ປາແຊລມອນອົບສະໝຸນໄພ ( Lemon Garlic Herb Crusted Salmon )

97

ລາຍການອາຫານມື້ນີ້ຮັບຮອງວ່າໄດ້ປະໂຫຍດຈາກ    ແຊລມອນແບບເຕັມໆ ເຊິ່ງມີທັງໂອເມກ້າ 3, ກິນແລ້ວຍ່ອຍງ່າຍ ແລະ ມີຄຸນຄ່າທາງອາຫານສູງອີກດ້ວຍ.

ສ່ວນປະສົມ:

1 ເນີຍສົດ 100 ກຣາມ.

2 ເກືອ 1/2 ບ່ວງກາເຟ.

3 ເປືອກໝາກນາວຂູດ 1 ໜ່ວຍ.

4 ຜັກຫອມປ້ອມສັບ 1 ບ່ວງແກງ.

5 ຜັກຊີສັບ 1 ບ່ວງກາເຟ.

6 ກະທຽມສັບ 1/2 ບ່ວງແກງ.

7 ພິກໄທ 1 ບ່ວງກາເຟ.

8 ປາແຊລມອນຊອຍເປັນຕ່ອນ 500 ກຣາມ.

ວິທີປຸງແຕ່ງ:

ນຳເນີຍສົດ, ເກືອ, ກະທຽມສັບ, ພິກໄທ, ຜັກຊີສັບ, ຜັກຫອມປ້ອມສັບ ແລະ ເປືອກໝາກນາວຂູດໃສ່ຖ້ວຍແລ້ວນຳໄປເວັບ ປະມານ 30 ວິນາທີ. ຈາກນັ້ນ, ນຳອອກມາຄົນໃຫ້ທຸກຢ່າງເຂົ້າກັນດີ ແລະ ນຳປາແຊລມອນໃສ່ຖາດອົບໄວ້.

ເມື່ອຈັດປາແຊລມອນໃສ່ຖາດແລ້ວທາເນີຍທີ່ປະສົມລົງໃນຊີ້ນປາໃຫ້ທົ່ວ ແລະ ນຳໄປອົບໃນອຸນຫະພູມ 400 ອົງສາ ປະມານ 10 – 12 ນາທີ ( ສໍາລັບຜູ້ທີ່ບໍ່ມັກໃຫ້ຊີ້ນປາແຊລມອນແຫ້ງເກີນໄປກໍອົບປະມານ 8 – 10 ນາທີ ຊີ້ນປາຈະຊຸ່ມໆນໍ້າເລັກໜ້ອຍ ) ເມື່ອສຸກແລ້ວກໍຈັດໃສ່ຈານພ້ອມເສີບ.

( ຂໍ້ມູນຈາກ: myna-turalfamily.com )

[ ຮຽບຮຽງ: ນຸ້ມນິ້ມ ]