ຈີນ ຈະມອບໜ້າກາກອະນາໄມໃຫ້ອາຊຽນ 100ລ້ານອັນ ແລະ ຮຽກຮ້ອງໃຫ້ສະໜັບສະໜູນອະນາໄມໂລກ

117

ລັດຖະບານຈີນ ກ່າວໃນກອງປະຊຸມອາຊຽນບວກສາມ ກ່ຽວກັບສະພາບການແຜ່ລະບາດພະຍາດໂຄວິດ-19 ກຽມມອບໜ້າກາກອະນາໄມ 100 ລ້ານອັນ ແລະ ອຸປະກອນການແພດອີກຫຼາຍຢ່າງ ໃຫ້ແກ່ປະເທດສາມາຊິກອາຊີຕາເວັນອອກສຽງໃຕ້ ເພື່ອໃຊ້ຕໍ່ສູ້ກັບວິກິດການແຜ່ລະບາດຄັ້ງນີ້.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນພຸດ ທີ 15 ເມສາ ວ່າ ນາຍົກລັດຖະມົນຕີຫຼີ່ ເຄີສຽງ ກ່າວໃນກອງປະຊຸມອາຊຽນບວກສາມ ເຊິ່ງເປັນການຮ່ວມຫາລືມກັບຜູ້ນຳຂອງ 10 ປະເທດສະມາຊິກອາຊຽນ ໂດຍມີປະທານາທິບໍດີມຸນ ແຈ-ອິນ ຜູ້ນຳເກົາຫຼີໃຕ້ ແລະ ນາຍົກລັດຖະມົນຕີຊິນໂຊະ ອາເບະ ຜູ້ນຳຍີ່ປຸ່ນ ເຂົ້າຮ່ວມ ໂດຍເປັນການຫາລືກັນຜ່ານລະບົບວິດິໂອຄອລ ເຊິ່ງຫວຽດນາມເຮັດໜ້າທີ່ເປັນປະທານກອງປະຊຸມອາຊຽນປະຈຳປີນີ້.

ຫົວຂໍ້ສຳຄັນຂອງກອງປະຊຸມແມ່ນກ່ຽວຂ້ອງກັບສະພາບການແຜ່ລະບາດຂອງພະຊາດໂຄວິດ-19 ເຊິ່ງໃນສ່ວນຂອງປະເທດຈີນນັ້ນ ທ່ານຫຼີ່ ໄດ້ກ່າວວ່າ ສະຖານະການໃນປັດຈຸບັນເປັນໄພຄຸກຄາມດ້ານສາທາລະນະສຸກລະດັບໂລກ ສົ່ງຜົນກະທົບຕໍ່ຄຸນນະພາບຊີວິດ ແລະ ຄວາມປອດໄພຂອງປະຊາຊົນທົ່ວໂລກ ພ້ອມທັງສ້າງຄວາມເຄັ່ງຕຶງຢ່າງໜັກໃຫ້ແກ່ກົນໄກເສດຖະກິດສາກົນ.

ທັງນີ້, ອາຊຽນເປັນໜຶ່ງໃນພາກພື້ນທີ່ຖືກກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນລະດັບທີ່ຮ້າຍແຮງ ເຊິ່ງລັດຖະບານຈີນ ພ້ອມມອບຄວາມຊ່ວຍເຫຼືອ ໂດຍການແຈກຈ່າຍໜ້າກາກອະນາໄມດ້ານການແພດໃຫ້ກັບທຸກປະເທດ ລວມທັງໝົດ 100 ລ້ານອັນ, ຊຸດປ້ອງກັນສ່ວນບຸກຄົນ (PPE) 10 ລ້ານຊຸດ, ອຸປະກອນການແພດອື່ນໆ ແລະ ຢາປິ່ນປົວຈຳເປັນ ໂດຍມີພິທີມອບສົ່ງຢ່າງເປີດເຜີຍ.

ນອກຈາກນີ້, ທ່ານຫຼີ່ ຍັງຮຽກຮ້ອງໃຫ້ກອງປະຊຸມອາຊຽນບວກສາມ ເພິ່ມການສະໜັບສະໜູນໃຫ້ແກ່ການດຳເນີນວຽກຂອງອົງການອະນາໄມໂລກ (WHO) ທີ່ກຳລັງພົບກັບແຮງກົດດັນຢ່າງໜັກຈາກສະຫະລັດ. ອີກປະການໜຶ່ງ ທ່ານດຣ. ເທດຣອສ ແອັດນາຮອມ ເກເບຣເຍຊຸສ ຜູ້ອຳນວຍການອົງການອະນາໄມໂລກ ແລະ ທ່ານລິ້ມ ຈັອກ ຮອຍ ເລຂາທິການອາຊຽນຊາວບຣູໄນ ເຂົ້າຮ່ວມກອງປະຊຸມຄັ້ງນີ້ດ້ວຍ.