ຜົນກະທົບຈາກໂຄວິດ-19! ສາຍການບິນແຫ່ງຊາດອັງກິດ ປົດປະຈຳການຍົນໂດຍສານ ໂບອິງ 747-400 ທັງໝົດ

108

ສາຍການບິນບຣິຕິຊ ແອເວ ຂອງອັງກິດ ປະກາດປົດປະຈຳການຍົນໂດຍສານໂບອິ້ງ 747-400 ຢ່າງເປັນທາງການ ທ່າມກາງວິກິດການລະບາດຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ກົດດັນອຸດສາຫະກຳການບິນທົ່ວໂລກຢ່າງໜັກ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນ ອັງກິດ ເມື່ອວັນສຸກ ທີ 17 ກໍລະກົດ ວ່າ ບຣິຕິຊ ແອເວ ເຊິ່ງເປັນສາຍການບິນແຫ່ງຊາດຂອງອັງກິດ ຖະແຫຼງການ ເມື່ອວັນພະຫັດ ວ່າ ໄດ້ປົດປະຈຳການຍົນໂດຍສານຈຳໂບ້ ໂບອິ້ງ 747-400 ທັງໝົດທີ່ມີຢູ່ໃນຝູງບິນ “ທັນທີ” ໂດຍໃຫ້ເຫດຜົນກ່ຽວກັບວິກິດການແຜ່ລະບາດຂອງໂຄວິດ-19 ທີ່ສ້າງຜົນກະທົບຢ່າງໜັກຕໍ່ອຸດສະຫະກຳການບິນທົ່ວໂລກ.

ທັງນີ້, ຖະແຫຼງການຂອງບຣິຕິຊ ແອເວ ບໍ່ໄດ້ລະບຸວ່າ ຍົນໂດຍສານລຸ່ນດັ່ງກ່າວ ມີຜູ້ໃນຝູງບິນຈຳນວນຈັກລຳ ແຕ່ເປັນທີ່ຮູ້ກັນດີກຸ່ມອຸດສະຫະກຳການບິນ ວ່າ ບຣິຕິຊ ແອເວ ເປັນສາຍການບິນທີ່ມີຍົນໂດຍສານຕະກູນ 747 ຫຼາຍທີ່ສຸດ. ຂະນະທີ່ ສະຖິຕິຈາກຖານຂໍ້ມູນຂອງສາຍການບິນບຣິຕິຊ ແອເວ ເມື່ອຕົ້ນປີນີ້ ລະບຸວ່າ ສາຍການບິນມີຍົນໂດຍສາຍ 747-400 ຈຳນວນ 60 ລຳ.

ອີກປະການໜຶ່ງ ການເຄື່ອນໄຫວຂອງບຣິຕິຊ ແອເວ ມີຂຶ້ນໄດ້ບໍ່ດົນ ຫຼັງຈາກບໍລິສັດໂບອິ້ງລາຍງານເມື່ອວັນອັງຄານ ຜ່ານມາ ວ່າ ລູກຄ້າໄດ້ຍົກເລີກການສັ່ງຊື້ຍົນໂດຍສານ 737 Max ລວມກັນທັງໝົດ 60 ລຳ ເມື່ອເດືອນມິຖຸນາ ຜ່ານມາ ເພິ່ມສະຖິຕິສະສົມຂອງການຍົກເລີກລາຍການສັ່ງຊື້ຍົນລຸ້ນນີ້ຢ່າງໜ້ອຍ 355 ລຳແລ້ວ ຕັ້ງແຕ່ຕົ້ນປີນີ້ ແລະ ເມື່ອເດືອນຜ່ານມາ ບໍລິສັດໂບອິ້ງໄດ້ສົ່ງມອບຍົນໃຫ້ລູກຄ້າພຽງ 10 ລຳ ເຊິ່ງສ່ວນຫຼາຍແມ່ນຍົນຂົນສົ່ງສິນຄ້າ ແລະ ຍົນທະຫານ.