ນາຍົກ ລົງຕິດຕາມສະຖານທີ່ ຮອງຮັບກໍລະນີມີການລະບາດ ໂຄວິດ-19 ຢູ່ສປປລາວ

121

ໃນຕອນບ່າຍ ວັນທີ 23 ມີນາ 2020 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງໄປກວດກາເບິ່ງພື້ນທີ່ ກຳນົດເປັນຈຸດການແຍກປ່ຽວ ແລະ ການປິ່ນປົວ ກໍລະນີມີການລະບາດ ໂຄວິດ-19 ຢູ່ສປປລາວຄື: ໂຮງຮຽນການ ເມືອງ-ການປົກຄອງ ນະຄອນຫຼວງວຽງຈັນ (ໜອງບົວທອງ), ສູນຝຶກອົບຮົມວິຊາສະເພາະຄົບວົງຈອນກຳລັງປ້ອງກັນເຄື່ອນທີ່ (ໂຮງຮຽນຕຳຫຼວດ) ກະຊວງປ້ອງກັນຄວາມສະຫງົບ ບ້ານດົງຊຽງດີ ແລະ ສະໜາມກິລາແຫ່ງຊາດ ຫຼັກ 16.

ການລົງຕິດຕາມຄັ້ງນີ້ ກໍເພື່ອເປັນການຕິດຕາມການກະກຽມຄວາມພ້ອມໃນດ້ານຕ່າງໆຂອງບັນດາສະຖານທີ່ຮອງຮັບດັ່ງກ່າວ ແລະ ມາດຕະການຮັບມື, ການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19 ຖ້າຫາກມີກໍລະນີແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວຢູ່ ສປປ ລາວ.

ຜ່ານການລົງກວດກາເບິ່ງສະຖານທີ່ຕົວຈິງ ເຫັນວ່າ ໂຮງຮຽນການເມືອງ-ການປົກຄອງ ໜອງບົວທອງ ມີຫໍພັກນັກສຶກສາ ສາມາດຮອງຮັບຕຽງຄົນເຈັບ ໄດ້ປະມານ 100 ກວ່າຕຽງ; ສູນຝຶກອົບຮົມວິຊາສະເພາະຄົບວັງຈອນກຳລັງປ້ອງກັນເຄື່ອນທີ່ ບ້ານດົງຊຽງດີ ມີຫໍພັກນັກຮຽນ ສາມາດຮອງຮັບຕຽງຄົນເຈັບ ໄດ້ປະມານ 200 ຕຽງ;

ສ່ວນສະໜາມກິລາແຫ່ງຊາດ ຫຼັກ 16 ໄດ້ແບ່ງອອກເປັນສະຖານທີ່ຮອງຮັບຫຼັກ ສາມາດຮອງຮັບໄດ້ຈຳນວນ 972 ຕຽງ ແລະ ສະຖານທີ່ສຳຮອງ ສາມາດຮອງຮັບໄດ້ 270 ຕຽງ. ລວມທັງໝົດ ຈາກ 3 ສະຖານທີ່ ທີ່ໄດ້ລົງກວດກາພື້ນທີ່ຕົວຈິງໃນຄັ້ງນີ້ ແມ່ນມີຄວາມສາມາດຮອງຮັບຕຽງຄົນເຈັບໄດ້ 1.500 ກວ່າຕຽງ.