ອິນເດຍ ກາຍເປັນປະເທດທີ 3 ຂອງໂລກ ມີຜູ້ຕິດເຊື້ອໂຄວິດ-19 ຂຶ້ນຫຼັກ 1 ລ້ານຄົນ

232

ອິນເດຍກາຍເປັນປະເທດທີ 3 ຂອງໂລກ ຕໍ່ຈາກອາເມຣິກາ ແລະ ບຣາຊິນ ທີ່ມີຜູ້ປ່ວຍສະສົມຈາກການຕິດເຊື້ອໂຄວິດ-19 ຫຼາຍກວ່າ 1 ລ້ານຄົນແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນສຸກ ທີ 17 ກໍລະກົດ ວ່າ ກະຊວງສາທາລະນະສຸກອິນເດຍ ລາຍງານເມື່ອວັນສຸກ ກ່ຽວກັບສະຖານະການຂອງ ໂຄວິດ-19 ໃນຮອບ 24 ຊົ່ວໂມງຫຼ້າສຸດ ໄດ້ຢືນຢັນກວດພົບຜູ້ຕິດເຊື້ອໃໝ່ 34.956 ຄົນ ເພິ່ມສະຖິຕິຜູ້ປ່ວຍສະສົມເປັນຢ່າງໜ້ອຍ 1.003.832 ຄົນ ກາຍເປັນປະເທດທີ 3 ຂອງໂລກ ຕໍ່ຈາກສະຫະລັດ ອາເມຣິກາ ແລະ ບຣາຊິນ ທີ່ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າ 1 ລ້ານຄົນ.

ຂະນະທີ່ ຈຳນວນຜູ້ເສຍຊີວິດໃນປັດຈຸບັນນີ້ ມີຢ່າງໜ້ອຍ 25.602 ຄົນ ເພິ່ມຂຶ້ນໃໝ່ 687 ຄົນ ດ້ານຜູ້ສັງເກດການໃຫ້ຄຳເຫັນກົງກັນວ່າ ເຖິງວ່າຈຳນວນຜູ້ຕິດເຊື້ອສະສົມເກີນ 1 ລ້ານຄົນແລ້ວ ແຕ່ຍັງຖືວ່າ ເປັນຈຳນວນໜ້ອຍຫຼາຍເມື່ອທຽບໃສ່ກັບປະຊາກອນທັງໝົດຂອງປະເທດ ປະມານ 1.300 ລ້ານຄົນ ແຕ່ວ່າມີທ່າອ່ຽງສູງຫຼາຍທີ່ຈຳນວນຜູ້ປ່ວຍຈະເພິ່ມຂຶ້ນໃນອັດຕາເລັ່ງ ເນື່ອງຈາກປັດຈຸບັນ ທາງການໄດ້ຂະຫຍາຍຂອບເຂດໃຫ້ທົ່ວເຖິງເພື່ອກວດຫາເຊື້ອ.

ດ້ານນາຍົກລັດຖະມົນຕີນະເຣນທຣາ ໂມດີ ຢືນຢັນວ່າ ລັດຖະບານໄດ້ດຳເນີນທຸກມາດຕະການເພື່ອຄວບຄຸມການແຜ່ລະບາດຂອງພະຍາດໃຫ້ຫຼາຍທີ່ສຸດ ແຕ່ຍອມຮັບວ່າ ຖ້າອັດຕາການຕິດເຊື້ອຍັງສຶບຕໍ່ຢ່າງວ່ອງໄວເຊັ່ນນີ້ ອິນເດຍຈະມີຜູ້ປ່ວຍສະສົມຈາກເຊື້ອດັ່ງກ່າວຫຼາຍກວ່າ 2 ລ້ານຄົນ ພາຍໃນວັນທີ 10 ສິງຫານີ້.