ສູນສະຖິຕິ ພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ ມອບເຄື່ອງຊ່ວຍເຫຼືອໃຫ້ເມືອງບົວລະພາ

323

ສູນສະຖິຕິ ພະແນກແຜນການ ແລະ ການລົງທຶນ ແຂວງ ຄຳມ່ວນ ໄດ້ມອບເຄື່ອງ ຊ່ວຍເຫຼືອໃຫ້ເມືອງບົວລະພາ ປະກອບມີ: ເຄື່ອງນຸ່ງຫົ່ມ ແລະ ອຸປະກອນກີລາ ແລະ ອື່ນໆ ລວມມູນຄ່າທັງໝົດ 11.350.000 ກີບ.

ພິທີມອບ – ຮັບໄດ້ມີຂຶ້ນໃນວັນທີ 14 ມີນາຜ່ານມາ ຕາງໜ້າການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໂດຍແມ່ນ ທ່ານ ນິດຖາ ບຸບຜາ ຫົວໜ້າສູນສະຖິຕິພະແນກແຜນການ ແລະ ການລົງທຶນ ແຂວງຄໍາມ່ວນ ກ່າວຮັບ ໂດຍ ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ ຕາງໜ້າໃຫ້ກັບຄະນະນຳຂັ້ນເມືອງ.

ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ກໍເພື່ອນຳໄປມອບໃຫ້ກັບພໍ່ແມ່ປະຊາຊົນພາຍໃນເມືອງບົວລະພາ ປະກອບມີ 19 ບ້ານ ຄື: ບ້ານນາພະນັງ, ບ້ານນາປຸ່ງ, ບ້ານນາສົມບູນ, ບ້ານນາປາງ, ບ້ານທ່າກະຈັນ, ບ້ານຕາຫຼອງ, ບ້ານສົບເປງ, ບ້ານປ່າກ້ວຍໃຕ້, ບ້ານປາກພະນັງ, ບ້ານກວຍຂະໂຍມ, ບ້ານຫຍ້າແວດ, ບ້ານໜອງປີງ, ບ້ານແກ້ງຫຍ້າລວນ, ບ້ານໂສຍ, ບ້ານຂູຍູ້, ບ້ານນ້ຳອອກຮູ, ບ້ານຫ້ວຍທ່າ, ບ້ານກະເຕາະ, ບ້ານໜອງກຸ້ງ ແລະ ອີກ 2 ໂຮງຮຽນພາຍໃນເມືອງບົວລະພາ ທີ່ຍັງຂາດເຂີນ ຕົວຈິງ.

ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ ໄດ້ສະແດງຄວາມຂອບໃຈມາຍັງຄະນະທີມງານທີ່ເຫັນໄດ້ເຖິງຄວາມຂາດເຂີນຂອງເມືອງບົວລະພາ. ພ້ອມກັນນັ້ນ, ທ່ານຍັງໄດ້ມອບໃບຍ້ອງຍໍໃຫ້ກັບຄະນະທີມງານເພື່ອສະແດງ ຄວາມຂອບໃຈນຳອີກດ້ວຍ.

[ ຂ່າວ: ບຸນປະພາດ ]