ຮອງລັດຖະມົນຕີ ກະຊວງສາທາ ຢ້ຽມຢາມແຮງງານລາວ

182

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມແຮງງານລາວ ທີ່ກັບມາຈາກຕ່າງປະເທດ ໃນວັນທີ 11 ພຶດສະພາ 2020 ທີ່ສູນຈຳກັດບໍລິເວນແຮງງານສະໜາມຍິງປືນກອງທັບ ( ຫຼັກ 27 ) ໂດຍມີ ທ່ານ ບຸນທອງ ພົມມະຈັນ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ( ນວ ) ຮອງຫົວໜ້າຄະນະສະເພາະກິດຂັ້ນ ນວ, ທ່ານ ຄຳແກ້ວ ມະຫາໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ.

ທ່ານ ນາງ ນາລີ ຂັນທະລັກ ຮອງຫົວໜ້າພະແນກສາທາລະນະສຸກ ນວ ຫົວໜ້າໜ່ວຍງານຄຸ້ມຄອງກໍລະນີຈຳກັດບໍລິເວນ ແລະ ອະນາໄມກັນພະຍາດ ໄດ້ລາຍງານສະພາບລວມໃຫ້ຊາບວ່າ: ປັດຈຸບັນຢູ່ສູນດັ່ງກ່າວມີແຮງງານທີ່ກັບມາຈາກຕ່າງປະເທດຜ່ານດ່ານຂົວມິດຕະພາບ ລາວ – ໄທ ແຫ່ງທີ 1 ລວມທັງຜູ້ທີ່ລັກລອບເຂົ້າມາບໍ່ຜ່ານດ່ານທັງໝົດ 434 ຄົນ ຍິງ 127 ຄົນ. ໃນນັ້ນໄດ້ຈັດສົ່ງໄປສູນຈຳກັດບໍລິເວນຢູ່ແຕ່ລະແຂວງແລ້ວ 89 ຄົນ ແລະ ໃນວັນນີ້ຈະສົ່ງໄປແຕ່ລະແຂວງຕື່ມອີກ 90 ຄົນ ເພື່ອໄປຕິດຕາມອາການເຂົາເຈົ້າ.

ສຳລັບການຕິດຕາມ ແລະ ເຝົ້າລະວັງພາຍໃນສູນ ພາຍຫຼັງທີ່ຮັບແຮງງານຈຳນວນດັ່ງກ່າວເຂົ້າມາ ຄະນະຮັບຜິດຊອບໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ ໂດຍໄດ້ມີການຄັດແຍກຫ້ອງນອນໃນສູນອອກເປັນ 4 ຕຶກ ເຊິ່ງຕຶກໜຶ່ງຮັບໄດ້ 90 ຄົນ ມີ 40 ຫ້ອງນອນ ແລະ ສາມາດນອນນຳກັນໄດ້ 3 ຄົນຕໍ່ຫ້ອງ. ພ້ອມນັ້ນ, ຍັງໄດ້ຈັດສົ່ງທີມແພດຕິດຕາມເຝົ້າລະວັງອາການເປັນປະຈຳ ຖ້າຫາກວ່າພົບມີກໍລະນີສົງໄສ ທາງສູນກໍຈະໄດ້ສົ່ງໄປໂຮງໝໍທັນທີ ແຕ່ຖ້າບໍ່ມີອາການຫຍັງ ສຳລັບຄົນຕ່າງແຂວງແມ່ນຈະໄດ້ສືບຕໍ່ມອບໃຫ້ຄະນະສະເພາະກິດຂອງແຕ່ລະແຂວງນຳຕົວໄປສູນຂອງແຂວງ ເພື່ອສືບຕໍ່ຕິດຕາມອາການເປັນໄລຍະເວລາ 14 ວັນຕື່ມອີກ

ຈາກນັ້ນ, ທ່ານຮອງລັດຖະມົນຕີສາທາລະນະສຸກ ໄດ້ສະແດງຄວາມຊົມເຊີຍຕໍ່ການເອົາໃຈໃສ່ຂອງຄະນະດັ່ງກ່າວ ຍົກໃຫ້ເຫັນບາງມາດຕະການຜ່ອນຜັນຂອງລັດຖະບານໃນແຕ່ລະຂົງເຂດ ແລະ ເນັ້ນໃຫ້ທຸກພາກສ່ວນເອົາໃຈໃສ່ຕໍ່ການປະຕິບັດວຽກງານດັ່ງກ່າວຢ່າງຈິງຈັງ ໂດຍສະເພາະການຕິດຕາມ ແລະ ເຝົ້າລະວັງຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີກໍລະນີໃໝ່ໃນລາວ. ພ້ອມນັ້ນ, ຄະນະຍັງໄດ້ມີການປຶກສາຫາລືກ່ຽວກັບບາງມາດຕະການໃຫ້ຄວາມຊ່ວຍເຫຼືອທີ່ຈຳເປັນ ໂດຍສະເພາະເລື່ອງອາຫານການກິນໃນແຕ່ລະວັນຂອງເຂົາເຈົ້າ ແລະ ແຜນການລະດົມທຶນໃນສັງຄົມໃຫ້ກວ້າງຂວາງ ແລະ ອື່ນໆ ເພື່ອໃຫ້ການຊ່ວຍເຫຼືອເຂົາເຈົ້າຢ່າງທົ່ວເຖິງ.