ກະຊວງການຕ່າງປະເທດ ແຈ້ງໂຈະຊົ່ວຄາວການຮັບຄຳຮ້ອງຂໍໜັງສືຜ່ານແດນທຳມະດາ

414

ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດການ ຕິດເຊື້ອ ແລະ ແຜ່ລະບາດຂອງເຊື້ອໄວຣັດ Covid-19. ກະຊວງການຕ່າງປະເທດ ຈຶ່ງໄດ້ອອກແຈ້ງການ ໂຈະຊົ່ວຄາວການຮັບຄໍາຮ້ອງຂໍໜັງສືຜ່ານແດນທໍາມະດາ.

ໂດຍອີງຕາມ ແຈ້ງການ ຂອງຫ້ອງການ ກະຊວງ ການຕ່າງປະເທດ ເລກທີ 10/ຫກ.ກສ.1 ລົງວັນທີ 23 ມີນາ 2020 ເຖິງ ພໍ່ແມ່ປະຊາຊົນບັນດາເຜົ່າ, ນັກທຸລະກິດ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ບັນດາອົງການຈັດຕັ້ງຕ່າງໆໃນຂອບເຂດທົ່ວປະເທດ. ກ່ຽວກັບການໂຈະຊົ່ວຄາວການຮັບຄໍາຮ້ອງຂໍຫນັງສືຜ່ານແດນທໍາມະດາ.

ກະຊວງການຕ່າງປະເທດ ຂໍຖືເປ໊ນກຽດແຈ້ງມາຍັງບັນດາທ່ານ ຊາບວ່າ: ເນື່ອງຈາກປັດດຈຸບັນການແຜ່ ລະບາດຂອງເຊື້ອໄວຣັດ Covid-19 ໃນຫຼາຍປະເທດໄດ້ຂະຫຍາຍເປັນວົງກວ້າງ, ສືບຕໍ່ມີກໍລະນີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນສູງໃນແຕ່ລະວັນ, ເຖິງວ່າປັດຈຸບັນຢູ່ ສປປ ລາວ ບໍ່ມີກໍລະນີຜູ້ຕິດເຊື້ອ Covid-19 ກໍ່ຕາມ ແຕ່ກໍ່ ຖືວ່າຍັງມີຄວາມສ່ຽງສູງ. ສະນັ້ນ, ເພື່ອເປັນການປັ້ອງກັນ, ຄວບຄຸມ ແລະ ຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດການ ຕິດເຊື້ອ ແລະ ແຜ່ລະບາດຂອງເຊື້ອໄວຣັດ Covid-19, ກະຊວງການຕ່າງປະເທດ ຈຶ່ງຈະໂຈະຊົ່ວຄາວການຮັບຄໍາ ຮ້ອງຂໍຫນັງສືຜ່ານແດນທໍາມະດາ (Ordinary Passport) ແຕ່ວັນທີ 30 ມີນາ 2020 ເຖິງ 20 ເມສາ 2020 ຢູ່ ກົມກົງສູນ ແລະ ຢູ່ GB ສູນຮັບຄໍາຮ້ອງຂໍຫນັງສືຜ່ານແດນຢູ່ຕ່າງແຂວງ (ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ). ສໍາລັບກໍລະນີສຸກເສີນເຊັ່ນ: ການເຈັບປ່ວຍຫນັກ ແມ່ນຈະໄດ້ຮັບການພິຈາລະນາ ເປັນແຕ່ລະກໍລະນີ.

ສໍາລັບການໂຈະຊົ່ວຄາວການຮັບຄໍາຮ້ອງຂໍໜັງງສືຜ່ານແດນທໍາມະດາ ຈະເລີ່ມຈັດຕັ້ງປະຕິບັດຕາມກໍານົດ ການຂ້າງເທິງ ຈົນກວ່າຈະມີແຈ້ງການສະບັບອື່ນປ່ຽນແທນ.