ນະຄອນຫຼວງຄາດ ຈະປ່ອຍປາຄືນສູ່ທຳມະຊາດຫຼາຍກວ່າ 1 ລ້ານໂຕ

122

ເພື່ອເປັນການຄືນຄວາມສົມດຸນແກ່ທໍາມະຊາດ ທັງເປັນການທົດແທນຊັບພະຍາກອນທໍາມະຊາດທີ່ຖືກນໍາໃຊ້ໄປແລ້ວ ດັ່ງນັ້ນ, ນະຄອນຫຼວງວຽງຈັນ ມີແຜນຈະປ່ອຍປາຄືນສູ່ທຳມະຊາດຫຼາຍກວ່າ 1 ລ້ານໂຕ ແລະ ປ່ອຍປາໃນໜອງ, ໃນກະຊັງ ປະມານ 150 ລ້ານໂຕ ເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ.

ໃນວັນທີ 13 ກໍລະກົດ 2020 ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ (ກປ) ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ (ກປ.ນວ) ແລະ ເມືອງສີສັດຕະນາກ ຈັດພິທີປ່ອຍປາທີ່ຄອງນ້ຳວຽງຈັນ ບ້ານດອຍກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງ ກປ, ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ພ້ອມດ້ວຍແຂກຖືກເຊີນພາກສ່ວນທີ່ກ່ຽວຂອງ, ພໍ່ແມ່ພີ່ນ້ອງຊາວບ້ານດອນກອຍ ແລະ ເມືອງສີສັດຕະນາກ ເຂົ້າຮ່ວມຢ່າງເປັນຂະບວນຟົດພື້ນ.

ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າກະແນກ ກປ.ນວ ກ່າວວ່າ: ເພື່ອການສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ ປະຈຳປີ 2020 ແລະ ທັງເປັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 111 ປີ ນະຄອນຫຼວງວຽງຈັນ ໄດ້ສືບຕໍ່ເປີດຂະບວນການສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນໍ້າສັດປ່າ ໃຫ້ເປັນຂະບວນຟົດຟື້ນ ປະກອບສ່ວນສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ວັນສຳຄັນຂອງຊາດ.

ບັນດາເມືອງ ແລະ ອົງການປົກຄອງບ້ານຈະຈັດພິທີປ່ອຍປາຄືນສູ່ທຳມະຊາດຢູ່ 12 ແຫ່ງ, ເລີ່ມແຕ່ວັນທີ 10 ກໍລະກົດ 2020 ຈົນຮອດ ເດືອນກັນຍາ ຄາດວ່າຈະປ່ອຍປາຄືນສູ່ທຳມະຊາດຫຼາຍກວ່າ 1 ລ້ານໂຕ, ຜະລິດປານ້ອຍໃຫ້ໄດ້ 29-30 ລ້ານໂຕ, ປ່ອຍປາໃນໜອງ ແລະ ໃນກະຊັງປະມານ 150 ລ້ານໂຕ ເພື່ອເປັນສະບຽງອາຫານ ແລະ ເປັນສິນຄ້າ.
ທັງນີ້, ສະເພາະການປ່ອຍປາຢູ່ທີ່ຄອງນ້ຳວຽງຈັນ ບ້ານດອຍກອຍ, ເມືອງສີສັດຕະນາກ ມີທັງໝົດ 180.000 ໂຕ ປະກອບມີຄື: ປາກິນຫຍ້າ, ປາປາກ, ປາທຳມະຊາດ, ເຕົ່າ 27 ໂຕ ແລະ ສັດອື່ນໆອີກຈຳນວນໜຶ່ງ.