ການນໍາເຂົ້າສິນຄ້າຜ່ານດ່ານບໍ່ເຕັນຫຼຸດລົງ

225

ປີ 2020 ດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນ້ຳທາ ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 261 ຕື້ກີບ. ສະເພາະເດືອນມັງກອນ ເກັບລາຍຮັບໄດ້ 21 ຕື້ກວ່າກີບ ລື່ນແຜນເດືອນຢູ່ທີ່ 23,57%. ຂະນະທີ່ໃນເດືອນກຸມພາຜ່ານມາຫຼຸດລົງຫຼາຍເທົ່າຕົວ ທຽບໃສ່ແຜນການເດືອນປະຕິບັດໄດ້ພຽງແຕ່ 47,83%.

ທ່ານ ຄໍາສຸວັນ ວົງສິນນະສອນ ຫົວໜ້າດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນ້ຳທາ ໄດ້ໃຫ້ຮູ້ວ່າ: ໃນສົກປີ 2019 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການທັງໝົດ 264 ຕື້ກີບ, ແຕ່ຜ່ານການຈັດເກັບລາຍຮັບຕົວຈິງບັນລຸ 283,90 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 107,54% ຂອງແຜນການປີ ( ລື່ນແຜນການ 7,54% ເທົ່າກັບ 19,90 ຕື້ກີບ ), ຖ້າສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຫັນວ່າຈັດເກັບລາຍຮັບໄດ້ລື່ນປີຜ່ານມາ 32% ເທົ່າກັບ 69,46 ຕື້ກີບ ( ປີຜ່ານມາຈັດເກັບໄດ້ 214,43 ຕື້ກີບ ).

ສໍາລັບໃນສົກປີ 2020 ດ່ານພາສີສາກົນບໍ່ເຕັນ ໄດ້ຮັບຕົວເລກແຜນການທັງໝົດ 261 ຕື້ກີບ. ໃນນັ້ນ, ໄດ້ແບ່ງຕົວເລກແຜນການຈັດເກັບລາຍຮັບແຕ່ລະງວດ ຄື: ງວດທີ 1 ເທົ່າກັບ 20%, ງວດ 2 ເທົ່າກັບ 30%, ງວດ 3 ເທົ່າກັບ 20% ແລະ ງວດ 4 ເທົ່າກັບ 30%. ຈາກການສະຫຼຸບສັງລວມການຈັດຕັ້ງປະຕິບັດຕົວຈິງໃນເດືອນມັງກອນ 2020 ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 21,5 ຕື້ກີບ, ສົມທຽບໃສ່ ແຜນການເດືອນປະຕິບັດໄດ້ 123,57%, ສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 8,63% ເທົ່າກັບ 1,7 ຕື້ກວ່າກີບ.

ເຖິງວ່າການຈັດເກັບລາຍຮັບເຂົ້າງົບປະມານໃນເດືອນມັງກອນ ໄດ້ລື່ນແຜນການກໍຕາມ, ແຕ່ການຈັດເກັບລາຍຮັບໃນເດືອນກຸມພາຜ່ານມານີ້ ສາມາດຈັດເກັບໄດ້ພຽງແຕ່ 8,32 ຕື້ ກວ່າກີບ, ສົມທຽບໃສ່ແຜນການເດືອນປະຕິບັດໄດ້ 47,83%, ແຕ່ສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 27, 83% ເທົ່າກັບ 3,17 ຕື້ກວ່າກີບ.

