ບຣາຊິນ ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍເປັນອັນດັບ 2 ຂອງໂລກ ກວ່າ 2 ລ້ານຄົນ

101

ລັດຖະບານບຣາຊິນຢືນຢັນມີຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຫຼາຍກວ່າ 2 ລ້ານຄົນ ສູງເປັນອັນດັບ 2 ຂອງໂລກຮອງຈາກສະຫະລັດ ອາເມຣິກາ ເຊັ່ນດຽວກັບສະຖິຕິຜູ້ເສຍຊີວິດເຊິ່ງປັດຈຸບັນ ຫຼາຍກວ່າ 76 ພັນຄົນແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງບຣາຊິເລຍ ປະເທດບຣາຊິນ ເມື່ອວັນພະຫັດ ທີ 16 ກໍລະກົດ ວ່າ ກະຊວງສາທາລະນະສຸກບຣາຊິນ ລາຍງານ ເມື່ອວັນພະຫັດ ກ່ຽວກັບສະຖິຕິໂຄວິດ-19 ໃນຮອບ 24 ຊົ່ວໂມງ ຜ່ານມາ ວ່າ ມີຜູ້ຕິດເຊື້ອໃໝ່ 45.403 ຄົນ ເພິ່ມສະຖິຕິຜູ້ປ່ວຍສະສົມຢ່າງໜ້ອຍ 2.012.151 ຄົນ ເຊິ່ງເພິ່ມຂຶ້ນເກືອບ 1 ລ້ານຄົນ ໃນໄລຍະພຽງເດືອນດຽວ ໂດຍເປັນປະເທດທີ່ມີຜູ້ຕິດເຊື້ອຫຼາຍອັນດັບ 2 ຂອງໂລກ ຮອງຈາກສະຫະລັດ ອາເມຣິກາ ແລະ ເປັນ 2 ປະເທດ ທີ່ປັດຈຸບັນມີຜູ້ຕິດເຊື້ອດັ່ງກ່າວຫຼາຍກວ່າ 1 ລ້ານຄົນ.

ຂະນະທີ່ໃນຮອບວັນດຽວກັນ ໄດ້ຢືນຢັນຜູ້ເສຍຊີວິດອີກ 1.322 ຄົນ ເພິ່ມຈຳນວນຜູ້ເສຍຊີວິດສະສົມຈາກໂຄວິດ-19 ພາຍໃນປະເທດຢ່າງໜ້ອຍ 76.688 ຄົນ ຫຼາຍທີ່ສຸດໃນອາເມຣິກາໃຕ້ ແລະ ເປັນອັນດັບ 2 ຮອງຈາກສະຫະລັດ ອາເມຣິກາ ເຊັ່ນກັນ. ໂດຍເມືອງເຊົາເປົາໂລເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງປະເທດບຣາຊິນ ກາຍເປັນພື້ນທີ່ວິກິດທີ່ສຸດ ມີຜູ້ຕິດເຊື້ອສະສົມຢ່າງໜ້ອຍ 402.048 ຄົນ ແລະ ເສຍຊີວິດຢ່າງໜ້ອຍ 19.038 ຄົນ, ຖັດມາແມ່ນນະຄອນຣິໂອ ເດ ຈາເນໂຣ ມີຜູ້ປ່ວຍສະສົມຢ່າງໜ້ອຍ 134.573 ຄົນ ແລະ ເສຍຊີວິດແລ້ວ 11.849 ຄົນ.

ດ້ານປະທານາທິບໍດີຊາອີ ໂບລໂຊນາໂຣ ທີ່ໄດ້ຢືນຢັນວ່າ ທ່ານຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເມື່ອວັນທີ 7 ກໍລະກົດ ຜ່ານມາ ຍັງມີຜົນເປັນບວກຈາກການກວດ 2 ຄັ້ງ ເມື່ອວັນອັງຄານ ຜ່ານມາ.