ເພງ “ ຖ້າເຈົ້າບໍ່ພໍ ” ຜົນງານຫຼ້າສຸດຈາກ ສາວນໍ້າຝົນ

173

ຫຼັງຈາກ ສາວນໍ້າຝົນ ໄດ້ຮັບລາງວັນຊະນະເລີດໂຄງການ Pepsi Singing Contest 2013 ແລະ ໄດ້ມີຫຼາກຫຼາຍຜົນງານອອກມາໃຫ້ຕິດຕາມ ເປັນຕົ້ນແມ່ນເພງ “ ຝັງລົມຫາຍໃຈ ”, “ ມືສັງຫານ ”, ເສັ້ນທາງຂອງຫົວໃຈ ”, “ ຄິດມາກ ( ເພງປະກອບຮູບເງົາ “ Friend Zone ”), “ ຫົວໃຈເປື້ອນຕົມ ” ແລະ ໄດ້ປ່ອຍຜົນງານເພງຫຼ້າສຸດອອກມາໃນອາທິດຜ່ານມາ ຄືເພງ “ ຖ້າເຈົ້າບໍ່ພໍ ”.

ພອນສະຫວັນ ອິນທະວົງ ຫຼື ນໍ້າຝົນ ( Namfon ) ນັກຮ້ອງສັງກັດຄ້າຍເພງ Indee record ໃຫ້ສໍາພາດວ່າ: ຈຸດເລີ່ມຕົ້ນການເຮັດເພງ “ ຖ້າເຈົ້າບໍ່ພໍ ” ແມ່ນຢາກພັດທະນາວົງການບັນເທີງລາວ ເພື່ອໃຫ້ຄົນລາວຫັນມາຟັງເພງລາວຫຼາຍຂຶ້ນ ຈຶ່ງຢາກສ້າງຜົນງານເພງໃໝ່ຫຼັງຈາກທີ່ຫ່າງຫາຍໄປດົນ ໂດຍໄດ້ຮັບໂອກາດຮ້ອງເພງທີ່ນັກແຕ່ງຄຸນນະພາບ ( ຕ່າຍ ອາກາດ ) ມາແຕ່ງບົດເພງນີ້ໃຫ້ ແລະ ຮູ້ສຶກຖືກໃຈເລີຍຢາກຖ່າຍທອດບົດເພງໃຫ້ທຸກຄົນໄດ້ຟັງ.

ເພງ “ ຖ້າເຈົ້າບໍ່ພໍ ” ແມ່ນສະທ້ອນເຖິງບັນຫາຂອງຄູ່ຮັກໃນສັງຄົມປັດຈຸບັນ ສັງເກດໄດ້ຈາກຄູ່ຮັກທີ່ບໍ່ສົມຫວັງ ເນື່ອງຈາກອີກຝ່າຍໄປມີຄົນໃໝ່ຍ້ອນຄວາມບໍ່ພໍ. ໃນນາມທີ່ຕົນເອງເປັນຄົນຂອງສັງຄົມ ແລະ ເຄີຍເປັນ brand ambassador ຂອງອົງການ UNODC ຕ້ານສິ່ງເສບຕິດຫຼາຍປີທີ່ຜ່ານມາ ເຊິ່ງເຮັດໃຫ້ຕົນເອງມີຄວາມຢ້ານ ແລະ ຢາກໃຫ້ໄວໜຸ່ມລາວຫ່າງໄກຈາກມັນຈຶ່ງຂໍເປັນສ່ວນໜຶ່ງໃນການເຜີຍແຜ່ໂທດຂອງສິ່ງເສບຕິດ, ອີກສິ່ງໜຶ່ງຄືການດຳລົງຊີວິດກໍຕ້ອງລະມັດລະວັງ ເຊັ່ນ: ໃຊ້ຄຳເວົ້າຈາ ຫຼື ການໃຊ້ສື່ສັງຄົມອອນລາຍຕ້ອງເປັນປະໂຫຍດແກ່ສັງຄົມນຳ.

ຈາກສະພາບການລະບາດຂອງພະຍາດໂຄວິດ – 19 ປັດຈຸບັນບໍລິສັດທີ່ຕົນເອງເຮັດວຽກນໍາແມ່ນໄດ້ໃຫ້ພະນັກງານເຮັດວຽກຢູ່ເຮືອນແບບອອນລາຍ ແລະ ພະຍາຍາມບໍ່ອອກໄປໃສຖ້າບໍ່ຈຳເປັນ, ງົດຊຸມນຸມ, ກິນອາຫານທີ່ປຸງແຕ່ງສຸກ, ໃຊ້ບ່ວງກາງ ແລະ ເບິ່ງແຍງສຸຂະພາບຂອງຕົນເອງໃຫ້ແຂງແຮງ.

ສາມາດຕິດຕາມຜົນງານ ຫຼື ຂໍ້ມູນ – ຂ່າວສານຂອງ ນໍ້າຝົນ ໄດ້ທາງ FB: Namfon Inthavong, Fan page: Namfon indee ແລະ ຊ່ອງ YouTube channel: Indee record.

[ ຂ່າວ: ນຸ້ມນິ້ມ; ຮູບ: ນໍ້າຝົນ ]