ປະທານປະເທດ ເນັ້ນແຂວງສະຫວັນນະເຂດ ຊຸກຍູ້ການຜະລິດໃຫ້ແຂງແຮງກວ່າເກົ່າ

92

ປະທານປະເທດ ໄດ້ເນັ້ນໃຫ້ການນໍາແຂວງສະຫວັນນະເຂດ ເອົາໃຈໃສ່ຕິດຕາມຊຸກຍູ້ການຜະລິດທີ່ມີທ່າແຮງພາຍໃນແຂວງ ໂດຍສະເພາະກຸ່ມການຜະລິດໃຫ້ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ສາມາດກຸ້ມກິນ ແລະ ເພີ່ມປະລິມານການສົ່ງອອກ.

ພາບປະກອບຂ່າວເທົ່ານັ້ນ

ໃນທ້າຍອາທິດຜ່ານມາ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງສະຫວັນນະເຂດ. ໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານສະພາບພົ້ນເດັ່ນພາຍໃນແຂວງ ການພັດທະນາທາງດ້ານເສດຖະກິດ – ສັງຄົມ ເຊິ່ງປະເຊີນ ກັບຄວາມຫຍຸ້ງຍາກໃນຫຼາຍດ້ານ, ບວກໃສ່ການແຜ່ລະບາດຂອງພະຍາດໂຄວິດ – 19 ຍິ່ງເຮັດໃຫ້ການພັດທະນາແຂວງພົບ ຄວາມຫຍຸຸ້ງຍາກຂຶ້ນຕື່ມອີກຄາດຄະເນໝົດປີ 2020 ນີ້ ເສດຖະກິດຂະຫຍາຍຕົວໃນລະດັບ 6,3%, ບ້ານທຸກຍາກຍັງເຫຼືອ 94 ບ້ານ.

ພາບປະກອບຂ່າວເທົ່ານັ້ນ

ຈາກນັ້ນ, ທ່ານ ບຸນຍັງ ວໍລະຈິດ ໄດ້ຊີ້ນຳບາງບັນຫາຕໍ່ພະນັກງານການນໍາ ແລະ ຫຼັກແຫຼ່ງຂອງແຂວງສະຫວັນນະເຂດ ວ່າ:

1 ສືບຕໍ່ຮັກສາມູນເຊື້ອ ຄວາມສາມັກຄີເປັນປຶກແຜ່ນພາຍໃນອົງຄະນະພັກ, ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານການເມືອງ – ແນວຄິດໃນຖັນແຖວສະມາຊິກພັກ – ພະນັກງານ, ທະຫານ, ຕຳຫຼວດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເພື່ອໃຫ້ເຂົາເຈົ້າປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ – ສັງຄົມ, ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້.

2 ເພີ່ມທະວີປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບດ້ານ, ເຮັດໃຫ້ແຂວງສະຫວັນນະເຂດ ມີຄວາມສະຫງົບໜັກແໜ້ນຢ່າງແທ້ຈິງ, ແກ້ໄຂເດັດຂາດບັນດາໜໍ່ແໜງຄວາມບໍ່ສະຫງົບ, ບັນຫາຢາເສບຕິດ, ຂີ້ລັກງັດແງະ ແລະ ອື່ນໆ.

ພາບປະກອບຂ່າວເທົ່ານັ້ນ

3 ເອົາໃຈໃສ່ຊຸກຍູ້ການຜະລິດກະສິກໍາ, ການປູກຝັງ, ການລ້ຽງສັດ ເພື່ອທົດແທນການນໍາເຂົ້າ ໂດຍສະເພາະສຸມໃສ່ການຜະລິດເຂົ້ານາປີ ແລະ ພືດຜັກຕ່າງໆ ເພື່ອຮັບປະກັນດ້ານສະບຽງອາຫານໃຫ້ພຽງພໍກັບ ຄວາມຕ້ອງການພາຍໃນແຂວງ, ມີສ່ວນແຮໄວ້ ແລະ ໃຫ້ມີການສົ່ງອອກເຂົ້າຫອມສະຫວັນ ໄປຕ່າງປະເທດເພີ່ມຂຶ້ນ.

ພ້ອມກັນນີ້, ກໍຕ້ອງສືບຕໍ່ຈັດສັນທີ່ດິນສໍາລັບການຜະລິດກະສິກໍາໃຫ້ເປັນຖານຂໍ້ມູນລະອຽດ ແລະ ເປັນລະບົບຕິດພັນກັບທ່າແຮງຂອງການຜະລິດ, ສ້າງໂຄງການເພື່ອຊຸກຍູ້ການຜະລິດເປັນກຸ່ມ ຫຼື ສະຫະກອນໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ສືບຕໍ່ລະວັງແຕ່ຫົວທີ ເພື່ອກຽມຄວາມພ້ອມໃນການຕ້ານແລ້ງ – ຕ້ານຖ້ວມ; ເຝົ້າລະວັງການແຜ່ລະບາດຂອງພະຍາດພືດ ແລະ ສັດຕາມລະດູການ, ເອົາໃຈໃສ່ວຽກງານຄົ້ນຄວ້າວິທະຍາສາດ, ຜະລິດ ແລະ ສະໜອງແນວພັນພືດ, ພັນສັດ, ນໍາໃຊ້ເຕັກນິກວິຊາການໃຫ້ແທດເໝາະກັບສະພາບພື້ນທີ່, ເອົາໃຈໃສ່ສ້າງວຽກເຮັດງານທຳ ແລະ ໃຫ້ຄໍາແນະນໍາທາງດ້ານວິຊາການ ກ່ຽວກັບການປູກ, ການລ້ຽງ.

