ໄຊຍະບູລີ ແຈ້ງປິດດ່ານປະເພນີ 9 ແຫ່ງ ຫ້າມປະຊາຊົນເຂົ້າ-ອອກແບບບໍ່ມີກຳນົດ

273

ປັດຈຸບັນ ການແພ່ລະບາດຂອງພະຍາດໂຄວິດ-19 ນັບມື້ຂະຫຍາຍເປັນວົງກວ້າງ ແລະ ແພ່ລາມໄປຫຼາຍກວ່າ 100 ປະເທດໃນທົ່ວໂລກ. ສະນັ້ນ, ເພື່ອເປັນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແພ່ລະບາດຂອງພະຍາດດັ່ງກ່າວ ບໍ່ໃຫ້ເຂົ້າມາສູ່ ສປປ ລາວ ກໍ່ຄືປະຊາຊົນລາວບັນດາເຜົ່າທີ່ອາໄສຢູ່ເຂດຊາຍແດນແຂວງຕ່າງໆ ທີ່ຕິດຈອດກັບບັນດາປະເທດ ທີ່ມີການແພ່ລະບາດຂອງເຊື້ອພະຍາດໂຄວິດ-19. ລັດຖະບານລາວ ກໍ່ຄືກະຊວງສາທາລະນະສຸກ ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ COVID- 19 ໄດ້ນຳໃຊ້ມາດຕະການຢ່າງເຂັ້ມງວດໃນການປ້ອງກັນ, ຄວບຄຸມ ໂດຍສະເພາະປິດດ່ານທ້ອງຖິ່ນ, ດ່ານປະເພນີ ຢູ່ບັນດາແຂວງທີ່ມີຊາຍແດນຕິດກັບປະທດທີ່ມີຄວາມສ່ຽງ ແລະ ແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ.

ພາບປະກອບຂ່າວ

ຫຼ້າສຸດ, ແຂວງ ໄຊຍະບູລີ ໄດ້ປະກາດແຈ້ງປິດດ່ານປະເພນີເຂົ້າ-ອອກ ປະເທດຊົ່ວຄາວ ຈຳນວນ 9 ດ່ານ ຖັດຈາກແຂວງຫົວພັນ, ເຊກອງ, ອັດຕະປື ແລະ ຜົ້ງສາລີ ເພື່ອປ້ອງກັນໂຄວິດ-19 ສຳລັບດ່ານສາກົນຈຳນວນ 4 ດ່ານຄື: ດ່ານສະກົນຂົວມິດຕະພາບນ້ໍາເຫືອງ (ເມືອງແກ່ນທ້າວ); ດ່ານສາກົນພຸູດູ່ (ເມືອງປາກລາຍ); ດ່ານສາກົນນໍ້າເງິນ (ເມືອງເງີນ) ແລະ ດ່ານສາກົນປາງມອນ (ເມືອງຄອບ) ແມ່ນຈະເປິດໃຫ້ບໍລິການເປັນປົກກະຕິ ແຕ່ຈໍາກັດຈໍານວນ ເຂົ້າ-ອອກ ທີ່ເປັນຂະບວນໃຫຍ່ ພ້ອມທັງມອບໃຫ້ 3 ຂະແໜງການໃຫຍ່ ຊີ້ນຳຢ່າງເຂັ້ມງວດ.

