ຄັ້ງປະຫວັດສາດ! ໜຶ່ງດຽວ ກໍາມະການຍິງ ໃນເປບຊີ ລາວລີກ 1 ລະດູການນີ້

208

ທ່ານ ໄຊປະເສີດ ພົງຊະນິດ ຫົວໜ້າພະແນກກໍາມະການຕັດສິນ ທັງເປັນກໍາມະການຕັດສິນລະດັບ ຟີຟາ ລາຍການຄວາມຄືບໜ້າໃນເວັບໄຊທ໌ທາງການຂອງ ເປບຊີ ພຣີເມຍລີກ ໃຫ້ຮູ້ວ່າ: ນັບຕັ້ງແຕ່ອາທິດທີ່ຜ່ານມາ ໄດ້ມີການຝຶກອົບຮົມກໍາມະການຕັດສິນ ເຊິ່ງໄດ້ມີການທົດສອບພາລະກໍາລັງ ແລະ ອື່ນໆ ເຊິ່ງມາຮອດປັດຈຸບັນມີຄວາມພ້ອມ 100% ໃນການກະກຽມເຂົ້າຕັດສິນໃນການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2020 ໂດຍປີນີ້ຈະໃຊ້ກໍາມະການທັງໝົດ 34 ຄົນ ໃນນັ້ນເປັນກໍາມະການຕັດສິນ 13 ຄົນ ແລະ ຜູ້ຊ່ວຍກໍາມະການຕັດສິນ 21 ຄົນ ທີ່ມາຈາກຫຼາຍພາກສ່ວນ ພິເສດກໍແມ່ນ ນາງ ພຸດສະຫວັນ ຈັນທະວົງ ຜູ້ຊ່ວຍກໍາມະການຕັດສິນຍິງ ລະດັບຟີຟາ ທີ່ເຂົ້າມາຊ່ວຍຕັດສິນ ເຊິ່ງເປັນຄັ້ງທໍາອິດໃນລີກສູງສຸດຂອງ ສປປ ລາວ ທີ່ໃຊ້ຜູ້ຊ່ວຍກໍາມະການຍິງເຂົ້າຮ່ວມຕັດສິນ.

ສໍາລັບ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2020 ໃຊ້ 2 ສະໜາມແຂ່ງຂັນປະກອບດ້ວຍ ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມໃນ ) ແລະ ສະໜາມກີລາແຫ່ງຊາດ ຫຼັກ 16 ( ສະໜາມນອກ ) ເຊິ່ງຈະເປີດສາກຂຶ້ນຢ່າງເປັນທາງການໃນວັນເສົາທີ 11 ກໍລະກົດ 2020 ໂດຍຄູ່ເປີດສະໜາມມີຄື:

-ເວລາ 16:00 ໂມງ ມາສເຕີ 7 ເອັຟຊີ ພົບ ລາວໂຕໂຢຕ້າ ເອັຟຊີ ແຂ່ງທີ່ສະໜາມໃນ
-ເວລາ 16:00 ໂມງ ຊ້າງນ້ອຍ ເອັຟຊີ ພົບ ເອັສຣາ ເອັຟຊີ ແຂ່ງທີ່ສະໜາມນອກ

ຂອບໃຈຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