ທ່ານ ຄໍາສຸວັນ ຍັງໄດ້ອະທິບາຍວ່າ: ສາເຫດການເກັບລາຍຮັບເດືອນກຸມພາ 2020 ບໍ່ໄດ້ຕາມແຜນການເນື່ອງຈາກເປັນໄລຍະທີ່ພັກບຸນປີໃໝ່ກຸດຈີນ ແລະ ຕໍ່ເນື່ອງກັບການແຜ່ລະບາດຂອງພະຍາດໂຄວິດ – 19 ຈຶ່ງເຮັດໃຫ້ຜູ້ໂດຍສານ, ຍານພາຫະນະເຂົ້າ – ອອກປະເທດມີການຫຼຸດລົງ ລວມທັງສິນຄ້າ, ເຄື່ອງຂອງຂາເຂົ້າ – ຂາອອກ ແລະ ສິນຄ້າ – ເຄື່ອງຂອງຜ່ານແດນກໍມີລັກສະນະຫຼຸດລົງເຊັ່ນກັນ. ນອກນັ້ນ, ການນຳເຂົ້າສິນຄ້າ – ເຄື່ອງຂອງທີ່ນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ແລະ ການນຳເຂົ້າຕາມໂຄງການບຸລິມະສິດຂອງລັດຖະບານທີ່ໄດ້ຮັບການຍົກເວັ້ນພາສີ ແລະ ພັນທະອື່ນໆໃນເດືອນກຸມພາ ມີມູນຄ່າການນຳເຂົ້າ 186,77 ຕື້ກວ່າກີບ, ຖ້າສົມທຽບໃສ່ເດືອນມັງກອນ 2020 ທີ່ມີມູນຄ່າການນຳເຂົ້າ 446,56 ຕື້ກວ່າກີບ ເຫັນວ່າຫຼຸດລົງ 41,82% ເທົ່າກັບ 259,79 ຕື້ ກວ່າກີບ.

ຄຽງຄູ່ກັນນັ້ນ, ກໍເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານນັບແຕ່ຕົ້ນປີຮອດເດືອນກຸມພາ 2020 ແມ່ນພົບບັນຫາຫຍຸ້ງຍາກພໍສົມຄວນ ເຊິ່ງສາມາດຈັດເກັບໄດ້ທັງໝົດ 29,82 ຕື້ກວ່າກີບ, ສົມທຽບໃສ່ແຜນການງວດ I ປະຕິບັດໄດ້ 57,13% ສົມທຽບໃສ່ແຜນການປີປະຕິບັດໄດ້ 11,13% ຖ້າສົມທຽບໃສ່ໄລຍະດຽວກັນສົກປີ 2019 ເຫັນວ່າຫຼຸດ 4,68% ເທົ່າກັບ 1,46 ຕື້ ກວ່າກີບ.

ທ່ານ ຄໍາສຸວັນ ກ່າວຕື່ມວ່າ: ນັບແຕ່ຕົ້ນເດືອນມີນາຮອດປັດຈຸບັນເຫັນວ່າສະພາບການນຳເຂົ້າສິນຄ້າ – ເຄື່ອງຂອງຜ່ານດ່ານສາກົນບໍ່ເຕັນ ຍັງມີການນຳເຂົ້າເປັນປົກກະຕິແຕ່ມີຈຳນວນໜ້ອຍລົງ, ຖ້າວ່າບໍ່ມີຜົນກະທົບຈາກປັດໄຈອື່ນແມ່ນຈະມີການນຳເຂົ້າສິນຄ້າ – ເຄື່ອງຂອງຫຼາຍສົມຄວນເມື່ອສົມທຽບໃສ່ໄລຍະປົກກະຕິຂອງປີທີ່ຜ່ານມາ, ແຕ່ກໍເປັນບົດທົດສອບທ້າທາຍຫຼາຍພໍສົມຄວນ ເພາະວ່າລາຍການສິນຄ້າ – ເຄື່ອງຂອງທີ່ນຳເຂົ້າຈາກ ສປ ຈີນ ເພື່ອການຊົມໃຊ້, ສ່ວນຫຼາຍແມ່ນໄດ້ສິດທິພິເສດດ້ານອັດຕາພາສີຕາມສັນຍາການຄ້າເສລີ ອາຊຽນ – ຈີນ ( ACFTA ). ນອກນັ້ນ, ການນຳເຂົ້າເຄື່ອງຂອງສ່ວນ ໃຫຍ່ແມ່ນການນຳເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ ແລະ ໂຄງການບຸລິມະສິດຂອງລັດຖະບານທີ່ໄດ້ຮັບການຍົກເວັ້ນພາສີ ແລະ ພັນທະອື່ນໆ.

ແຕ່ເຖິງຢ່າງໃດກໍຕາມ, ທາງຄະນະຮັບຜິດຊອບດ່ານພາສີສາກົນບໍ່ເຕັນ ຈະສຸມທຸກສະຕິປັນຍາໃນການຊີ້ນຳ – ນໍາພາພະນັກງານທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃນສົກປີ 2020 ໃຫ້ບັນລຸຕົວເລກແຜນການ.