ສາທາລະນະສຸກຍີ່ປຸ່ນວິໄຈ ຖ້າບໍ່ປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ໃນປະເທດອາດເສຍຊີວິດສູງ 4 ແສນຄົນ

83

ການຄາດການໃນເບື້ອງຕົ້ນໂດຍກະຊວງສາທາລະນະສຸກຍີ່ປຸ່ນ ເຫັນວ່າ ຖ້າບໍ່ມີມາດຕະການປ້ອງກັນທີ່ເຂັ້ມງວດ ແລະ ມີປະສິດທິພາບ ປະຊາຊົນໃນປະເທດຍີ່ປຸ່ນ ອາດຈະເສຍຊິວິດຈາກໂຄວິດ-19 ເຖິງ 4 ແສນ ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນພຸດ ທີ 15 ເມສາ ວ່າ ຄະນະເຮັດວຽກພິເສດຂອງກະຊວງສາທາລະນະສຸກຍີ່ປຸ່ນ ເພື່ອຕອບສະໜອງຕໍ່ການແຜ່ລະບາດຂອງ ພະຍາດໂຄວິດ-19 ຮ່ວມກັບຊ່ຽວຊານດ້ານລະບາດວິທະຍາຂອງມະຫາວິທະຍາໄລແຖວໜ້າ ແລະ ໜ່ວຍງາານຕ່າງໆ ໄດ້ເປີດເຜີຍລາຍງານຄາດການທ່າອ່ຽງຂອງຜູ້ຕິດເຊື້ອໃນປະເທດຍີ່ປຸ່ນ ໂດຍວິເຄາະຕາມຫຼັກຄະນິດສາດ ແລະ ອີງຕາມຜົນຄົ້ນຄວ້າທາງການແພດຫຼາຍຫົວຂໍ້ ເຊິ່ງສອດຄ່ອງກັນວ່າ ຜູ້ປ່ວຍ 1 ຄົນ ສາມາດແຜ່ເຊື້ອໃຫ້ບຸກຄົນອື່ນໄດ້ອີກ 2,5 ຄົນ.

ທັງນີ້, ຖ້າບໍ່ມີມາດຕະການປ້ອງກັນຢ່າງເຂັ້ມງວດ ແລະ ມີປະສິດຕິພາບແລ້ວ ສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະເທດຍີ່ປຸ່ນ ຄົງທີ່ໃນລະດັບນີ້ຕໍ່ໄປ ຜົນການວິເຄາະທີ່ຄາດການວ່າ ຈະມີຜູ້ເສຍຊີວິດໃນປະເທດ ສູງເຖິງ 418,000 ຄົນ ຈາກຈຳນວນປະຊາກອນທັງໝົດ ປະມານ 126 ລ້ານຄົນ ໂດຍ 49% ຂອງຜູ້ປ່ວຍທີ່ມີອາການຮ້າຍແຮງຈະເສຍຊີວິດ.

ຂະນະທີ່ ຈຳນວນຜູ້ປ່ວຍສະສົມທີ່ມີອາການຮ້າຍແຮງ ໃນກຸ່ມຄົນ ລະຫວ່າງ ອາຍຸ 15 ເຖິງ 64 ປີ ອາດຈະມີປະມານ 201.300 ຄົນ ແຕ່ຈະເພິ່ມຂຶ້ນເປັນ 652.000 ຄົນ ໃນກຸ່ມອາຍຸກວ່າ 65 ປີ ເຊິ່ງລາຍງານການຄົ້ນຄວ້າຊຸດນີ້ ໃຫ້ຮູ້ອີກວ່າ ຖ້າໃຊ້ມາດຕະການໄລຍະຫ່າງທາງສັງຄົມລະຫວ່າງບຸກຄົນ ໃຫ້ໄດ້ບໍ່ຕ່ຳກວ່າ 80% ຈະຊ່ວຍໃຫ້ປະເທດຍີ່ປຸ່ນສາມາດຄວບຄຸມວິກິດການແຜ່ລະບາດໄດ້ ໃນໄລຍະປະມານ 1ເດືອນ.