ອິນໂດເນເຊຍ ເສຍຊີວິດຈາກໂຄວິດ-19 ມື້ດຽວ 14 ຄົນ

81

ລັດຖະບານອິນໂດເນເຊຍລາຍງານ ຜູ້ເສຍຊີວິດຈາກເຊື້ອໄວຣັສໂຄວິດ-19 14 ຄົນ ສະເພາະວັນພຸດ ເພິ່ມຈຳນວນຜູ້ເສຍຊີວິດທົ່ວປະເທດ ຢ່າງໜ້ອຍ 19 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນພຸດ ທີ 18 ມີນາ ວ່າ ກະຊວງສາທາລະນະສຸກອິນໂດເນເຊຍ ໄດ້ອອກຖະແຫຼງການ ເມື່ອວັນພຸດ ກ່ຽວກັບສະຖານະການໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ນັບຕັ້ງແຕ່ກວດພົບຜູ້ປ່ວຍຄົນທຳອິດ ເມື່ອວັນທີ 2 ມີນາ ຜ່ານມາ ວ່າ ມີຜູ້ປ່ວຍສະສົມຢ່າງໜ້ອຍ 227 ຄົນ ປິ່ນປົວເຊົາແລ້ວ 11 ຄົນ ແລະ ເສຍຊີວິດຢ່າງ ໜ້ອຍ 19 ຄົນ ເພິ່ມຂຶ້ນ 14 ຄົນ ພາຍໃນ 24 ຊົ່ວໂມງ ຜ່ານມາ ຖືເປັນສະຖິຕິການເສຍຊີວິດປະຈຳວັນສູງທີ່ສຸດ.

ຂະນະທີ່ ເມື່ອແຍກສະຖານທີ່ປິ່ນປົວຂອງຜູ້ເສຍຊີວິດທັງໝົດພົບວ່າ ຢູ່ທີ່ນະຄອນຫຼວງຈາກາຕ້າ 12 ຄົນ ສ່ວນເສຍຊີວິດຄົນທຳອິດ ໄດ້ຮັບການຢືນຢັນ ເມື່ອວັນທີ 11 ມີນາ ຜ່ານມາ ຄື ຜູ້ປ່ວຍຄົນທີ 25 ເປັນຍິງຊາວຕ່າງຊາດ ອາຍຸ 53 ປີ ເຊິ່ງທຸກຝ່າຍທີ່ກ່ຽວຂ້ອງຂໍສະຫງວນສັນຊາດ.

ທັງນີ້, ຈຳນວນຜູ້ເສຍຊີວິດຈາກເຊື້ອໂຄວິດ-19 ໃນປະເທດອິນໂດເນເຊຍ ເພິ່ມຂຶ້ນຢ່າງວ່ອງໄວພາຍໃນມື້ດຽວ ມີແນວໂນ້ມທີ່ຈະເພິ່ມຄວາມກົດດັນໃຫ້ກັບປະທານາທິບໍດີໂຈໂຄ ວິໂດໂດ ໃນການຈັດການວິກິດການດ້ານສາທາລະນະສຸກຄັ້ງນີ້ ໂດຍເບື້ອງຕົ້ນການຍົກລະດັບມາດຕະການຄວບຄຸມຊາຍແດນຈະມີຜົນບັງຄັບໃຊ້ຢ່າງໜ້ອຍ 30 ວັນ ໂດຍຈະເລີ່ມວັນສຸກ ທີ 20 ມີນາ ນີ້ ເຊິ່ງຈະໂຈະການຜ່ານແດນຂອງນັກທ່ອງທ່ຽວທຸກປະເທດ.