ພາບປະກອບຂ່າວເທົ່ານັ້ນ

ເອົາໃຈໃສ່ດຶງດູດນັກລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມໃນການລົງທຶນດ້ານກະສິກຳ, ອຸດສາຫະກຳ ແລະ ບໍລິການໃຫ້ນັບມື້ຫຼາຍຂຶ້ນຕາມທ່າແຮງທີ່ແຂວງສະຫວັນນະເຂດ ມີຢູ່ໃຫ້ແຂງແຮງກວ່າເກົ່າ, ແກ້ໄຂຂອດຂັ້ນທີ່ຫຍຸ້ງຍາກອັດຕັນແກ່ການດຳເນີນການຜະລິດ – ທຸລະກິດໃຫ້ເປັນຮູບປະທຳ; ກວດຄືນໂຄງການທີ່ອະນຸມັດໄປແລ້ວມີຄວາມຄືບໜ້າແນວໃດ? ຫຍຸ້ງຍາກແນວໃດ? ໂຄງການຊົນລະປະທານທີ່ໄດ້ລົງທຶນໄປແລ້ວມີປະສິດທິພາບ ແລະ ປະສິດທິຜົນແນວໃດ? ເບິ່ງຄືນຕື່ມຜະລິດຕະພັນກະສິກຳທີ່ເຮົາມີທ່າແຮງ ແລະ ຕະຫຼາດມີຄວາມຕ້ອງການ ເປັນຕົ້ນ: ເຂົ້າຫອມສະຫວັນ, ໝາກກ້ວຍ, ທຸລຽນ, ສັດລ້ຽງ… ນຳໃຊ້ພາກສ່ວນເສດຖະກິດຕ່າງໆ ເຂົ້າຮ່ວມການພັດທະນາແຂວງສະຫວັນນະເຂດໃຫ້ໄວຂຶ້ນ.

ພາບປະກອບຂ່າວເທົ່ານັ້ນ

4 ສືບຕໍ່ຍູ້ແຮງມາດຕະການຍຸດທະສາດໃນການລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກຂອງປະຊາຊົນຢູ່ເຂດຊົນນະບົດ – ຫ່າງໄກສອກຫຼີກ ໃຫ້ເປັນເຈົ້າການເຮັດການຜະລິດ, ໃຫ້ມີກິນ, ມີໃຊ້, ກຸ້ມຕົນເອງ, ເພິ່ງຕົນເອງ, ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກດ້ວຍການສືບຕໍ່ພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ ເປັນຕົ້ນ: ຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ຈັດສັນພື້ນທີ່ທໍາການຜະລິດ ແລະ ອື່ນໆ.

5 ສືບຕໍ່ມີສະຕິຕິດຕາມປະຕິບັດຕາມການແນະນຳຂອງຄະນະສະເພາະກິດຢ່າງເຂັ້ມງວດ ເຮັດແນວໃດບໍ່ໃຫ້ການລະບາດຂອງພະຍາດໂຄວິດ – 19 ກັບຄືນມາລະບາດອີກຄັ້ງໃໝ່ ແລະ ບໍ່ໃຫ້ພະຍາດລະດູການ ( ໄຂ້ເລືອດອອກ ) ລະບາດກວ້າງອອກ. ພ້ອມກັນນັ້ນ, ກໍມີແນວຄິດ ແລະ ການຫັນປ່ຽນສ້າງວິຖີຊີວິດໃໝ່ເປັນຮູບປະທຳ.

ພາບປະກອບຂ່າວເທົ່ານັ້ນ

6 ສືບຕໍ່ກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ໂດຍຍູ້ແຮງສ້າງຂະບວນການດ້ານຕ່າງໆໃຫ້ແຂງແຮງ ແລະ ເປັນຂະບວນຟົດຟື້ນກວ່າເກົ່າ, ສູ້ຊົນປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ໄດ້ຮັບຮອງໃຫ້ບັນລຸຜົນຕາມຄາດໝາຍທີ່ວາງໄວ້, ຊອກໃຫ້ເຫັນໝົດທ່າແຮງບົ່ມຊ້ອນ ເພື່ອກຳນົດຂີດໝາຍໃນການພັດທະນາເສດຖະກິດ – ສັງຄົມ, ຮັບປະກັນໃຫ້ກະກຽມຄວາມພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ກອງປະຊຸມ ໃຫຍ່ຂອງອົງຄະນະພັກແຂວງ ກໍຄືກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກຢ່າງໜັກແໜ້ນ ແລະ ສຳເລັດຜົນຕາມຄາດໝາຍວາງໄວ້ທຸກປະການ.