4 ພາກສ່ວນຮ່ວມລະດົມທຶນສ້າງໂຮງຮຽນປະຖົມສົມບູນບ້ານຫ້ວຍຕັ້ງນາຍ

75

ສະມາຄົມກູ້ໄພນະຄອນຫຼວງວຽງຈັນ ( 1624 ) ຮ່ວມກັບໂຮງແຮມລາວເທວ ວຽງຈັນ, ບໍລິສັດກ້າວໜ້າອິນເຕີເທັນເມັນ ຈຳກັດ ແລະ ຮ້ານເສື້ອຄຳເພົ້າສັ່ງໄດ້ ໄດ້ເປີດຕົວໂຄງການຮ່ວມປັນຮັກ Better together ເພື່ອສົມທົບທຶນຊ່ວຍເຫຼືອເດັກນ້ອຍທີ່ຢູ່ເຂດຫ່າງໄກທີ່ບ້ານຫ້ວຍຕັ້ງນາຍ ເມືອງກາສີ ແຂວງວຽງຈັນ.

ພິທີຖະແຫຼງຂ່າວຈັດຂຶ້ນໃນວັນທີ 29 ກໍລະກົດ 2020 ທີ່ໂຮງແຮມລາວເທວ ວຽງຈັນ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ວົງຈັນ ບົວແພງ ປະທານໂຄງການຮ່ວມປັນຮັກ Better together ແລະ ທ່ານ ນາງ ພອນວິໄລ ແສນປະເສີດ ທີ່ປຶກສາກິດຕິມະສັກ ບໍລິສັດກ້າວໜ້າອິນເຕີເທັນເມັນ ຈຳກັດ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສາລີ ນັນທະວົງ ຫົວໜ້າຂະແໜງວັດທະນະທຳ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ.

ທ່ານ ນາງ ວົງຈັນ ບົວແພງ ກ່າວວ່າ: ຈຸດລິເລີ່ມຂອງໂຄງການຮ່ວມປັນຮັກ Better together ໄດ້ເກີດຂຶ້ນຍ້ອນການຕົກລົງເຫັນດີ ແລະ ຮ່ວມມືກັນຈາກຫຼາຍພາກສ່ວນ ເພື່ອຊອກຫາວິທີຊ່ວຍເຫຼືອໃຫ້ນັກຮຽນໄດ້ມີໂອກາດຮຽນຢ່າງຕໍ່ເນື່ອງ ໂດຍສະເພາະນ້ອງໆຢູ່ເຂດຫ່າງໄກສອກຫຼີກ. ຮູບແບບການລະດົມທຶນແມ່ນເປັນການຈັດງານແຟຊັນໂຊ ຫຼື ( fashion Show ) ໂດຍຈະມີບັນດານັກອອກແບບ ແລະ ເຈົ້າຂອງແບຣນເຄື່ອງປະດັບຊັ້ນນຳເຂົ້າຮ່ວມໂຄງການຫຼາຍກວ່າ 20 ແບຣນ.

ທ່ານ ນາງ ພອນວິໄລ ແສນປະເສີດ ກ່າວວ່າ: ໂຄງການດັ່ງກ່າວນີ້ຖືເປັນໂຄງການທີ່ດີ ເພາະວ່າເມື່ອໄດ້ເຫັນສະພາບໂຮງຮຽນແລ້ວ ໂດຍສະເພາະໃນລະດູຝົນນ້ອງໆບໍ່ມີບ່ອນຫຼີ້ຝົນ ເຊິ່ງຝາດ້ວຍໄມ້ເຮ້ຍ ຈຶ່ງໄດ້ຮ່ວມມືກັນກັບຫຼາຍພາກສ່ວນ ເພື່ອສ້າງໂຮງຮຽນ, ເຮັດໂຕະ, ຕັ່ງຫຼາຍໆຢ່າງ ເຮັດໃຫ້ໂຮງຮຽນຫຼັງນີ້ໃຫ້ເກີດຂຶ້ນ ເພື່ອໃຫ້ນ້ອງໆໄດ້ມີບ່ອນສຶກສາຮ່ຳຮຽນຖາວອນ.

ທ່ານ ຄຳເພົ້າ ບົວພັນ ຮອງປະທານໂຄງການຮ່ວມປັນຮັກ Better together ທັງເປັນເຈົ້າຂອງຫ້ອງເສື້ອຄໍາເພົ້າສັ່ງໄດ້ ກ່າວວ່າ: ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ມີສ່ວນຮ່ວມໃນໂຄງການນີ້ ເຊິ່ງໃນນາມນັກອອກແບບໄດ້ຕາງໜ້າໃຫ້ບັນດານັກອອກແບບທີ່ເຂົ້າຮ່ວມງານນີ້ທີ່ມີໃຈຮັກການກຸນສົນ ແລະ ມາຮ່ວມດ້ວຍໃຈແທ້ໆ. ສຳລັບຊຸດແຟຊັນທີ່ຈະມາເດີນສະແດງຢູ່ພາຍໃນງານແມ່ນຈະເນັ້ນສົ່ງເສີມສີມືຂອງຄົນລາວ, ຈະເນັ້ນຄວາມເປັນລາວ ແຕ່ຈະປະຍຸກໃຫ້ມັນອອກແບບສາກົນ.

ງານຮ່ວມປັນຮັກ Better together fashion Show Charity ຈະໄດ້ຈັດຂຶ້ນລະ ຫວ່າງວັນທີ 29 – 30 ສິງຫາ 2020 ທີ່ໂຮງແຮມລາວເທວ ວຽງຈັນ, ສຳລັບຜູ້ທີ່ສົນໃຈເຂົ້າຮ່ວມງານສາມາດຈັບຈອງຊື້ປີ້ ສຳລັບລູກຄ້າ VIP ມູນຄ່າ 5 ແສນກີບ ແລະ ສຳລັບລູກຄ້າທົ່ວໄປ 3 ແສນກີບ ເຊິ່ງທຸກບັດແມ່ນມີຈຳນວນຈຳກັດ ແລະ ເງິນທີ່ໄດ້ຈາກການຈຳໜ່າຍປີ້ແມ່ນຈະນຳໄປສ້າງໂຮງຮຽນປະຖົມສົມບູນບ້ານຫ້ວຍຕັ້ງນາຍ.
[ ຂ່າວ: ສົມລົດ; ຮູບ: ສຸກສະຫວັນ ]