ພາບປະກອບຂ່າວ

ອີງຕາມແຈ້ງການ ສະບັບເລກທີ 75/ຈຂ.ຊຍ ລົງວັນທີ 18 ມີນາ 2020 ຂອງແຂວງໄຊຍະບູລີ ເຖິງ ບັນດາ ທ່ານຫົວໜ້າພະແນກການ, ອົງການທຽບເທົ່າ ສະພາປະຊາຊົນແຂວງ,ກອງບັນຊາການ ປກສ ແຂວງ, ກອງບັນຊາການທະຫານແຂວງ ແລະ ບັນດາເຈົ້າເມືອງ 11 ເມືອງ ໃນທົ່ວແຂວງໄຊຍະບູລີໄດ້ລະບຸວ່າ: ແຂວງໄຊຍະບູລີ ຈະປິດບໍລິການດ່ານປະເພນີຊົ່ວຄາວຈຳນວນ 9 ດ່ານ ເພື່ອປ້ອງກັນໂຄວິດ-19 ຄື: ດ່ານຫ້ວຍຕອງ (ເມືອງຊຽງຮ່ອນ); ຊ່ອງເຂົ້າ-ອອກກົວກອກ (ເມືອງໄຊສະຖານ); ດ່ານບ້ານໃໝ່ (ເມືອງທົ່ງມີໄຊ); ດ່ານສີພູມ, ດ່ານເມືອງໝໍ, ດ່ານນາແກ້ງມ້າ ແລະ ດ້ານເວີນຄໍາ (ເມືອງແກ່ນທ້າວ); ດ່ານນາຂ່າ, ດ່ານເໝືອງແຜ່, ດ່ານໜອງປະຈີດ ແລະ ດ່ານຂອນແກ່ນ (ເມືອງບໍ່ແຕນ).

ພາບປະກອບຂ່າວ

ດັ່ງນັ້ນ, ຈຶ່ງມອບໃຫ້ພະແນກສາທາລະນະສຸກແຂວງ ແຕ່ງຕັ້ງພະນັກງານແພດໄປປະຈໍາການຕິດຕາມກວດກາຢູ່ 04 ດ່ານສາກົນ ເຊິ່ງພະນັກງານທີ່ໄປປະຈໍາຕ້ອງແມ່ນພະນັກງານທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການໃນການນໍາໃຊ້ອຸປະກອນຮັບໃຊ້ທີ່ເໝາະສົມ, ສາມາດກວດກາ-ປ້ອງກັນ ແລະ ສະກັດກັນກັບເຊື້ອພະຍາດ COVID-19.

ມອບໃຫ້ພະແນກການຕ່າງປະເທດແຂວງ ແຈ້ງໄປຍັງບັນດາແຂວງ, ເມືອງຂອງຣາຊະອານາຈັກໄທ ທີ່ມີຊາຍແດນຕິດຈອດກັບແຂວງໄຊຍະບູລີ ໃຫ້ຮັບຮູ້ ແລະ ເຂົ້າໃຈຈຸດປະສົງຂອງແຂວງໄຊຍະບູລີ; ມອບໃຫ້ເຈົ້າເມືອງ 11 ເມືອງ ທົ່ວແຂວງໄຊຍະບູລີ ເຮັດວຽກງານການເມືອງແນວຄິດ ແລະ ສຶກສາອົບຮົມໃຫ້ພໍ່ແມ່ປະຊາຊົນໃຫ້ຮັບຮູ້ ແລະ ເອົາໃຈໃສ່ປ້ອງກັນເຊື້ອພະຍາດ COVID-19 ໂດຍສະເພາະແມ່ນບັນດາເມືອງທີ່ມີຊາຍແດນ ຕິດກັບບັນດາເມືອງ, ແຂວງ ຂອງຣາຊະອານາຈັກໄທ ໃຫ້ຢຸດຕິການໄປມາຫາສູ່ກັນ ແລະ ການລົງຕະຫຼາດນັດຊົ່ວຄາວ ເພື່ອປ້ອງກັນເຊື້ອພະຍາດ COVID-19.

ມອບໃຫ້ກອງບັນຊາການ ປກສ ແຂວງ ຊີ້ນໍາເຈົ້າຫນ້າທີ່ຢູ່ແຕ່ລະເມືອງ ຫຼື ປະຈໍາຢູ່ດ່ານ ແລະ ພາກສ່ວນທີ່ຂ້ອງກ່ຽວໃຫ້ການຮ່ວມມືກັບເຈົ້າຫນ້າທີ່ ເພື່ອແນໃສ່ການປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ COVID- 19 ໃຫ້ໄດ້ຮັບຜົນດີ.