ວິທີເຮັດ ເຂົ້າມັນໄກ່ ສູດເດັດເຮັດກິນເອງໄດ້ທັງຄອບຄົວ

293

ເຂົ້າມັນໄກ່ເປັນເມນູທີ່ໃຫ້ເຖິງອັນດັບແລກເມື່ອຕອນຫີວເຂົ້າ ແຕ່ພໍໄປກິນຕາມຫານເຂົ້າມັນໄກ່ບາງເຈົ້າໃຫ້ໜ້ອຍ ແຖມສັ່ງພິເສດແລ້ວ ກໍຍັງບໍ່ອີມ ເຮົາມາຮຽນເຮັດກັນທີ່ບ້ານກັນດີກວ່າ ສູດເຂົ້າມັນໄກ່ ໃຜເຮັດກໍແຊບ. ມື້ນີ້ພວກເຮົາເລີຍນຳເອົາວິທີເຮັດເຂົ້າມັນໄກ່ ໃຫ້ທຸກຄົນໄປເຮັດດ້ວຍຕົນເອງຢູ່ບ້ານກິນໄດ້ທັງຄອບຄົວ.

ສ່ວນປະະສົມເຂົ້າມັນໄກ່:

1 ເຂົ້າສານຈ້າວ 350 ກຣາມ

2 ສະໂພກ ຫຼື ເອິກໄກ່ 700 ກຣາມ

3 ຂີງແກ່ຊອຍບາງໆ 6 ປ່ຽງ

4 ຮາກຫອມປ້ອມ 2 ຮາກ

5 ເກືອ 1/2 ບ່ວງກາເຟ

6 ນ້ຳລ້າ 6 ຖ້ວຍແກງ

7 ນ້ຳມັນຈຽວຈາກໜັງໄກ່ ຫຼື ນຳມັນພືດ 1/4 ຖ້ວຍນ້ອຍ

8 ໃບຜັກຫອມປ້ອມ ແລະ ໝາກແຕງ ຊອຍຕາມປະລິມານທີ່ຕົນມັກ

9 ນ້ຳແຈ່ວເຂົ້າມັນໄກ່ ແລະ ນ້ຳຊຸບຕາມທີ່ມັກ ເຊັ່ນ: ແກງຈືດສຳລັບກິນຄູ່ກັນ.

ວິທີປຸງແຕ່ງ:

1 ຕົ້ມໄກ່ຈົນສຸກ ຕັກຂຶ້ນປະໄວ້ ຕອງເອົານ້ຳຕົ້ມໄກ່ກຽມໄວ້ສຳລັບຫຸງເຂົ້າ.

2 ລ້າງເຂົ້າສານຜ່ານນ້ຳ 1 ຄັ້ງ ແລ້ວໃສ່ໝໍ້ຫຸງເຂົ້າປະໄວ້.

3 ເອົານ້ຳມັນຈາກໜັງໄກ່ໃສ່ໝໍ້ກະທະປະມານ 2 ບ່ວງແກງ ຈຽວກະທຽມຈົນໄດ້ກິ່ນຫອມແລ້ວໃສ່ລົງໄປໃນໝໍ້ຫຸງເຂົ້າ.

4 ໃສ່ຂີງ ແລະ ຮາກຜັກຫອມປ້ອມ ລົງໄປ ຕາມດ້ວຍນ້ຳຕົ້ມ, ເກືອ ແລ ນ້ຳມັນທີ່ເຫຼືອຄົນໃຫ້ເຂົ້າກັນປິດຝາ ແລ້ວຫຸງເຂົ້າຈົນສຸກດີ.

5 ລະຫວ່າງລໍຖ້າເຂົ້າສຸກນັ້ນ, ເຮົາມາແລະກະດູກອອກຈາກຊີ້ໄກ່ແລ້ວສັບເປັນຕອນກຽມໄວ້.

6 ຖ້າເຂົ້າສຸກແລ້ວຕັກເຂົ້າໃສ່ຈານ ຕາມດ້ວຍຊີ້ນໄກ່ລົງໄປຕົບແຕ່ງດ້ວຍຜັກຫອມປ້ອມກິນຄູ່ກັບໝາກແຕງ, ນ້ຳແຈ່ວ ແລະ ນ້ຳຊຸບຕາມມັກ.

ສ່ວນປະສົມນ້ຳແຈ່ວ:

1 ຂີງແກ່ສັບລະອຽດ 2 ບ່ວງແກງ

2 ກະທຽມສັບລະອຽດ 1 ບ່ວງແກງ

3 ໝາກເຜັດຂີ້ໜູ ຕຳລະອຽດ 1-2 ບ່ວງແກງ

4 ເມັດເຕົາຈຽວດຳບົດລະອຽດ 3 ບ່ວງແກງ

5 ນໍ້າຕາຍຊາຍ 2 ບ່ວງແກງ

6 ສະອີ້ວຂາວ 1 ບ່ວງແກງ

7 ສະອີ້ວດຳ 1/2 ບ່ວງກາເຟ

8 ນ້ຳສົ້ມສາຍຊູ 1/2 ບ່ວງແກງ

ວິທີ່ປຸງແຕ່ງນ້ຳແຈ່ວ: ນຳສ່ວນປະສົມທັງໝົດປະສົມເຂົ້າກັນ ແລ້ວຊິມຣົດຕາມມັກ ແລ້ວຕັກໃສ່ຖ້ວຍ້ສີບ.